ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ອິສລາມ ຈີຮາດ ກ່າວວ່າ ລະເບີດແຕກສັງຫານ ສະມາຊິກຂອງຕົນ 4 ຄົນ


ພວກສະມາຊິກກຸ່ມອິສລາມ ຈີຮາດ ໃສ່ຜ້າປິດໜ້າ ເດີນສວນ
ສະໜາມ ໃນລະຫວ່າງພິທີສົ່ງສະການ ຂອງພວກເພື່ອນນັກລົບ ຊາບານ ອາລ-ດາດູ ເຊິ່ງສົບຂອງຜູ້ກ່ຽວ ໄດ້ຖືກພົບເຫັນຢູ່ໃຕ້
ຊາກຫັກພັງຢູ່ເຂດກາຊາ ໃນວັນພຸດ, ວັນທີ 6 ສິງຫາ 2014. (AP Photo/Hatem Moussa)
ພວກສະມາຊິກກຸ່ມອິສລາມ ຈີຮາດ ໃສ່ຜ້າປິດໜ້າ ເດີນສວນ ສະໜາມ ໃນລະຫວ່າງພິທີສົ່ງສະການ ຂອງພວກເພື່ອນນັກລົບ ຊາບານ ອາລ-ດາດູ ເຊິ່ງສົບຂອງຜູ້ກ່ຽວ ໄດ້ຖືກພົບເຫັນຢູ່ໃຕ້ ຊາກຫັກພັງຢູ່ເຂດກາຊາ ໃນວັນພຸດ, ວັນທີ 6 ສິງຫາ 2014. (AP Photo/Hatem Moussa)

ພວກກຸ່ມຫົວຮຸນແຮງອິສລາມ ຈີຮາດ ກ່າວວ່າ ສະມາຊິກຂອງຕົນ 4 ຄົນ
ໄດ້ຖືກສັງຫານ ໃນວັນເສົາວານນີ້ ໃນເຫດລະເບີດແຕກໂດຍບັງເອີນ ຢູ່ໃນ
ເຂດກາຊາ ໃກ້ກັບຊາຍແດນຂອງອິສຣາແອລ.

ເຫດລະເບີດແຕກ ປາກົດວ່າ ໄດ້ຖືກລົດສາມລໍ້ ຢູ່ໃກ້ກັບສະຖານທີ່ພັກ
ຊົ່ວຄາວ ຂອງພວກປະທ້ວງຊາວປາແລັສໄຕນ໌. ກຸ່ມອິສລາມຈີຮາດ ກ່າວ
ວ່າ 4 ຄົນ ໄດ້ເສຍຊີວິດ “ໃນລະຫວ່າງທີ່ທຳການຈັດກຽມຢູ່ນັ້ນ” ໂດຍບໍ່ໄດ້
ໃຫ້ລາຍລະອຽດຕື່ມອີກ.

ໃນວັນສຸກທີ່ຜ່ານມານີ້ ກະຊວງສາທາລະນະສຸກຂອງກາຊາ ໄດ້ກ່າວວ່າ
ຊາວປາແລັສໄຕນ໌ ຄົນນຶ່ງ ໄດ້ເສຍຊີວິດ ແລະ ອີກຫຼາຍກວ່າ 900 ຄົນ
ກໍໄດ້ຮັບບາດເຈັບ ໃນວັນສຸກເຊັ່ນກັນ ໂດຍ ທະຫານຂອງອິສຣາແອລ
ຜູ້ທີ່ໄດ້ໃຊ້ປືນຍິງໃສ່ ແລະ ແກັສນ້ຳຕາ ເພື່ອຕ້ານທານ ການພະຍາຍາມ
ຫຼາຍຄັ້ງຂອງພວກຊາວປາແລັສໄຕນ໌ ທີ່ຈະຂ້າມຮົ້ວຊາຍແດນ ທີ່ແບ່ງ
ແຍກເຂດກາຊາ ທີ່ປົກຄອງໂດຍປາແລັສໄຕນ໌ ຈາກ ອິສຣາແອລ.

ຄວາມຮຸນແຮງ ໄດ້ລະເບີດຂຶ້ນ ໃນວັນສຸກແລ້ວນີ້ ຫຼັງຈາກ ພວກ
ປາແລັສໄຕນ໌ ຫລາຍພັນຄົນ ໄດ້ເລີ້ມຈັດຕັ້ງການປະທ້ວງຢູ່ເລາະຊາຍ
ແດນ. ອັນເປັນການປະທ້ວງທີ່ກຳນົດຂຶ້ນເປັນອາທິດທີສາມ ໄປເຖິງກາງ
ເດືອນພຶດສະພາ. ການປະທ້ວງທີ່ວ່ານັ້ນ ໄດ້ຍັງຜົນເຮັດໃຫ້ມີຜູ້ເສຍຊີວິດ
ແລ້ວ ຫຼາຍສິບຄົນ ແລະບາດເຈັບຫຼາຍພັນຄົນ.

ພວກປະທ້ວງຮຽກຮ້ອງໃຫ້ຍຸຕິການປິດກັ້ນທີ່ມີມາເປັນເວລາຍາວນານ
ແລະ ອະນຸຍາດໃຫ້ຊາວປາແລັສໄຕນ໌ ອົບພະຍົບທັງຫຼາຍ ກັບຄືນໄປອັນທີ່ ປັດຈຸບັນນີ້ ແມ່ນ ອິສຣາແອລ ບ່ອນທີ່ພວກບັນພະບຸລຸດຂອງພວກເຂົາ
ເຈົ້າອາໄສຢູ່ ກ່ອນໜ້າທີ່ຈະຖືກກົດດັນໃຫ້ຫລົບໜີໄປ ພາຍຫຼັງທີ່ໄດ້ສ້າງ
ຕັ້ງ ອິສຣາແອລ ໃນປີ 1948. ອິສຣາແອລ ໄດ້ຕັດສິດໃນການກັບຄືນເຂົ້າ
ມາອາໄສ ຊ້ຳແລ້ວຊ້ຳອີກ ຍ້ອນຄວາມເປັນຫ່ວງວ່າ ອິສຣາແອລ ຈະສູນ
ເສຍ ການມີສຽງສ່ວນຫຼາຍໃນໝູ່ຊາວຢິວຂອງຕົນນັ້ນ.

Gaza Blast
please wait
Embed

No media source currently available

0:00 0:01:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG