ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ​ຣັດ​ເຊຍ ທີ່ຖືກ​ກ່າວ​ຫາວ່າ ເປັນສາຍລັບ ຮັບ​ສາ​ລະ​ພາບຜິດ ໃນການສົມຮູ້ຮ່ວມຄິດ ເພື່ອຕໍ່ຕ້ານ​ ສະຫະ​ລັດ


ຮູບ​ແຕ້ມ​ຢູ່​ໃນ​ຫ້ອ​ງສານ ທີ່​ເຫັນ​ນາ​ງ​ມາ​ເຣຍ ບູ​ຕິນ​າ ​ອາ​ຍຸ 29 ປີ ນຸ່ງ​ເຄື່ອງ​ສີ​ສົ້ມ ເປັນນັກ​ເຄື່ອນ​ໄຫວ ດ້ານສິດທິໃນການ​​ຖື​ປືນ ​ໄດ້ຖືກສົງໄສ​ວ່າ​ເປັນ​ນັກ​ສືບລັບ ​ຂອງຣັດ​ເຊຍ ກຳ​ລັງ​ຟັງ ຜູ້ຊ່ວຍທະນາຍຄວາມ ສະຫະລັດ ກ່າວຕໍ່ຜູ້ພິພາກສາ ທ່ານນາງ ເດໂບຣາ ໂຣບິນຄຳ​ໃຫ້​ການ​ຢູ່​ໃນ​ສານສະ​ຫະ​ລັດ.
ຮູບ​ແຕ້ມ​ຢູ່​ໃນ​ຫ້ອ​ງສານ ທີ່​ເຫັນ​ນາ​ງ​ມາ​ເຣຍ ບູ​ຕິນ​າ ​ອາ​ຍຸ 29 ປີ ນຸ່ງ​ເຄື່ອງ​ສີ​ສົ້ມ ເປັນນັກ​ເຄື່ອນ​ໄຫວ ດ້ານສິດທິໃນການ​​ຖື​ປືນ ​ໄດ້ຖືກສົງໄສ​ວ່າ​ເປັນ​ນັກ​ສືບລັບ ​ຂອງຣັດ​ເຊຍ ກຳ​ລັງ​ຟັງ ຜູ້ຊ່ວຍທະນາຍຄວາມ ສະຫະລັດ ກ່າວຕໍ່ຜູ້ພິພາກສາ ທ່ານນາງ ເດໂບຣາ ໂຣບິນຄຳ​ໃຫ້​ການ​ຢູ່​ໃນ​ສານສະ​ຫະ​ລັດ.

ແມ່​ຍິງ​ຣັດ​ເຊຍ​ຄົນ​ນຶ່ງ​ໄດ້​ຮັບ​ສາ​ລະ​ພ​າບ​ຜິດ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ນະ​ຄອນ​ຫຼວງວໍ​ຊິງ​
ຕັນ​ວ່າ​ໄດ້ປະ​ຕິ​ບັດ​ການ​ເປັນ​ນັກ​ສືບ​ໃຫ້​ແກ່​ວັງ​ແຄຣມ​ລິນ ເພື່ອສົມ​ຮູ້​ຮ່ວມ​ຄິດ​ໃນ​ການ
​ວາງ​ແຜນ​ສ້າງ​ຄວາມ​ສຳ​ພັນ​ກັບສະ​ມາ​ຄົມ​ປືນ​ຍາວ​ແຫ່ງ​ຊ​າດ ​ຫຼື NRA ຊຶ່ງ​ເປັນ​ກຸ່ມ​ປົກ
​ປ້ອງ​ສິດ​ໃນ​ການ​ໃຊ້​ປືນທີ່​ມີ​ອຳ​ນາດຢູ່​ໃນ​ສະ​ຫະ​ລັດ ແລະ​ແຊ​ກ​ຊືມເຂົ້າ​ໄປ​ໃນ​ວົງການ
​ຂອງ​ພັກ​ຣີ​ພັ​ບບ​ລິ​ກັນເພື່ອ​ສົ່ງ​ຂໍ້​ມູນ​ກັບຄືນ​ໄປໃຫ້​ມົ​ສ​ກູ.

