ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ທ່ານ Abe ປະນາມ ການຕັດຫົວ ພົນລະເມືອງຍີ່ປຸ່ນ


ນາຍົກ Shinzo Abe ແຫ່ງຍີ່ປຸ່ນກ່າວຕໍ່ນັກຂ່າວ ຫຼັງຈາກລົງ ນາມໃນປຶ້ນບັນທຶກຄວາມໂສກເສົ້າ ນຳກະສັດ Abdullah ແຫ່ງຊາອູດີອາຣາເບຍ ທີ່ສະຖານທູດຊາອູດີອາຣາເບຍທີ່ ໂຕກຽວ ວັນທີ 25 ມັງກອນ 2015.

ທ່ານ Shinzo Abe ນາຍົກ​ລົດ​ຖະມົນຕີ​ຍີ່ປຸ່ນ​ເອີ້ນ​ອັນທີ່ປາກົດ
ວ່າເປັນ ການ​ຕັດ​ຫົວ​ພົນລະ​ເມືອງ​ຍີ່ປຸ່ນ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະກັນ
ຄົນ​ນຶ່ງ ​ໂດຍ​ກຸ່ມ​ລັດ​ອິສລາມ​ນັ້ນ​ວ່າ “​ເປັນຄວາມ​ເຈັບ​ແຄ້ນ​ໃຈ
​ຢ່າງ​ຮ້າຍ​ແຮງ ​ແລະຍອມ​ຮັບເອົາບໍ່​ໄດ້.”

ຜູ້ນຳ​ຍີ່ປຸ່ນ​ກ່າວ​ຕໍ່​ອົງການຂ່າວ NHK ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຍີ່ປຸ່ນ​
ຈະ​ບໍ່​ຍອມ​ແພ້ຕໍ່​ການ​ກໍ່​ການ​ຮ້າຍ ​ແລະ​ຮຽກຮ້ອງ​ໃຫ້​ກຸ່ມ​ດັ່ງກ່າວ
​ປ່ອຍ​ໂຕ​ຄົນ​ຍີ່ປຸ່ນ​ອີກ​ຄົນ​ນຶ່ງ​ ຄື​ນາຍ Kenji Goto ນັກ​ຂ່າວ​ອິດ
ສະລະທີ່​ຍັງ​ຖືກ​ກັກ​ເປັນ​ໂຕ​ປະກັນ​ຢູ່​ນັ້ນ ​ໂດຍ​ທັນທີ.

ຖ້ອຍ​ຖະ​ແຫຼ​ງ​ເຫລົ່າ​ນີ້​ມີ​ຂຶ້ນ ​ໃນ​ເວລາ​ນຶ່ງ​ມື້ ຫຼັງ​ຈາ​ກກຸ່ມ​ລັດ​ອິສ
ລາມນຳ​ ​ວີ​ດີ​ໂອອອກເຜີຍແຜ່​ທາງ​ອິນເຕີແນັດ ທີ່​ສະ​ແດງ​ໃຫ້ເຫັນວ່າ​ນາຍ Goto ຖື​ຮູບ​
ພາບທີ່​ປາກົດ​ວ່າ​ເປັນ​ຫົວ​ຂອງ​ນາຍ Haruna Yukawa ພະນັກ ງານ​ ດ້ານ​ຄວາມ​ປອດ
​ໄພ ທີ່​ເຮັດ​ວຽກ​ໃຫ້​ຕົນ​ເອງ ຊຶ່ງ​ຖືກ​ຈັບ​ເປັນ​ໂຕ​ປະກັນ​ພ້ອມ​ກັນ​ນັ້ນ.

​ໃນ​ພາບ​ວີ​ດີ​ໂອ ສຽງ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ຄຶດ​ວ່າ​ແມ່ນ​ສຽງ​ນາຍ Goto ໄດ້​ຍິນ​ສຽງ​ເປັນ​ພາສາ​ອັງກິດ ​ໂດຍ​ມີ​ຄຳ​ອະທິບາຍ​ຢູ່​ຂ້າງ​ລຸ່ມ​ເປັນ​ພາສາ​ອາຣັບ. ຊາຍ​ຄົນ​ນີ້​ໄດ້​ກ່າວ​ເຖິງ​ທ່ານ Abe ​ໂດຍ​ຕົງ ​ໂດຍ​ກ່າວ​ຫາ​ທ່ານ​ວ່າ ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຕາຍ​ຂອງ​ນາຍ Yukawa ນີ້. ນາຍ Goto ກ່າວ​ວ່າ ລາວ​ຈະ​ຖືກ​ປ່ອຍ​ໂຕ​ເປັນ​ອິດ​ສະລະ​ເພື່ອ​ເປັນ​ການແລກ ປ່ຽນ​ກັບ​ການ​ປ່ອຍ​ໂຕ​ນາງ Sajida al-Rishawi ​ແມ່ຍິງທີ່​ຖືກ​ກ່າວ​ຫາ​ວ່າ ພະຍາຍາມ​ເປັນ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ ຊຶ່ງ​ປັດຈຸບັນ​ພວມ​ຖືກ​ຂັງ​ຢູ່​ໃນ​ຄຸກ​ທີ່​ປະ​ເທດ​ຈໍ​ແດນ​ນັ້ນ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ໂທລະສັບ​ຫາ​ທ່ານ Abe ​ໃນ​ວັນ​ອາ
ທິດ​ມື້​ນີ້ ​ຈາກ New Delhi ​ເພື່ອ​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ນຳ. ນອກ​ນັ້ນ​ທ່ານ​ໂອ
​ບາ​ມາ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ທ່ານ Abe ສຳລັບ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ທີ່​ຍີ່ປຸ່ນ ໄດ້​ໃຫ້​ໄປ​ແກ່ຂົງ​ເຂດ​ພາກຕາ​ເວັນ​ອອກ​ກາງ​ນັ້ນ.

​ໃນວັນ​ເສົາ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ປະນາມ​ຢ່າງ​ແຂງ​ແຮງ “ຕໍ່​ການຄາດ​ຕະກຳ​ຢ່າງ​ໂຫດ​ຫ້ຽມ” ນາຍ Yukawa ​ແລະ​ໃຫ້​ຄຳ​ໝັ້ນ​ສັນ ຍາ​ວ່າ ທາງ​ວໍ​ຊິງ​ຕັນ ພ້ອມ​ດ້ວນ​ພວກ​ພັນທະ​ມິດ​ຂອງ​ຕົນ​ຈະ “ນຳ​ເອົາພວກ​ກະທຳຜິດກົດໝາຍເຫຼົ່າ​ນີ້ ມາ​ລົງໂທດ”.

islamicstatejapan25january15
please wait

No media source currently available

0:00 0:00:45 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG