ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ອາ​ເບະ ຊະ​ນະ ການ​ເລືອກ​ຕັ້ງ ຜູ້​ນຳ​ຂອງ​ພັກ ຕື່ມ​ອີກ​ ນຶ່ງ​ສະ​ໄໝ


Medical staff in personal protective equipment keep watch at a speed skating training session for the Beijing 2022 Winter Olympics in Beijing, China.
Medical staff in personal protective equipment keep watch at a speed skating training session for the Beijing 2022 Winter Olympics in Beijing, China.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນໃນ​ການ​
ເລືອກ​ຕັ້ງ​ຄັ້ງ​ໃໝ່ ໃຫ້​ເປັນ​ຜູ້​ນຳ​ ຂອງ​ພັກ​ລັດ​ຖະ​ບານ ທີ່​ປົກ​ຄອງ​ປະ​ເທດຢູ່​ໃນ​ເວ​ລານີ້
ໂດຍ​ໃຫ້​ການ​ຄ້ຳ​ປະ​ກັນວ່າ ທ່ານ​ສາ​ມາດ​ທີ່​ຈະ​ກຳ​ຕຳ​ແໜ່ງ​ຕໍ່​ໄປໄດ້​ອີກສະ​ໄໝ​ນຶ່ງເປັນ
​ເວ​ລາ 3 ປີ.

​ທ່ານ​ອາ​ເບະ ​ໄດ້​ຮັບ​ໄຊ​ຊະ​ນະ ​ຢ່າງ​ງ່າຍ​ດ່າຍ ຕໍ່​ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະເທດ
ທ່ານ​ຊີ​ເກ​ຣຸ ອີ​ຊິ​ບະ ໃນ​ການ​ເລືອກ​ຕັ້ງ​ເອົາ​ຜູ້​ນຳຂອງ​ພັກ ​ເສ​ລີ​ປະ​ຊາ​ທິປັດ​ ໃນ​ວັນ​ພະ
​ຫັດ​ມື້ນີ້ ໂດຍ​ໄດ້​ຮັບ​ຄະ​ແນນ 553 ສຽງ ແລະ​ທ່ານ​ອີ​ຊິ​ບະ​ ໄດ້ຮັບ 254 ສຽງ. ຖ້າ​ຫາກ​
ທ່ານ​ອາ​ເບະ ເຂົ້າ​ຮັບ​ຕຳ​ແໜ່ງ​ຈົນ​ໝົດ​ສະ​ໄໝ​ຄົບ 3ປີ ທ່ານ​ກໍ​ຈະ​ກາຍ​ເປັນ​ນາ​ຍົກ​ລັດ
​ຖະ​ມົນ​ຕີ​ຍີ່​ປຸ່ນທີ່​ກຳ​ຕຳ​ແໜ່ງ​ດົນ​ທີ່​ສຸດ ຊຶ່ງ​ໃນປັດ​ຈຸ​ບັນ​ ຍັງ​ແມ່ນ​ທ່ານ​ຕາ​ໂຣະ ກັດ​ຊູ​ມະ
ຜູ້​ນຳ​ໃນ​ສະ​ໄໝ ​ຕົ້ນ​ສັດ​ຕະ​ວັດ​ທີ 20 ຂອງ​ຍີ່​ປຸ່ນ.

ໂດຍ​ການ​ສືບເຊື້ອ​ສາຍຈາກຄອບ​ຄົວ​ການ​ເມືອງ​ຊຶ່ງ​ເປັນ​ທີ່​ເຄົາ​ລົບ​ຂອງ​ປະ​ເທດ ທ່ານ​
ອາເບະ ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເທື່ອ​ທຳ​ອິດ ໃນ​ປີ 2006 ແຕ່​ໄດ້
​ລາ​ອອກ​ນຶ່ງ​ປີ​ຕໍ່​ມາ. ທ່ານ​ໄດ້​ກັບ​ຄືນ​ມາ​ມີ​ອຳ​ນາດ​ອີກ​ໃນ​ປີ 2012 ຫ​ລັງ​ຈາກ​ໄດ້​ໂຄ​ສະ
​ນ​າ​ຫາ​ສຽງພາຍ​ໃຕ້​ຄຳ​ຂວັນ​ທີ່​ເອີ້ນ​ວ່າ ເສ​ດ​ຖະ​ກິດ​ຕາມ​ແບບສະ​ບັບ​ຂອງ​ທ່ານ​ອາ​ເບະ
ຫຼື Abenomics ຊຶ່ງ​ເປັນ​ທີ່​ເຊື່ອ​ກັນ​ວ່າ ໄດ້​ຊ່ອຍ​ຟື້ນ​ຟູເສດ​ຖະ​ກິດ​ທີ່​ບໍ່​ມີ​ການ​ຂະ​ຫຍາຍ
​ຕົວ ໂດຍ​ນະ​ໂຍ​ບາຍ​ການ​ຜ່ອນ​ຜັນ​ແບບ​ພິ​ເສດທາງ​ດ້ານ​ການ​ເງິນ.

ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ອາ​ເບະ​ຈະ​ໃຊ້​ການ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ສະ​ໄໝ​ໜ້າ​ຂອງທ່ານ​
ເພື່ອ​ຊຸກ​ຍູ້​ເປົ້າ​ໝາຍ ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ​ທ່ານ ໃນ​ການດັດ​ແປງແກ້​ໄຂລັດ
ຖະ​ທຳ​ມະ​ນູນ ທີ່​ຮັກ​ສັນ​ຕິ ໃນ​ຍຸກ​ຫລັງ​ສົງ​ຄາມ​ໂລກຄັ້ງ​ທີ 2 ຂອງ​ຍີ່​ປຸ່ນ ທີ່​ໄດ້ຈຳ​ກັດ​ໃຫ້
​ກອງ​ທັບ​ຂອງ​ຍີ່​ປຸ່ນ ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ແຕ່​ໃນ​ດ້ານ​ປ້ອງ​ກັນ​ຕົວ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG