ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ IPIC ແລະ Aabar ຂອງ​ອາ​ບູ ດາ​ບີ ຈະ​ຈ່າຍ​ເງິນ 1.8 ຕື້​ໂດ​ລາ ແກ່​ມາ​ເລ​ເຊຍ ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ກ່ຽວ​ກັບ​ກອງ​ທຶນ 1MDB


(ພາບ​ໃນ​ແຟມທີ່​ຖ່າຍ​ໃນ​ວັນ​ທີ 9 ພຶດ​ສະ​ພາ, 2015) ສະ​ແດງ​ໃຫ້​ເຫັນ​ສຳ​ນັກ​ງານຂອງກອງ​ທຶນ​ເພື່ອ​ການ​ລົງ​ທຶນລັດ​ຖະ​ບານ​ມາ​ເລ​ເຊຍ ຫລື 1MDB ຢູ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ
(ພາບ​ໃນ​ແຟມທີ່​ຖ່າຍ​ໃນ​ວັນ​ທີ 9 ພຶດ​ສະ​ພາ, 2015) ສະ​ແດງ​ໃຫ້​ເຫັນ​ສຳ​ນັກ​ງານຂອງກອງ​ທຶນ​ເພື່ອ​ການ​ລົງ​ທຶນລັດ​ຖະ​ບານ​ມາ​ເລ​ເຊຍ ຫລື 1MDB ຢູ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ

ກະຊວງ​ການ​ເງິນ​ຂອງ​ມາ​ເລ​ເຊຍ ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ບໍລິສັດ​ລົງທຶນດ້ານ​ນ້ຳມັນ​ສາກົນ ຫລື IPIC ຂອງ​ອາ​ບູ ດາ​ບີ (Abu Dhabi) ​ແລະ​ໜ່ວຍ​ງານ Aabar Investments PJS ​ຂອງ​ບໍ​ລິ​ສັດ​ນັ້ນ ໄດ້​ຕົກລົງ​ຈະ​ຈ່າຍ​ເງິນ 1.8 ຕື້​ໂດ​ລາ ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທາງ​ກົດໝາຍ​ກ່ຽວ​ກັບ​ເລື້ອງທີ່​ເປັນ​ຂ່າວນອງ​ນັນຢູ່​ທີ່ກອງທຶນ​ຂອງ​ລັດ​ຖະ​ບານມາ​ເລ​ເຊຍ ຫລື 1MDB, ອີງ​ຕາມ​ກະ​ຊວງ​ການ​ເງິນ​ມາ​ເລ​ເຊຍ​ກ່າວ ແລະ​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ມາ​ເລ​ເຊຍ​ໃນ​ປີ 2018 ​ໄດ້​ຍື່ນຄຳ​ຟ້ອງຮ້ອງ ​ຕໍ່​ສານ​ລອນ​ດອນ​ຕໍ່​ຂໍ້​ຕົກລົງ​ໃນການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ນຳ​ກັນລະຫວ່າງ 1MDB ​ແລະ IPIC ທີ່​ໄດ້​ມີ​ການ​ເຈລະຈາກັນ​ໃນ 1 ​ປີ ​ກ່ອນໜ້ານັ້ນ ​ໃນໄລ​ຍະ​ການ​ເປັນ​ນາ​ຍົກ​ຂອງ​ອະດີດ​ຜູ້ນຳປະ​ເທດ, ທ່ານນາ​ຈີບ ຣາ​ຊັກ (Najib Razak).

ທ່ານນາ​ຈີບ​ຖືກ​ຕັດ​ສິນ​ໃຫ້​ຖືກ​ຈຳຄຸກ 12 ປີ​ ໃນ​ປີ​ກາຍ​ນີ້ ຫຼັງ​ຈາກ​ຖືກ​ພົບເຫັນ​ວ່າ ​ມີ​ຄວາມ​ຜິດ​ໃນ​ຄະ​ດີສໍ້​ລາດ​ບັງ​ຫຼວງ​ທີ່​ກ່ຽວ​ຂ້ອງ​ກັບກອງ​ທຶນ 1MDB.

ໃນສິ່ງທີ່ບໍ່​ເຫັນ​ດີ​ນຳ​ນັ້ນ ທາງມາເລເຊຍໄດ້ໂຕ້ແຍ້ງວ່າ ການຕົກ​ລົງແກ້​ໄຂ​ຂໍ້​ຂັດ​ແຍ້ງ​ກັນ​ໃນ​ປີ 2017 ໄດ້ຖືກຈັດ​ໄປດ້ວຍການສໍ້ໂກງ.

ກະຊວງ​ການ​ເງິນ ​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ບັນ​ດາບໍລິສັດຂອງ​ອາ​ບູ ດາ​ບີ, 1MDB ​ແລະ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ມາ​ເລ​ເຊຍ ​ໄດ້​ບັນລຸ​ການ​ຕົກ ລົງແກ້​ໄຂຂໍ້​ຂັດ​ແຍ້ງ​ນຳ​ກັນ ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ຢູ່​ສານຕັດສິນ​ຊີ້​ຂາດ​ສາກົນ​ລອນ​ດອນ​ ແລະ​ສານ​ສູງ​ລອນ​ດອນ.

ອ່ານ​ຂ່າວນີ້​ເພີ້ມ​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG