ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Tsarnaev ປະຕິເສດ ຂໍ້ຫາທຸກກະໂທງ (ວີດິໂອ)


Boston Bombing Suspect Pleads Not Guilty
please wait

No media source currently available

0:00 0:03:28 0:00
ລິງໂດຍກົງ

ທ້າວ Tsarnaev ສະແດງຕົວຢູ່ໃນສານລັດຖະບານທີ່ນະຄອນ​ບອສຕອນ​

ຜູ້ຕ້ອງ​ສົງ​ໄສວາງ​ລະ​ເບີດຢູ່​ ນະຄອນບອສຕອນ​ ທ້າວ Dzho-
khar Tsarnaev ​ໄດ້​ປະຕິ​ເສດບໍ່ຍອມຮັບຜິດໃນ ​ຂໍ້​ຫາ​ທຸກໆ
ກະ​ໂທ​ງທີ່​ເຊື່ອມ​ໂຍງ​ກັບ​ການວາງ​ລະ​ເບີດ​ສອງ​ບັ້ນ​ຕິດ​ຕໍ່​ກັນຢູ່
ໃກ້ໆ​ກັບ​ເສັ້ນໄຊຂອງການ ​ແຂ່ງແລ່ນທົນ​ມາຣາທອນ ​ເມື່ອວັນ
​ທີ 15 ເມສາຜ່ານ​ມານັ້ນ​.

ທ້າວ Tsarnaev ​ໄດ້ໄປໃຫ້ການ​ຕໍ່​ສານລັດຖະບານກາງທີ່
​ນະຄອນບອສຕອນ​ ໃນ​ວັນ​ພຸດ​ວານ​ນີ້ ​ແລະກ່າວຕອບຊໍ້າໆ
ວ່າ“not guilty” ຄື ບໍ່​ມີ​ຄວາມ​ຜິດ ​ຕໍ່​ຂໍ້​ຫາ 30 ກະ​ໂທ​ງທີ່​ສານ​
ອ່ານ​ອອກ​ມາ ໃນ​ການ​ຟ້ອງ​ຮ້ອງ​ຜູ້ກ່ຽວ​ນັ້ນ​.

ຂໍ້​ກ່າວ​ຫາ​ຕໍ່​ລາວມີ​ຮວມທັງ ​ໃຊ້​ອາວຸດ​ຂ້າ​ລ້າງ​ຜູ້​ຄົນ​ຈໍານວນ​ຫຼວງ​ຫຼາຍ ຊຶ່ງຖ້າຫາກຖືກພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ແທ້ ທ້າວ Tsarnaev ໄວ 19 ປີ ກໍ​ມີ​ສິດ​ຖືກໂທດ​ປະຫານ ຫຼື​ບໍ່ ກໍ​ຈໍາ​ຄຸກ​ຕະຫຼອດ​ຊີວິດ.

ການຖືກ​ນໍາໄປຂຶ້ນ​ສານຮັບ​ຟັງ​ຄໍາ​ຟ້ອງ​ຮ້ອງ ​ໃນ​ວັນ​ພຸດ​ວານ​ນີ້​ ​ແມ່ນ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ຜູ້ກ່ຽວ​ໄດ້​ປະກົດ​ຕົວໃນ​ທີ່​ສາທາລະນະ ນັບ​ຕັ້ງ​ແຕ່​ຖືກ​ຈັບ​ກຸມ​ ຫຼາຍໆ​ມື້​ຕໍ່​ມາ ​ຫຼັງ​ຈາກການ​ວາງ​ລະ​ເບີດ​ດັ່ງກ່າວ.

ມີ 3 ຄົນເສຍ​ຊີວິດ ​ແລະ​ມີ​ຫຼາຍ​ກ່ວາ 260 ຄົນ ​ໄດ້​ຮັບ​ບາດ​ເຈັບຈາກ​ການວາງລະ​ເບີດ​
ຄັ້ງ​ນັ້ນ. ທ້າວ Tsarnaev ຍັງ​ຖືກກ່າວ​ຫາ​ວ່າ​ສັງຫານ​ຕໍາຫຼວດຄົນ​ນຶ່ງ ບໍ່​ເທົ່າ​ໃດ​ມື້​ ຫຼັງ​ຈາກ
​ທີ່​ໄດ້​ວາງ​ລະ​ເບີດ ຊຶ່ງໃນເວລາ​ນັ້ນ ທ້າວ Tsarnaev ​ແລະ​ອ້າຍຂອງ​ລາວ ທ້າວ Tamer-
lan ກໍາລັງ​ພະຍາຍາມຫຼົບ​ໜີ​ເຈົ້າ​ໜ້າ​ທີ່ ຫຼັງຈາກ​ທີ່​ມີ​ການ​ແພ່​ພາບ​ວີ​ດີ​ໂອ​ຈາກ​ກ້ອງ​ວົງ​ຈອນ
ປິດ ​ໄປທົ່ວ​ປະ​ເທດ ​ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ເຂົາ​ພາຍ​ຖົງ​ເປ້​ຫຼັງ ຍ່າງໃນ​ທ່າມກາງຝູງ​ຊົນ
ຢູ່​ແຄມ​ຖະໜົນຕາມ​ເສ້ນທາງ​ແຂ່ງ​ແລ່ນທົນ​ມາຣາທອນ ກ່ອນເກີດ​ເຫດ​ລະ​ເບີດ​ນັ້ນ.

ທ້າວ Tamerlan Tsarnaev ​ໄດ້ເສຍ​ຊີວິດ​ໃນ​ການຍິງ​ຕໍ່​ສູ້​ກັນ​ກັບ​ຕໍາຫຼວດ.
ທ້າວ Dzhokhar ນັ້ນ​ໄດ້​ຖືກ​ຈັບ​ກຸມ ນຶ່ງ​ມື້​ຕໍ່​ມາ ຫຼັງ​ຈາກ​ທີ່​ໄດ້​ລີ້​ຊ້ອນ​ໃນ​ເຮືອ​ ຢູ່​ທາງຫຼັງ
ເຮືອນ​ຫຼັງນຶ່ງ​ໃນ​ເຂດ​ຊານ​ເມືອງ​ຂອງ​ນະຄອນບອສຕອນ. ລາວ​ໄດ້ບາດ​ເຈັບ​ສາຫັດ
ຕອນ​ທີ່ຖືກ​ຈັບ​ກຸມ​.

ທັງ​ສອງອ້າຍນ້ອງ​ Tsarnaev ​ນັບຖື​ສາສະໜາ​ອິສລາມ ​ແລະ​ໃຊ້​ເວລາ​ສ່ວນ​ໃຫຍ່​
ຂອງໄລຍະ 10 ປີຜ່ານມາ ​ຢູ່ໃນ​ສະຫະລັດ​ອາເມຣິກາ.

Boston Bombing Suspect Pleads Not Guilty
please wait

No media source currently available

0:00 0:03:28 0:00
ລິງໂດຍກົງ
XS
SM
MD
LG