ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ກ່າວ​ຫາ​ກັນ ແລະ ຄວາມ​ແຕກ​ແຍກ ຄອບ​ງຳ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ທີ່​ເປັນ​ປະ​ທານ​ໂດຍ ຣັດ​ເຊຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ຫົວ​ຂໍ້​ກ່ຽວ​ກັບ "ການ​ປ້ອງ​ກັນ​ກົດ​ເກນ​ຂອງ​ກົດ​ບັດ​ຫະ​ປະ​ຊາ​ຊາດຫຼາຍ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ນະ​ຄອນ ນິວຢອກ, 24 ເມ​ສາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ຫົວ​ຂໍ້​ກ່ຽວ​ກັບ "ການ​ປ້ອງ​ກັນ​ກົດ​ເກນ​ຂອງ​ກົດ​ບັດ​ຫະ​ປະ​ຊາ​ຊາດຫຼາຍ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ນະ​ຄອນ ນິວຢອກ, 24 ເມ​ສາ 2023.

ຄວາມ​ແຕກ​ແຍກ​ຢ່າງ​ຮຸນ​ແຮງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ແລະ ຣັດ​ເຊຍ ກ່ຽວ​ກັບ ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ​ພວກ​ເຂົາ​ໄດ້​ຄອບ​ງຳ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ເປັນ​ປະ​ທານ​ໂດຍລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາ​ວ​ຣອ​ຟ ໃນ​ວັນ​ຈັນ​ວານນີ້.

ຣັດ​ເຊຍ ໄດ້​ເປັນ​ປະ​ທານ​ວຽນຂອງ​ສະ​ພາ​ທີ່​ມີ 15 ປະ​ເທດ​ໃນ​ເດືອນນີ້. ແມ່ນ​ກະ​ທັ້ງ​ກ່ອນ​ເຂົ້າ​ໄປ​ໃນ​ຫໍ​ປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ທີ່​ຖືກ​ເລືອກ​ໂດຍ ຣັດ​ເຊຍ ຊື່​ວ່າ “ການ​ປ້ອງ​ກັນຫຼັກ​ເກນ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດຫຼາຍ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ” ນັ້ນ, ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ກ່າວ​ປະ​ນາມ​ສົງ​ຄາມ​ຂອງວັງ ​ເຄ​ຣັມ​ລິນ ຕໍ່ ຢູ​ເຄ​ຣນ ແລະ ຄວາມຫຼອກ​ລວງ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເລືອກ​ຫົວ​ຂໍ້​ກອງ​ປະ​ຊຸມ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂອ​ລາ​ຟ ສ​ກູກ ໄດ້​ກ່າວ, ເຊິ່ງ​ຖືກ​ອ້ອມ​ຮອບ ​ໂດຍ​ບັນ​ດາ​ທູດ​ພິ​ເສດ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ​ທັງ​ໝົດ 27 ປະ​ເທດ​ວ່າ “ດ້ວຍ​ການ​ຈັດ​ການ​ໂຕ້​ວາ​ທີນີ້ ຣັດ​ເຊຍ ແມ່ນ​ພະ​ຍາ​ຍາມ​ທີ່​ຈະ​ອະ​ທິ​ບາຍ​ຕົນ​ເອ​ງ​ວ່າ​ເປັນ​ຜູ້​ປ້ອງ​ກັນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ພັນ​ທ​ະ​ມິດຫຼາຍ​ຝ່າຍ. ບໍ່​ມີ​ຫຍັງ​ສາ​ມາດ​ເປັນ​ຫຼາຍກວ່ານີ້​ຈາກ​ຄວາມ​ຈິງ. ມັນ​ແມ່ນ​ການ​ດູ​ຖູກ. ພວກ​ເຮົາ​ທຸກ​ຄົນ​ຮູ້​ວ່າໃນ​ຂະ​ນະ​ທີ່ ຣັດ​ເຊຍ ກຳ​ລັງ​ທຳ​ລາຍ, ພວກ​ເຮົາ​ແມ່ນ​ກຳ​ລັງ​ສ້າງ​ສາ. ໃນ​ຂະ​ນະ​ທີ່​ພວກ​ເຂົາ​ລ່ວງ​ລະ​ເມີດ, ພວກ​ເຮົາ​ປົກ​ປ້ອງ. ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ, ສານ​ຍຸດ​ຕິ​ທຳ​ສາ​ກົນ, ສາ​ນ​ອາ​ຍາ​ສາ​ກົນ ທຸກ​ບ່ອນ​ທີ່​ເຈົ້າ​ແນມ​ເບິ່ງ, ຣັດ​ເຊຍ ແມ່ນບໍ່​ໃຫ້​ຄວາມ​ເຄົາ​ລົບ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ ລິນ​ດາ ທອມມ​າ​ສ ກ​ຣີນ​ຟີ​ລ​ດ໌, ເຊິ່ງ​ຖືກ​ອ້ອມ​ຂ້າງ​ໂດຍ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ກາ​ນາ​ດາ ແລະ ໄອ​ຣ​ແລນ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ຣັດ​ເຊຍ ໄດ້​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງກວ້າງ​ຂວາງ ແລະ ເສ​ລີ​ພາບ​ພື້ນ​ຖາ​ນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG