ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອຸປະຕິເຫດ ຕາມທາງດ່ວນວຽງຈັນ-ວັງວຽງ  ເປັນບັນຫາ ທີ່ໜ້າເປັນຫ່ວງ 


ລົດທີ່ຖືກອຸປະຕິເຫດ ຢູ່ທາງດ່ວນ ວຽງຈັນ-ວັງວຽງ
ລົດທີ່ຖືກອຸປະຕິເຫດ ຢູ່ທາງດ່ວນ ວຽງຈັນ-ວັງວຽງ

ທາງດ່ວນວຽງຈັນ-ວັງວຽງ ຊຶ່ງສ້າງຂຶ້ນ ດ້ວຍການລົງທຶນຮ່ວມ ລະຫວ່າງກຸ່ມບໍລິສັດຮຸ້ນ
ສ່ວນຂອງຈີນ ແລະລັດຖະບານລາວທີ່ເປີດໃຫ້ຄົນໃຊ້ຢ່າງເປັນທາງການໃນທ້າຍເດືອນ
ທັນວາຜ່ານມານີ້ແມ່ນມີອຸປະຕິເຫດເກີດຂຶ້ນເລື້ອຍຢ່າງໜ້າເປັນຫ່ວງ ຊຶ່ງມີຫລາຍສາຍ
ເຫດ. ກິ່ງສະຫວັນ ມີລາຍງານເລື້ອງນີ້ຈາກ ນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ

ທາງດ່ວນວຽງຈັນ-ວັງວຽງ ເປັນທາງດ່ວນເສັ້ນທໍາອິດ ໃນປະເທດລາວ. ມັນມີຄວາມຍາວປະມານ 110 ກິໂລແມັດ, ກວ້າງ 23 ແມັດ ແລະມີ 4 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານ
ກັບຖະໜົນເລກ 13 ເໜືອ ແຕ່ສີ່ແຍກ ບ້ານສີເກີດ, ເມືອງນາຊາຍທອງ ໄປຫາເມືອງໂພນ
ໂຮງ ແລ້ວເລັງຜ່ານຫີນເຫີບໄປຫາບ້ານທ່າເຮືອ, ເມືອງວັງວຽງ ແລະຖືກອອກແບບມາໃຫ້
ລົດແລ່ນໄວປະມານ 80 ກິ ໂລແມັດຫາ 100 ກິໂລແມັດຕໍ່ຊົ່ວໂມງໄດ້ ຊຶ່ງເຮັດໃຫ້ການເດີນທາງ ສະດວກຂຶ້ນ ແລະປະຢັດເວລາໄດ້ຫລາຍ ເມື່ອທຽບໃສ່ເສັ້ນທາງເດີມ ກໍຄືທາງເລກ 13 ເໜືອ.

ຂະນະທີ່ປະຊາຊົນໄດ້ເລີ້ມໃຊ້ທາງດ່ວນມາໄດ້ 3 ເດືອນ ກໍຄືນັບແຕ່ທ້າຍເດືອນທັນວາຜ່ານ
ມານີ້ ແມ່ນມີອຸປະຕິເຫດເກີດຂຶ້ນຢູ່ເລື້ອຍໆ ຢ່າງໜ້າເປັນຫ່ວງ. ນຶ່ງໃນອຸປະຕິເຫດໃຫຍ່ ທີ່
ຫາກໍ່ເກີດເມື່ອມໍ່ໆມານີ້ກໍຄືອຸປະຕິເຫດ ທີ່ພາໃຫ້ສອງອ້າຍ ນ້ອງເສຍຊີວິດ ໃນຄືນດຽວກັນ
ຂອງວັນທີ 14 ກຸມພາ ກໍຄືວັນວາເລນທາຍສ໌ທີ່ ຜ່ານມານີ້ ຊຶ່ງຜູ້ນຶ່ງ ແມ່ນເສຍຊີວິດຍ້ອນຂັບ
ລົດຕໍາງົວ ຢູ່ໃກ້ບ້ານໜອງຄັນຄູ, ເຂດເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ແລະ
ອີກຄົນ ນຶ່ງແມ່ນເສຍຊີວິດໃນອຸປະຕິເຫດ ຢູ່ທາງດ່ວນເສັ້ນດຽວກັນ ຢູ່ໃນເຂດເມືອງວັງ
ວຽງ, ອີງຕາມການບອກເລົ່າຂອງຜູ້ເຫັນເຫດການຄົນນຶ່ງ ໃນເຂດເມືອງນາຊາຍທອງ ຊຶ່ງ
ນາງເລົ່າສູ່ຟັງວ່າ: ​

“ຢູ່ແຖວໜອງຄັນຄູພຸ້ນ ລາວຂີ່ໄວຕິ ໂຄ້ງບໍ່ທັນລະກະໄປຕໍາອັນນັ້ນ ລະກະຕໍາເອົາງົວແນ່
ມັນສອງອັນນັ້ນ ມັນກະຢູ່ແຖວໜອງຄັນຄູ ໄປຫານໍ້າກ້ຽງນີ້ ແມ່ນສອງອ້າຍນ້ອງລູກແມ່
ດຽວກັນຫັ້ນລະ ຕາຍມື້ດຽວກັນ ແມ່ນວັນທີ 14 ກຸມພາ. ຜູ້ນຶ່ງຫັ້ນຕາຍທາງວັງວຽງ ກະໂຕ
ວັນທີ14 ຫັ້ນລະ ສອງອ້າຍນ້ອງເຂົາຫັ້ນແຫລະ ຕາຍມື້ດຽວກັນ ແຕ່ບໍ່ໄດ້ຕາຍຢູ່ຈຸດດຽວ
ກັນຄົນລະຈຸດ ແຕ່ມື້ດຽວກັນ."

ທາງດ່ວນທີ່ວ່ານີ້ເປັນພາກສ່ວນທໍາອິດຂອງໂຄງການກໍ່ສ້າງທາງດ່ວນຄູ່ຂະໜານກັບທາງ
ລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ນະຄອນຫວງວຽງຈັນໄປຫາດ່ານຊາຍແດນບໍ່ເຕັນ, ແຂວງ
ຫລວງນໍ້າທາ. ຕໍ່ສະພາບການເກີດອຸປະຕິເຫດ ທີ່ມັກເກີດຂຶ້ນຢູ່ ເລື້ອຍໆເຊັ່ນນີ້ ທາງເຈົ້າ
ໜ້າທີ່ຄວບຄຸມ ໂຄງການສ້າງທາງລົດໄຟລາວ-ຈີນ ໃນ ເຂດນະຄອນຫລວງວຽງຈັນ ທີ່ມີ
ສ່ວນກ່ຽວພັນກັບທາງດ່ວນດັ່ງກ່າວ ໃຫ້ຄໍາເຫັນວ່າ ສາເຫດກໍມາຈາກຫລາຍປະເດັນ ຊຶ່ງ
ນອກຈາກການຂາດສະຕິຂອງ ຜູ້ຂັບຂີ່ແລ້ວ ຍັງກ່ຽວຂ້ອງກັບພາກສ່ວນອື່ນອີກ ຊຶ່ງທ່ານ
ກ່າວດັ່ງນີ້:

“ອຸປະຕິເຫດບົນທາງດ່ວນ ຄືລົດປ໊ອກລົດປິ້ນ ມີຫລາຍສາຍເຫດ ໂຕຫລັກໆລະ ແມ່ນ
ເກີດຈາກຜູ້ຊົມໃຊ້ເສັ້ນທາງ. ບາງທີກະຮູ້ລະບຽບຢູ່ແຕ່ສະຕິຜູ້ຂັບຂີ່ມີໜ້ອຍແນ່ ບາງທີກາ
ໄປຖອກໄປທ່ຽວ ວັງວອກ ວັງວຽງບໍ ບາດຂາກັບມາ ພາກັນກິນດື່ມ ກະມຶນເມົາເນາະ ເຮັດ
ໃຫ້ສະຕິ ໃນການຂັບຂີ່ຫລຸດລົງ ຂັບລົດກາຢຽບເອົາເຕັມທີ່ ຍາມມີອີ່ຫຍັງຕັດໜ້າ ກະເອົາ
ນໍາບໍ່ທັນ ລົດກາປິ້ນ ນີ້ຄືສາເຫດ 1. ສາ ເຫດທີ 2 ກະແມ່ນການຂາດຄວາມເອົາໃຈໃສ່
ຂອງພໍ່ແມ່ປະຊາຊົນ ປ່ອຍໃຫ້ສັດເຂົ້າມາໃນເສັ້ນທາງເນາະ ແລະອັນທີ 3 ນີ້ ກະຄືຄວາມ
ຮັບຜິດຊອບຂອງທາງດ່ວນນີ້, ຊິວ່າ ເຮັດບໍ່ໄດ້ມາດຕະຖານເຕັກນິກບໍ ກໍບໍ່ແມ່ນ. ເລື້ອງ
ທາງມັນກະໄດ້ມາດຕະຖານເຕັກນິກຢູ່ ແຕ່ວ່າການຄຸ້ມຄອງບໍ່ໃຫ້ມີສັດເຂົ້າມາຫັ້ນ, ຄືເຮົາ
ເຫັນຢູ່ຫັ້ນຫລະ ການເຮັດຮົ້ວເຮັດຫຍັງຫັ້ນ ບາງບ່ອນກໍຍັງບໍ່ທັນທົ່ວເຖິງ ເຮັດໃຫ້ສັດສາ
ເລັດລອດເຂົ້າມາໄດ້ ອັນນີ້ ຊິວ່າບໍ່ຖືກເຕັກນິກກາບໍ່ແມ່ນ. ອັນນີ້ມັນເປັນວຽກເສີມທາງ
ດ້ານຄວາມປອດໄພ.”

ທ່ານໃຫ້ຄໍາເຫັນກ່ຽວກັບບັນຫາດັ່ງກ່າວນີ້ອີກວ່າ:

“ຕາມຂໍ້ຕົກລົງຂອງກະຊວງໂຍທາ ເພິ່ນໄດ້ຕົກລົງຫັ້ນຫລະແມ່ນ ທາງກະຊວງເພິ່ນກະ
ມອບໃຫ້ທາງດ່ວນ ໃຫ້ປະຕິບັດຕາມ ກໍາລັງເລີ້ມລົງມືປະຕິບັດເນາະ ໂດຍສະເພາະການ
ປ້ອງກັນບໍ່ໃຫ້ສັດເຂົ້າມານີ້ແຫລະເນາະ. ບັນຫາຫລັກໆກະຄືຕໍາສັດ, ບັນຫາທີສອງກະ
ຄວາມໄວຂອງການຂັບຂີ່ ແລະຄວາມຊິນເຄີຍຂອງຜູ້ຊົມໃຊ້ທາງດ່ວນນີ້ແຫລະ, ບາງທີ
ໃຊ້ຄວາມໄວຫລາຍ ກາເອົານໍາບໍ່ທັນເນາະ.”

ທາງດ່ວນວຽງຈັນ-ວັງວຽງເປັນໂຄງການລົງທຶນຮ່ວມລະຫວ່າງກຸ່ມ ບໍລິສັດຮຸ້ນສ່ວນກໍ່ສ້າງ
ແລະລົງທຶນຢຸນນານຂອງຈີນ ກັບລັດຖະບານລາວ ຊຶ່ງໃນນັ້ນລັດ ຖະບານລາວ ມີຮຸ້ນສ່ວນ 5 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ທີ່ມີ 1,300 ລ້ານໂດລາ. ເຖິງແມ່ນຫາກໍເປີດ
ໃຫ້ຄົນນໍາໃຊ້ ເສັ້ນທາງດັ່ງກ່າວ ໄດ້ພຽງ 3 ເດືອນເທົ່ານັ້ນກໍຕາມ ປາກົດວ່າມັກມີອຸປະຕິ
ເຫດທີ່ໜັກເກີດຂຶ້ນຕາມທາງດ່ວນເລື້ອຍມາຢ່າງໜ້າເປັນຫ່ວງ ຊຶ່ງສະພາບການນີ້ແມ່ນ
ເກີດມາຈາກຫຼາຍສາເຫດ. ໃນນັ້ນ ນອກຈາກການຂາດສະຕິຂອງຜູ້ຂັບຂີ່ແລ້ວ ກໍຍັງຂາດ
ມາດຕະການຮັບ ປະກັນຄວາມປອດໄພຕາມທ້ອງຖະໜົນຢ່າງພຽງພໍ ຊຶ່ງກໍຄືທາງບໍລິສັດ
ລົງທຶນສ້າງທາງດ່ວນ ບໍ່ໄດ້ສ້າງຮົ້ວກັ້ນລຽບ ຕາມທາງດ່ວນໃຫ້ຄົບໝົດທຸກບ່ອນ ຕະຫຼອດ
ທັງຂາດການໃຫ້ການສຶກສາ, ໂຄສະນາ ແລະອົບຮົມໃຫ້ປະຊາຊົນຢູ່ເຂດໃກ້ທາງດ່ວນ
ເຂົ້າໃຈເຖິງຄວາມຮັບຜິດຊອບຂອງເຂົາເຈົ້າໃນການດູແລສັດລ້ຽງ ຂອງຕົນ ບໍ່ໃຫ້ເຂົ້າໄປ
ໃກ້ບໍລິເວນທາງດ່ວນອີກດ້ວຍ.

XS
SM
MD
LG