ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Abe ກ່າວວ່າ ຍີ່ປຸ່ນ ພວມແຂ່ງກັບເວລາ ຫາທາງ ໃຫ້ກຸ່ມລັດ​ອິສລາມ ປ່ອຍຕົວປະກັນ


Japan Hostages SOTVO
please wait
Embed

No media source currently available

0:00 0:00:55 0:00

ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ກ່າວວ່າ ປະເທດ
ຂອງທ່ານແມ່ນພວມ “ແຂ່ງຂັນກັບເວລາ” ເພື່ອຫາທາງປ່ອຍຕົວ
ປະກັນ ທີ່ທາງກຸ່ມລັດ​ອີສລາມຈັບຕົວໄປ ເພື່ອຮຽກຄ່າໄຖ່ ໃນ
ຈຳນວນເງິນ 200 ລ້ານ​ໂດ​ລ່າ.

ທ່ານ Abe ໄດ້ບອກກັບພວກນັກຂ່າວ ໃນໂຕກ່ຽວວ່າ ທ່ານໄດ້
ສັ່ງການໃຫ້ພວກເຈົ້າໜ້າທີ່ ໝູນໃຊ້ ທຸກວິທີທາງການທູດ
ເພື່ອຄ້ຳປະກັນໃນການປ່ອຍຕົວ ທ້າວ Kenji Goto ​ແລະ​ທ້າວ
Haruna Yakawa.

​ກຸ່ມລັດ​ອີສລາມ ໄດ້ນຳວີດີໂອ ອອກເຜີຍແຜ່ໃນວັນອັງຄານວານນີ້
ໂດຍລະບຸວ່າ ພວກເຂົາເຈົ້າຈະສັງຫານຊາຍທັງສອງຄົນ ທຖ້າວ່າຍີ່ປຸ່ນບໍ່ຍອມຈ່າຍເງິນ​ຮຽກຄ່າໄຖ່ ພາຍໃນ 72 ຊົ່ວໂມງ ໂດຍເອົາການຂົ່ມຂູ່ຕໍ່ຍີ່ປຸ່ນເປັນເງື່ອນໄຂໃນອັນທີ່ພວກ
ເຂົາເອີ້ນວ່າ ການສະໜັບສະໜຸນໃນຄວາມພະຍາຍາມຕໍ່ສູ້ກັບກຸ່ມດັ່ງກ່າວຂອງຍີ່ປຸ່ນນັ້ນ.

ນາຍົກລັດຖະມົນຕີ ໄດ້ກ່າວໃນວັນພຸດມື້ນີ້ວ່າ “ຍີ່ປຸ່ນຈະບໍ່ຍອມກົ້ມຫົວໃຫ້ພວກກໍ່ການ
ຮ້າຍເດັດຂາດ” ທ່ານໄດ້ປະຕິຍານວ່າ ຈະໃຫ້ເງິນຊ່ອຍເຫຼືອ ຈຳນວນ 200 ລ້ານ​ໂດ​ລ່າ ທີ່​ບໍ່​ແມ່ນ​ທາງ​ທະຫານ ຕໍ່​ບັນດາ​ປະ​ເທ​ດທັງຫຼາຍ ​ທີ່ໄດ້ຮັບຜົນກະທົບ ຈາກ​ກຸ່ມ​ຫົວ​ຮຸນ​ແຮງຈັດຊາວ ຊຸນນີ ນັ້ນ.

ຍີ່ປຸ່ນ ບໍ່ໄດ້ປະກອບສ່ວນເຂົ້າຮ່ວມກຸ່ມແນວໂຮມໂດຍກົງ​ເພື່ອຕໍ່ສູ້ກັບກຸ່ມກະບົດໃນຊີ​ເຣຍ
ແລະອີຣັກ. ແຕ່ແນວໃດກໍຕາມ ປະຊາຊົນຊາວຍີ່ປຸ່ນທີ່ໄດ້ຖືກສັງຫານໂດຍພວກກະບົດ
ລັດອີສລາມໃນການໂຈມຕີທີ່ຮູ້ກັນຢ່າງທົ່ວເຖິງນັ້ນແມ່ນ ການໂຈມຕີໂຮງງານແກ໊ສ ທີ່ Algeria ​ໃນ​ປີ 2013 ຊຶ່ງ​ຍັງ​ຜົນ​ໃຫ້​ມີ​ຊາວ​ຍີ່ປຸ່ນ 10 ຄົນ​ເສຍ​ຊີວິດ.

XS
SM
MD
LG