ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເອ​ແບ​ຣມ​ສ໌ ກ່າວ​ວ່າ ຈະ​ມີ ​ມາດ​ຕະ​ການ​ລົງ​ໂທດ ເພີ່ມ​ເຕີມ ຕໍ່ພັນ​ທະ​ມິດ ​ຂອງ​ທ່ານ ມາ​ດູ​ໂຣ


ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ ເວ​ເນ​ຊູ​ເອ​ລາ ທ່ານ ແອ​ລ​ລຽດ ເອ​ແບ​ຣມ​ສ໌ ຊີ້​ມື​ໃສ່​ທູດ ຣັດ​ເຊຍ ປະ​ຈ​ຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ລະ​ຫວ່າງ​ການ​ໂຕ້​ຖຽງ​ກັນ​ ກ່ຽວ​ກັບ ເວ​ເນ​ຊູ​ເລາ ຢູ່​ສະ​ພາ​ຄວາມ​ໝັ້ນ​ຍ​ຄົງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 26 ກຸມ​ພາ, 2019.
ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ ເວ​ເນ​ຊູ​ເອ​ລາ ທ່ານ ແອ​ລ​ລຽດ ເອ​ແບ​ຣມ​ສ໌ ຊີ້​ມື​ໃສ່​ທູດ ຣັດ​ເຊຍ ປະ​ຈ​ຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ລະ​ຫວ່າງ​ການ​ໂຕ້​ຖຽງ​ກັນ​ ກ່ຽວ​ກັບ ເວ​ເນ​ຊູ​ເລາ ຢູ່​ສະ​ພາ​ຄວາມ​ໝັ້ນ​ຍ​ຄົງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 26 ກຸມ​ພາ, 2019.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ສະ​ຫະ​ລັດ ທ່ານນຶ່ງ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ລັດ​ຖະ​ບານ
ທ່ານ ທຣຳ ຈະວາງມາດຕະການຕື່ມອີກຕໍ່ ເວເນຊູເອລາ ໃນບໍ່ເທົ່າໃດວັນ ທີ່ຈະມາ
ເຖິງນີ້.

ທູດ​ພິ​ເສດ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ ທ່ານ ແອ​ລ​ລຽດ ເອ​ແບ​ຣມ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​
ຂ່າວທີ່ອົງການສະຫະປະຊາຊາດ, ບ່ອນທີ່ທ່ານໄດ້ຂຶ້ນກ່າວຕໍ່ກອງປະຊຸມຂອງສະພາ
ຄວາມໝັ້ນຄົງທີ່ ສະຫະລັດ ຮຽກຮ້ອງໃຫ້ຈັດຂຶ້ນນັ້ນວ່າ “ພວກເຮົາໄດ້ປະກາດມາດ
ຕະການລົງໂທດບາງຢ່າງມື້ວານນີ້. ທ່ານໄດ້ກ່າວວ່າ ມັນຈະມີເພີ່ມອີກ. ມັນຈະມີມາ
ອີກໃນທິດນີ້. ມັນຈະມີຕື່ມອີກທິດໜ້າ. ພວກເຮົາຈະສືບຕໍ່ວາງມາດຕະການລົງໂທດ
ຕໍ່ສະມາຊິກລະດັບສູງ ຂອງລະບອບການປົກຄອງນັ້ນ ແລະ ປະຊາຊົນຜູ້ທີ່ຈັດການ
ກັບບັນຫາດ້ານການເງິນຂອງເຂົາເຈົ້າ.”

ທ່ານເອ​ແບ​ຣມ​ສ໌ ຍັງ​ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ຈະ​ນຳ​ສະ​ເໜີ​ຮ່າງຍັດ​ຕິດັ່ງ​ກ່າວ​ເພື່ອ ​ລົງ​
ຄະແນນສຽງ ໃນສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນທິດນີ້, ເຊິ່ງຈະ
ຮຽກຮ້ອງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ສາມາດເຂົ້າໄປໃນປະເທດດັ່ງກ່າວ
ໄດ້.

ທັງ​ ວໍ​ຊິງ​ຕັນ ແລະ ມົ​ສ​ກູ ​ຕ່າງ​ກໍໄດ້ຮ່າງ​ຍັດ​ຕິ ​ທີ່ແຂ່ງ​ກັນ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ ແຕ່
ຍັງບໍ່ໄດ້ກ້າວໜ້າໄປເຖິງຂັ້ນການລົງຄະແນນສຽງເທື່ອ. ຣັດເຊຍ, ເຊິ່ງແມ່ນພັນທະມິດ
ທີ່ໃກ້ຊິດຂອງປະທານາທິບໍດີ ນິໂຄລັສ ມາດູໂຣ ທີ່ມີບັນຫານັ້ນ, ເບິ່ງຄືວ່າຈະໃຊ້ອຳ
ນາດຍັບຢັ້ງມາດຕະການທີ່ຖືກສະເໜີພິຈາລະນາໂດຍ ສະຫະລັດ.

ເມື່ອ​ຖືກ​ຖາມ​ວ່າ ສະ​ຫະ​ລັດ ໄດ້​ກຽມ​ການ​ດຳ​ເນີນ​ການ​ທາງ​ທະ​ຫານ​ຕໍ່​ປະ​ເທດ​ ອາ​ເມ​
ຣິກາ ລາຕິນ ດັ່ງກ່າວນັ້ນຫຼືບໍ່, ທ່ານໄດ້ເວົ້າວ່າ ບໍ່ໄດ້ກຽມ.

ທ່ານ ເອ​ແບ​ຣມ​ສ໌ ກ່າວ​ວ່າ “ບໍ່. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ວ່າ ທາງ​ເລືອກ​ຕ່າງໆ​
ແມ່ນສາມາດເຈລະຈາໄດ້. ທ່ານປະທານາທິບໍດີ ມັກເວົ້າແນວນັ້ນ ແລະ ຕາມທີ່ມັນ
ຄວນເປັນ.”

ທ່ານ ເອ​ແບ​ຣມ​ສ໌ ໄດ້​ເວົ້າ​ວ່າ ນະ​ໂຍ​ບາຍ​ ສະ​ຫະ​ລັດ ແມ່ນ​ເພື່ອ​ໃຊ້​ການ​ກົດ​ດັນ​ທາງ​
ການທູດ, ເສດຖະກິດ ແລະ ການເມືອງ ໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ ເພື່ອສະໜັບສະ
ໜູນຄວາມໄຝ່ຝັນ ໃນການຢາກມີປະຊາທິປະໄຕຂອງປະຊາຊົນ ເວເນຊູເອລາ ນັ້ນ.

ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​, ທູດ​ພິ​ເສດ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ການ​ເລືອກ​ຕັ້ງ​ໃໝ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG