ບັນດາຜູ້ລົງແຂ່ງຂັນເປັນປະທານາທິບໍດີ ເກົາຫຼີໃຕ້ ທີ່ນຳໜ້າໝູ່ ໄດ້ຕຳນິ ການຟ້າວ
ຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THAAD ຂອງສະຫະລັດ ພຽງໜ້ອຍກວ່າ ສອງ
ສັບປະດາເທົ່ານັ້ນ ກ່ອນໜ້າການເລືອກຕັ້ງ.
ເມື່ອຕອນເຊົ້າວັນພຸດວານນີ້ ຂະບວນລົດບັນທຸກທະຫານ 20 ຄັນ ແລະ ລົດພ້ວງ
ຈຳນວນນຶ່ງ ໄດ້ຂົນສົ່ງອຸປະກອນຕ່າງໆ ສຳລັບ ໜ່ວຍປ້ອງກັນລູກສອນໄຟ ລະບົບ
ຕໍ່ຕ້ານລູກສອນໄຟ ທີ່ຍິງມາໃນລະດັບສູງ ຫຼື THAAD ໄປຍັງຈຸດທີ່ໄດ້ຖືກກຳນົດ
ໃຫ້ເປັນບ່ອນຕິດຕັ້ງ ຢູ່ທີ່ສະໜາມກອັຟ ຊຶ່ງບໍລິສັດ Lotte ເປັນເຈົ້າຂອງ ໃນຊານ
ເມືອງ Seongju ທາງພາກຕາເວັນອອກສຽງໃຕ້ຂອງປະເທດ. ລວມຢູ່ໃນອຸປະກອນ
ແມ່ນມີອົງປະກອບຕ່າງໆ ທີ່ສຳຄັນ ສາມາດເຮັດໃຫ້ລະບົບ THAAD ນັ້ນ ປະຕິບັດ
ງານໄດ້ ປະກອບດ້ວຍ: ຖານຍິງເຄື່ອນທີ່ໃນຖະໜົນ ເຄື່ອງສະກັດລູກສອນໄຟ ທີ່
ຕິດຕັ້ງດ້ວຍລະບົບສະແຫວງຫາ ດ້ວຍແສງ infrared ທີ່ແນ່ນອນອັນທັນສະໄໝ
ແລະ ລະບົບເຣດາ ທີ່ມີປະສິດທິພາບສູງ ເພື່ອແນໃສ່ລູກສອນໄຟຂອງສັດຕູ.
ໃນວັນພະຫັດມື້ນີ້ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ໄດ້ກ່າວວ່າ ລະບົບ
THAAD ໄດ້ຖືກສົ່ງໄປປະຈຳການລ່ວງໜ້າກ່ອນກຳນົດ ເພື່ອຮັບມືກັບໄພຂົ່ມຂູ່
ທີ່ເພີ່ມຂຶ້ນ ຈາກອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ.
ທ່ານ Moon Sang-kyun ໂຄສົກຂອງກະຊວງດັ່ງກ່າວ ກ່າວວ່າ “ອີງຕາມຄວາມ
ເຂົ້າໃຈຮ່ວມກັນ ລະຫວ່າງ ເກົາຫຼີໃຕ້ ແລະ ສະຫະລັດ ແລະ ສະຖານະການ
ຄວາມປອດໄພ ທີ່ຮ້າຍແຮງ ຢູ່ແຫຼມເກົາຫຼີ ຈຶ່ງຈຳເປັນຕ້ອງໄດ້ຕິດຕັ້ງ ຢ່າງຮີບດ່ວນ
ຄວາມອາດສາມາດຂອງລະບົບ THAAD ໃຫ້ປະຕິບັດງານໄດ້ ໃນທັນທີທັນໃດ.”
ພົນເຮືອເອກ Harry Harris ຜູ້ບັນຊາການ ກອງບັນຊາການ ເຂດປາຊີຟິກ ຂອງ
ສະຫະລັດ ຫຼື PACOM ໄດ້ບອກ ຄະນະລັດຖະສະພາ ໃນການຮັບຟັງ ຄຳໃຫ້ການ
ຢູ່ທີ່ວໍຊິງຕັນ ໃນວັນພຸດວານນີ້ວ່າ ລະບົບ THAAD ຈະປະຕິບັດງານໄດ້ “ໃນສອງ
ສາມມື້ຂ້າງໜ້ານີ້.”
ແຕ່ເປັນທີ່ບໍ່ໜ້າເຊື່ອເລີຍ ການປະຕິບັດການຂ້າມຄືນ ໄດ້ມີຂຶ້ນ ກ່ອນໜ້າການກໍ່ສ້າງ
ແລະ ການກວດສອບໃນດ້ານສະພາບແວດລອມ ຢູ່ທີ່ຈຸດຕິດຕັ້ງ ໄດ້ສຳເລັດໄປແລ້ວ
ແລະ ບໍ່ດົນກ່ອນໜ້າການເລືອກຕັ້ງປະທານາທິບໍດີ ໃນວັນທີ 9 ພຶດສະພາ ຊຶ່ງລະບົບ
THAAD ໄດ້ກາຍເປັນເລື່ອງບັນຫາແຕກແຍກ ໃນການໂຄສະນາຫາສຽງ ຂອງບັນດາ
ຜູ້ສະໝັກ.