ນາງ​ມາ​ເຣຍ ບູ​ຕີ​ນາ​ ໄດ້​ຖືກ​ກ່າວ​ຫາ​ໃນ​ເດືອນ​ກໍ​ລະ​ກົດຜ່ານ​ມາ​ວ່າໄດ້​ປະ​ຕິ​ບັດການ​ຢ່າງ
​ຜິດ​ກົດ​ໝາຍ ໃນ​ການ​ເປັນ​ນັກ​ສືບ​ຣັດ​ເຊຍ​ທີ່​ບໍ່​ໄດ້​ລົງ​ທະ​ບຽນ ແລະ​ມີ​ການ​ສົມ​ຮູ້​ຮ່ວມ​ຄິດ
​ໃນ​ການວາງ​ແຜນ. ໃນ​ຂັ້ນ​ຕົ້ນ​ ນາງ​ໄດ້​ບໍ່ຍອມ​ຮັບ​ຜິດ.

ແຕ່​ນາງ​ບູ​ຕີ​ນາ​ໄດ້​ຮັບ​ສາ​ລະ​ພາບ​ຕໍ່ຜູ້​ພິ​ພາກ​ສາ​ສະ​ຫະ​ລັດ, ທ່ານ​ນາງ​ທັນ​ຍາ ຈັຕກັນ
ວ່າຄວາມ​ຈິງ​ແລ້ວ​ນາງ​ໄດ້​ເຮັດ​ວຽກ​ໃຫ້​ແກ່​ລັດ​ຖະ​ບານ​ຣັດ​ເຊຍ.

ໂດຍ​ເປັນ​ສ່ວນນຶ່ງ​ໃນ​ການ​ຕົກ​ລົງ​ກັບ​ບັນ​ດາ​ໄອ​ຍະ​ການ ເພື່ອ​ໃຫ້ປ່ຽນ​ການ​ຮັບ​ສາ​ລະ​
ພາບຜິດຂອງ​ນາງນັ້ນ, ນາງ​ບູ​ຕິ​ນາ​ອາ​ຍຸ 30 ປີ ຍິນ​ດີ​ທີ່​ຈະ​ຊ່ວຍ​ພວກ​ເພິ່ນ ໃຫ້​ຂໍ້​ມູນ​ກ່ຽວ​
ກັບການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ກິດຈະ​ການທາງ​ການເມືອງ​ຂອງ​ສະ​ຫະ​ລັດ.
ການ​ປະ​ຕິ​ບັດ​ງານ​ຂອງ​ນາງ​ ແມ່ນ​ໄດ້​ຮັບ​ຄຳ​ສັ່ງ​ຈາກ ທ່ານ​ອາ​ເລັກ​ຊານ​ເດີ​ຣ ທໍ​ຣ​ຊິນ,
ຮອງ​ຜູ້ວ່າ​ການ​ທະ​ນາ​ຄານ​ກາງ​ຣັດ​ເຊຍ ຜູ້​ທີ່ໄດ້​ຖືກ​ລົງ​ໂທດ​ໂດຍ​ກະ​ຊວງ​ການ​ເງິນສະ​
ຫະ​ລັດ ໃນ​ເດືອນ​ເມ​ສາທີ່​ຜ່ານ​ມາໃນ​ຂໍ້​ຫາ​ທີ່​ເວົ້າວ່າ ທ່ານມີ​ສາຍ​ພົວ​ພັນ​ກັບປະ​ທາ​ນາ
​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ເດີ​ເມຍປູ​ຕິນ.

ນ​າງ​ບູ​ຕິ​ນາ ປະ​ເຊີນກັບ​ການ​ຕິ​ດ​ຄຸກ​ເຖິງ​ຫ້າ​ປີ ແລະ​ຍັງຕ້ອງ​ຢູ່​ໃນ​ຄຸກ​ໃນ​ຂະ​ນະ​ທີ່​ລໍ​
ຖ້າ​ການ​ຕັດ​ສິນ​ລົງ​ໂທດ​ໃນ​ວັນ​ທີ 12 ເດືອນ​ກຸມ​ພາຜ່ານ​ມາ. ນາ​ງອ​າດ​ຖືກ​ເນ​ລ​ະ​ເທດ​
ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງນອນ​ຂອງ​ນາງ ຫຼັງ​ຈາກ​ໄດ້​ໃຊ້ເວ​ລາຢູ່​ໃນຄຸກ ຕາມ​ການ​ຕັດ​
ສິນ​ຕ່າງໆ​ແລ້ວ.

ນາງ​ບູ​ຕີ​ນາ ໄດ້​ຖືກ​ກ່າວ​ຫາວ່າ ໄດ້​ສ້າງ​ສາຍ​ສຳ​ພັນແບບ​ສ່ວນ​ໂຕ​ກັບ ນັກ​ເຄື່ອນ​
ໄຫວ​ທີ່ເຊື່ອມ​ໂຍງ​ກັບອົງ​ການ NRA, ທ່ານ​ພອ​ລ ເອ​ຣິກ​ສັນ ແລະ​ໄດ້ອາ​ໄສຢູ່​ກັບ​ທ່ານ.
ນາງ​ບູ​ຕີ​ນາ ຍັງ​ໄດ້​ລົງ​ທະ​ບຽນ​ເປັນ​ນັກ​ຮຽນ​ປະ​ລິນ​ຍາ​ໂທ ທີ່ມ​ະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​
ຣິ​ກັນ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ບ່ອນ​ທີ່​ນາງ​ສຳ​ເລັດ​ປະ​ລິນ​ຍາ​ໂທ​ ຝ່າຍການ​ພົວ​ພັນ
ຕ່າງ​ປະ​ເທດ​ໃນ​ຕົ້ນ​ປີ​ນີ້. ນາງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ທາງ​ການ​ເມືອງ​ຫຼາຍ​ເທື່ອ​ ຢູ່​ໃນ​ສະ
​ຫະ​ລັດ, ໂດຍຖ່າຍ​ຮູບວາງທ່​າ​ຖື​ປືນ​ຢູ່ໜ້າສື່ສັງ​ຄົມ ຕ່າງໆ ແລະ​ໄດ້​ເຂົ້າ​ຮ່ວມຢູ່​ໃນພິ​ທີ
ສູດ​ມົນ​ອາ​ຫານ​ເຊົ້າ​ແຫ່ງ​ຊາດ ​ໃນ​ປີ 2017 ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຊຶ່ງ​ເປັນພິ​ທີ​ປະ
​ຈຳ​ປີ ທີ່​ມັກ​ເຕັມ​ໄປ​ດ້ວຍ​ພວກ​ເຈົ້າ​ໜ້າ​ທີີ່​ການ​ເມືອງ​ສຳ​ຄັນ​ຂອງ​ສະ​ຫະ​ລັດ.

ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ​ກ່າວ​ຫາ ​ນາງ​ບູ​ຕີ​ນາວ່າ ​ເປັນ “​ສາຍ​ສອດ​ແນມຂອງ​ຣັດ​ເຊຍ”
​ທີ່​ຮັກ​ສາ​ການ​ຕິດ​ຕໍ່​ກັບພວກ​ນັກ​ສືບ​ຣັດ​ເຊຍ ໃນ​ການ​ປະ​ຕິ​ບັດ​ງານທີ່​ແນ​ໃສ່ແຊກ​ຊືມ
​ເຂົ້າ​ໃນ “ກູ່ມ​ພວກ​ນັກ​ເຮັດ​ນະ​ໂຍ​ລາຍແຫ່ງ​ຊາດ​ຕ່າງໆ ຂອງ​ສະ​ຫະ​ລັດ ເພື່ອ​ສົ່ງ​ເສີມ
ວຽກ​ງານໃນ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ພັນແຫ່ງຊາດ​ຣັດ​ເຊຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG