ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດມີເຖິງ ນຶ່ງໝື່ນຄົນ ເສຍຊີວິດ ຍ້ອນໄຕ້ຝຸ່ນ Haiyan ໃນຟິລິບປິນ (ວີດີໂອ)


ພາບຄວາມເສຍຫາຍ ຈາກພາຍຸໄຕ້ຝຸ່ນ Haiyan ທີ່ເມືອງ Tacloban
ປະເທດຟິລິບປິນ
ພາບຄວາມເສຍຫາຍ ຈາກພາຍຸໄຕ້ຝຸ່ນ Haiyan ທີ່ເມືອງ Tacloban ປະເທດຟິລິບປິນ
​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນໃນ​ຟິລິບ​ປິນ​ເວົ້າ​ວ່າ ຈໍານວນຜູ້​ເສຍ​ຊີວິດ​ຢູ່​ໃນ​ແຂວງ​ພາກ​ກາງຈາກ​ພາຍຸ​ໄຕ້​ຝຸ່ນ Haiyan ອາດ​ສູງ​ເຖິງ ນຶ່ງ​ໝື່ນ​ຄົນ.

ຕໍາຫຼວດ​ແລະ​ເຈົ້າໜ້າ​ທີ່​ແຂວງ ​ໄດ້ໃຫ້ການ​ປະ​ເມີນ​ດັ່ງກ່າວ​ເມື່ອ​ວັນ​ອາທິດ ມື້​ນີ້ ຫຼັງ ຈາກ​ໄດ້​ຊັ່ງຊາ​ເບິ່ງ​ຄວາມ​ເສຍ​ຫາຍ​ໃນ​ແຂວງ Leyte ບ່ອນ​ທີ່​ພວກ ​ເຂົາ​ເຈົ້າ​ເວົ້າ​ວ່າ ຄວາມ​ເສຍ​ຫາຍ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ. ຫົວໜ້າ​ຕໍາຫຼວດຢູ່ ​ໃນຂົງ​ເຂດ​ເວົ້າ​ວ່າ ພວກ​ທີ່​ເສຍ​ຊີວິດ​ສ່ວນ​ໃຫຍ່​ ແມ່ນເປັນ​ຍ້ອນຈົມ​ນໍ້າຕາຍ ​ແລະຖືກ​ຕຶກ​ອາຄານ​ພັງລົງ​ມາ​ທັບ.

ປະທານາທິບໍດີ Benigno Aquino ​ໄ​ດ້ອອກ​ໄປຢ້ຽມຢາມ​ກວດກາ​ເຂດ ທີ່ໄດ້​ຮັບ​ຜົນ ກະທົບ​ທີ່​ຮຸນ​ແຮງ​ທີ່​ສຸດ​ ເມື່ອ​ວັນ​ອາທິດ​ມື້​ນີ້ ​ຊຶ່ງ​ທ່ານ​ເວົ້າວ່າ ພາລະກິດສໍາຄັນ​ກວ່າ​ໝູ່​ທັງ​ໝົດ​ໃນ​ເວລາ​ນີ້ ກໍ​ຄືຈັດ​ສົ່ງສະບຽງການບັນ​ເທົາ​ທຸກ​ພ້ອມ​ຢຸກຢາ​ໄປໃຫ້ພວກ​ເຄາະ​ຮ້າຍ​ທັງຫຼາຍແລະ​ສ້ອມ​ແປງລະບົບ​ສາຍ​ໄຟຟ້າ​ ​ແລະ​ສື່ສານ​ຄົມມະນາຄົມ ໃຫ້​ກັບ​ຄືນ​ສູ່ປົກກະຕິ ຢູ່​ໃນ​ເຂດ​ທີ່ສອກ ຫລີກ​ຫ່າງ​ໄກນັ້ນ.

ທ່ານ Mar Roxas ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຟິລິບ​ປິນ​ເວົ້າ​ວ່າ​ ມັນ​ຍາກຫຼາຍທີ່​ຈະ​ອະທິບາຍເຖິງ​ຄວາມ​ເສຍ​ຫາຍ​ທີ່​ເມືອງ Tacloban ​ຊຶ່ງ ​ເປັນເມືອງຫຼວງຂອງແຂວງ Leyte ​ຊຶ່ງ​ທ່ານ​ໄດ້​ຊີ້​ແຈງ​ອີກ​ວ່າ:

ຄວາມ​ຫາ​ຍະ​ນະ​ທີ່​ເຫັນ​ນັ້ນ ຂ້າພະ​ເຈົ້າ​ເວົ້າ​ບໍ່​ໄດ້ ມັນໂຫດຮ້າຍ​ແທ້ໆ ມັນ​ເປັນ​ໂສກ​ນາດຕະກໍາ​ອັນ​ຍິ່ງ​ໃຫຍ່ຂອງ​ມະນຸດ ບໍ່​ມີ​ໄຟຟ້າ ບໍ່​ມີ​ແສງ​ໄຟ.

ອົງການ​ຂ່າວ AP ​ເວົ້າ​ວ່າ ທ່ານ Tecson Lim ຜູ້​ປົກຄອງ​ເມືອງ Tacloban ບອກ​ພວກ​ນັກ​ຂ່າວ​ວ່າ ​ໄດ້​ພົບ​ສົບ​ຜູ້​ເສຍ​ຊີວິດ​ແລ້ວຫຼາຍ​ເຖິງ 400 ຄົນ.

ຂະນະ​ດຽວ​ກັນ ບັນດາ​ເຈົ້າໜ້າ​ທີ່​ໃນ​ແຂວງ Samar ​ເວົ້າ​ວ່າ ຢ່າງ​ໜ້ອຍ ປະຊາຊົນ​ເສຍ​ຊີວິດ​ໄປ 300 ຄົນ ​ໃນເກາະ​ດັ່ງກ່າວ ພ້ອມ​ກັບມີ​ຜູ້​ຫາຍ​ສາບ​ສູນອີກ 2,000 ຄົນ.

ຈໍານວນ​ຜູ້​ເສຍ​ຊີວິດ​ຈາກ​ເຂດ​ອື່ນໆ ​ໃນ​ພາກ​ກາງຂອງ​ຟິລິບ​ປິນ ຍັງ​ບໍ່​ຮູ້ ລາຍ​ລະອຽດ ຍ້ອນ​ລະບົບ​ສື່ສານ​ຖືກ​ທໍາລາຍ​ໄປ​ໂດຍ​ຄວາມ​ແຮງ​ຂອງ​ພາຍຸ ດັ່ງກ່າວ ​ແລະ​ການເຂົ້າ​ໄປ​ໃນ​ພື້ນ​ທີ່​ຕ່າງໆ​ກໍເປັນ​ອຸບປະສັກ ​ຍ້ອນ​ຕົ້ນ​ໄມ້​ທີ່​ຫັກ​ທັບ​ຖະໜົນ​ຫົນທາງ ບວກ​ກັບ​ຊາກ​ຫັກ​ພັງ​ໃນ​ປະລິ​ມານ​ມະຫາສານ ຢັ່ງ ຢາຍ​ກັນ​ຢູ່.

ພາຍຸ​ໄຕ້​ຝຸ່ນ​ໄດ້​ຖະຫຼົ່ມຟິລິບ​ປິນ​ເມື່ອ​ວັນ​ສຸກ​ສອງ​ມື້​ຜ່ານ​ມາ ຊຶ່ງ​ເປັນ​ພາຍຸທີ່​ມີ​ຄວາມ​ແຮງ​ທີ່​ສຸດ​ໃນ​ປະຫວັດ​ສາດ ຄື​ມີ​ລົມ​ແຮງ 300 ກິ​ໂລ​ແມັດ​ຕໍ່​ຊົ່​ວ​ໂມງ.

​ໃນ​ຂະນະ​ນີ້ ພາຍຸໄດ້​ພັດ​ມຸ້ງ​ໜ້າ​ໄປ​ຍັງ​ຫວຽດນາມ ບ່ອນ​ທີ່​ພວກ​ພະຍາ ກອນ​ອາກາດ​ຄາດ​ວ່າ ຈະ​ພັດ​ເຂົ້າສູ່​ຝັ່ງ​ໃນ​ຕອນ​ແລງ​ວັນ​ອາທິດ​ມື້​ນີ້ ​ຫຼືວັນ​ຈັນມື້ອື່ນ.

Asia Typhoon
please wait
Embed

No media source currently available

0:00 0:01:21 0:00
XS
SM
MD
LG