ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ອາ​ເບະ ວ່າ ການ​ຢຸດ ​ຂໍ້​ຕົກ​ລົງ ແລກ​ປ່ຽນ​ຂໍ້​ມູນ​ລັບ ຂອງ ເກົາຫຼີ​ໃຕ້ ສ້າງ​ຄວາມ​ເສຍ​ຫາຍ ​ຕໍ່​ຄວາມ​ເຊື່ອ​ຖື​ ສອງ​ຝ່າຍ


ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ, ໂຕ​ກຽວ, ຍີ່​ປຸ່ນ. 23 ສິງ​ຫາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ, ໂຕ​ກຽວ, ຍີ່​ປຸ່ນ. 23 ສິງ​ຫາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ຍີ່​ປຸ່ນ ໄດ້​ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ກາ​ນ​ຕັດ​ສິນ​ໃຈ​ຂອງ ເກົາຫຼີ​
ໃຕ້ ທີ່ຈະຍຸຕິການແລກປ່ຽນຂໍ້ມູນລັບທາງທະຫານ ກັບລັດຖະບານ ໂຕກຽວ ໄດ້ສ້າງ
ຄວາມເສຍຫາຍຕໍ່ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກັນ.

ທ່ານ ຊິນ​ໂຊ ອາ​ເບະ, ໃນ​ການ​ກ່າວ​ຄຳ​ປາ​ໄສ​ນຶ່ງວັນຫຼັງ​ຈາກ​ລັດ​ຖະ​ບານ ໂຊ​ລ ໄດ້​ປະ
ກາດການຕັດສິນໃຈຂອງເຂົາເຈົ້ານັ້ນ, ໂດຍເວົ້າວ່າ ໂຕກຽວ “ຈະສືບຕໍ່ປະສານງານ
ຢ່າງໃກ້ຊິດກັບ ສະຫະລັດ ເພື່ອຮັບປະກັນສັນຕິພາບ ແລະ ຄວາມຈະເລີນຮັ່ງມີຂອງ
ພາກພື້ນ, ພ້ອມກັບຄວາມປອດໄພຂອງ ຍີ່ປຸ່ນ.

ໃນ​ຄວາມ​ຂັດ​ແຍ້ງ​ທີ່​ຂົມ​ຂື່ນ​ຂອງ​ເຂົາ​ເຈົ້າ​ກັບ ຍີ່​ປຸ່ນ ນັ້ນ, ເກົາຫຼີ​ໃຕ້ ໄດ້​ຕັດ​ສິນ​ໃຈ​ໃນ​
ວັນພະຫັດວານນີ້ ທີ່ຈະຍຸຕິຂໍ້ຕົກລົງການແລກປ່ຽນຂໍ້ມູນລັບທາງທະຫານຂອງເຂົາ
ເຈົ້າກັບ ໂຕກຽວ, ເຮັດໃຫ້ເກີດຄວາມແຕກແຍກກັນຄັ້ງໃໝ່ ໃນການຮ່ວມມືດ້ານ
ຄວາມປອດໄພສາມຝ່າຍລະຫວ່າງ ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້.

ທຳ​ນຽບ​ສີ​ຟ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມັນ​ບໍ່​
ແມ່ນຄວາມສົນໃຈຂອງປະເທດທີ່ຈະສືບຕໍ່ຂໍ້ຕົກລົງນັ້ນ. ລັດຖະບານ ໂຊລ ໄດ້ແຈ້ງໃຫ້
ໂຕກຽວ ຮູ້ກ່ຽວກັບການຕັດສິນໃຈຂອງເຂົາເຈົ້າກ່ອນຂີດເສັ້ນຕາຍເພື່ອຕໍ່ຂໍ້ຕົກລົງໃໝ່
ເຊິ່ງແມ່ນວັນເສົາມື້ອື່ນນີ້, ອີງຕາມການກ່າວໃນຖະແຫຼງການຂອງ ເກົາຫຼີໃຕ້.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ເກົາຫຼີ​ໃຕ້ ແລະ ຍີ່​ປຸ່ນ ຮຸນ​
ແຮງຂຶ້ນກວ່າເກົ່າ, ເຊິ່ງປະກອບມີຄວາມຂັດແຍ້ງທີ່ກຳເນີດມາຈາກການໃຊ້ແຮງງານ
ໂດຍ ຍີ່ປຸ່ນ ໃນລະຫວ່າງການເປັນຫົວເມືອງຂຶ້ນຂອງ ເກົາຫຼີ. ການເຄື່ອນໄຫວດັ່ງກ່າວ
ຍັງໄດ້ເປັນໄພຂົ່ມຂູ່ຕໍ່ການປັບປຸງການຮ່ວມມືດ້ານຄວາມປອດໄພ ໃນບູລິມະສິດສູງ
ສຸດຂອງ ສະຫະລັດ ໃນອະນາຄົດ ເຊັ່ນ ເກົາຫຼີເໜືອ ແລະ ຈີນ.

ໃນ​ການ​ປະ​ກາດ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ນັ້​ນ, ເກົາຫຼີ​ໃຕ້ ໄດ້​ອ້າງ​ເຖິງ​ການ​ຕັດ​ສິນ​
ໃຈເມື່ອບໍ່ດົນມານີ້ຂອງ ຍີ່ປຸ່ນ ທີ່ຈະລຶບ ໂຊລ ອອກຈາກລາຍຊື່ຂອງຄູ່ຮ່ວມດ້ານການ
ຄ້າທີ່ໜ້າເຊື່ອຖືໄດ້ຂອງເຂົາເຈົ້າ.

ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ສີ​ຟ້າ ໄດ້​ກ່າວ​ວ່າ “ເຫດ​ຜົນ​ກໍ​ແມ່ນ​ວ່າ ບັນ​ຫາ​ຄວາ​ມ​ປອດ​
ໄພແຫ່ງຊາດ ໄດ້ກຳເນີດຂຶ້ນຍ້ອນການລະເມີດຄວາມໄວ້ວາງໃຈ, ແຕ່ມັນກໍບໍ່ມີຫຼັກ
ຖານທີ່ໜັກແໜ້ນ ເພື່ອສະໜັບສະໜູນການກ່າວຫາ ທີ່ມີຢູ່ພວກນັ້ນ.”

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ “ພາຍ​ໃຕ້​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ນີ້, ລັດ​ຖະ​ບານ​ຂອງ​ສາ​ທາ​
ລະນະລັດ ເກົາຫຼີ ຈຶ່ງໄດ້ຕັດສິນວ່າ ການຮັກສາຂໍ້ຕົກລົງນີ້ໄວ້, ເຊິ່ງໄດ້ຖືກລົງນາມເພື່ອ
ອຳນວຍຄວາມສະດວກໃນການແລກປ່ຽນຂໍ້ມູນທາງທະຫານທີ່ລະອຽດອ່ອນນັ້ນ,
ແມ່ນບໍ່ໄດ້ສະໜອງຄວາມຕ້ອງການໃຫ້ຜົນປະໂຫຍດແຫ່ງຊາດຂອງພວກເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG