ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ເຢເມນ ປະມານ 20 ລ້ານຄົນ ພາກັນອຶດຫິວ


ເດັກຊາຍທີ່ຂາດອາຫານ ນອນພັກຢູ່ເທິງຕຽງໂຮງໝໍ​​ ທີ່
ສູນພະຍາບານ ອາສລາມ ເມືອງໄຮຈາ ປະເທດ ເຢເມນ
ເດັກຊາຍທີ່ຂາດອາຫານ ນອນພັກຢູ່ເທິງຕຽງໂຮງໝໍ​​ ທີ່ ສູນພະຍາບານ ອາສລາມ ເມືອງໄຮຈາ ປະເທດ ເຢເມນ

ສອງ​ສ່ວນ​ສາມ​ຂອງ​ປະ​ຊາ​ກອນ 20 ລ້ານ​ຄົນ​ໃນ​ປະ​ເທດ ເຢ​ເມນ ພວມ​ຂາດ​ອາ​ຫານ​
ການ​ກິນ, ສາ​ເຫດເບື້ອງ​ຕົ້ນ​ແມ່ນ​ຍ້ອນ​ສົງ​ຄາມ ທີ່​ໄດ້​ທຳ​ລາຍ​ປະ​ເທດ​ທຸກ​ຍາກ​ນີ້.

ຖະ​ແຫຼງ​ການ​ຮ່ວມ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ເສົາ​ວານນີ້ ໂດຍ​ອົງ​ການ​ອາ​ຫານ ແລະ ກະ​ສິ​ກຳ
​ຂອງ ສະ​ຫະ​ປະ​ຊາ​ຊາດ, ອົງ​ການ UNICEF ແລະ ໂຄງການ​ອາ​ຫານ​ໂລກ ໄດ້​ກ່າວ​ວ່າ
​ ຄວາມ​ຂັດ​ແຍ້ງ​ ໄດ້​ເປັນ​ສ່ວນ​ນຶ່ງຂອງ “ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳທີ່​ໂຫດ​ຮ້າຍ​ທີ່​ສຸດ
ຂອງ​ໂລກ.”

ອົງ​ການ​ທັງຫຼາຍ​ນັ້ນ​ໄດ້​ອ້າງ​ອີງ​ການ​ວິ​ເຄາະ​ໂດຍ​ການ​ສຳຫຼວດ ຮວບ​ຮວມສະ​ຖາ​ນະ​
ການ​ຈຳ​ແນກຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​, ທີ່​ໄດ້​ຊ່ວຍ​ພິ​ຈາ​ລະ​ນາ​ການ​ປະ​ກາດ​ໄພ​ອຶດ
​ຢາກ​ໃນ​ປະ​ເທດ​ຕ່າງໆ.

ອົງ​ການ​ຕ່າງໆ​ໄດ້​ເວົ້າ​ກ່ຽວ​ກັບ ການ​ຄົ້ນ​ພົບ​ທັງຫຼາຍ​ວ່າໃນ​ປະ​ເທດ ເຢ​ເມນ “ປະ​ຊາຊົນ
15 ລ້ານ 9 ແສນ​ຄົນ​ໄດ້​ຕື່ນ​ຂຶ້ນ​ມາ​ກັບ​ຄວາມ​ອຶດ​ຫິວ, ເຊິງ​ຍັງ​ໄດ້​ກ່າວ​ວ່າ ປະ​ຊາ​ຊົນ
20 ລ້ານ​ຄົນ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ “ການ​ຂາດ​ອາ​ຫານ​ຢ່າງ​ສາ​ຫັດ​.”

ຫົວ​ໜ້າ ໂຄງ​ການ​ອາ​ຫານ​ໂລກ ທ່ານ ເດ​ວິດ ບີ​ສ​ລີ ​ກ່າວ​ວ່າ “ການ​ຂະ​ຫຍາຍການ​ຊ່ວຍ
​ເຫຼືອຢ່າງ​ມະ​ຫານ ແລະ ການ​ເຂົ້າ​ເຖິງ​ທຸກໆ​ຂົງ​ເຂດ​ຂອງ ເຢ​ເມນ ຢ່າງ​ຕໍ່​ເນື່ອງ” ແມ່ນ​ຈຳ
​ເປັນ ເພື່ອ​ຊ່ວຍ​ບັນ​ເທົາວິ​ກິດ​ການ​ດັ່ງ​ກ່າວ. ທ່ານ​ໄດ້​ເຕືອນ​ວ່າ ຖ້າ​ການ​ດຳ​ເນີນ​ການ
​ພວກ​ນັ້ນ​ຫາກບໍ່​ໄດ້​ຖືກ​ປະ​ຕິ​ບັດ, “ພວກ​ເຮົາ​ຈະ​ສູນ​ເສຍ​ການ​ແຜ່​ຂະ​ຫຍາຍ​ຂອງ​ພວກ
​ເດັກ​ນ້ອຍ​ທັງ​ໝົດ​ໃຫ້ແກ່​ຄວາມ​ອຶດ​ຫິວ.”

ໃນ​ຂະ​ນະ​ທີ່​ລາຍ​ງານ​ໄດ້​ອ້າງ​ອີງ​ສົງ​ຄາມ ​ວ່າເປັ​ນ​ສາ​ເຫດຫຼັກ​ຂອ​ງວິ​ກິດ​ການ​ດັ່ງ​ກ່າວ​ນີ້,
ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ວິ​ກິດ​ການ​ດັ່ງ​ກ່າວ​ຍັງ​ຮຸນ​ແຮງ​ຂຶ້ນ ​ຍ້ອນລາ​ຄາ​ອາ​ຫານ​ທີ່​ແພງ​ກ​ວ່າ
​ເກົ່າ​ຢ່າງຫຼວງຫຼາຍ ແລະ ລະ​ດັບ​ການ​ຫວ່າງ​ງານ​ທີ່​ສູງ.

ວິ​ກິດ​ການ​ທີ່​ວ່າ​ນັ້ນ​ ໄດ້​ຂະ​ຫຍາຍ​ຈົນ​ຄວ​ບ​ຄຸມບໍ່​ໄດ້ ຫຼັງ​ຈາກ​ພັນ​ທະ​ມິດ​ນຳ​ໜ້າ​ໂດຍ ຊາ
​ອຸ​ດີ ອາ​ຣາ​ເບຍ ໄດ້​ເປີດ​ການ​ໂຈມ​ຕີ​ໃນ​ເດືອນ​ມີ​ນາ 2015 ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​
ບານ ເຢ​ເມນ ຕໍ່​ຕ້ານ​ພວກ​ກະ​ບົດ ຮູ​ຕີ ທີ່​ເປັນ​ພັນ​ທະ​ມິດ​ກັບ ອີ​ຣ່ານ.

ໄພ​ພິ​ບັດ​ດັ່ງ​ກ່າວ​ໄດ້​ເອົຳ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 10,000 ຄົນ​ໄປ​ແລ້ວ, ອີງ​ຕາມ
​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG