ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ກັນຍາ ໒໐໒໓

ທ່ານ Abe ສົມທຽບ ສາຍພົວພັນ ຍີ່ປຸ່ນ-ຈີນ ໃສ່ ເຢຍຣະມັນ ກັບອັງກິດ (ວີດີໂອ)


ນາຍົກ Shinzo Abe ແຫ່ງຍີ່ປຸ່ນ ໃນຖະແຫຼງຕໍ່ກອງປະຊຸມ ເສດຖະກິດໂລກ ທີ່ເມືອງ Davos ປະເທດ Switzerland (ວັນທີ 22 ມັງກອນ 2014)
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນກ່າວ​ວ່າ ຄວາມ​
ສຳ​ພັນແບບສາມມື້ດີສີ່ມື້ໄຂ້ ລະຫວ່າງ​ຍີ່ປຸ່ນ​ແລະ​ຈີນ ​ແມ່ນ​ສົມ
​ທຽບ​ໃສ່​ກັບ​ ສາຍພົວ​ພັນ​ລະຫວ່າງ​ເຢຍຣະມັນ​ແລະ​ອັງກິດ ​ໃນ
​ປາງ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ​ນຶ່ງ.

​ໃນ​ການ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວທີ່​ກອງ​ປະຊຸມ Forum ​ເສດຖະ
ກິດ​ໂລກ ​ທີ່​ເມືອງ​ດາ​ໂວ​ສ ປະເທດສວິສເຊີແລນນັ້ນ ທ່ານ Abe
ຍັງ​ອ້າງ​ເຖິງ​ການ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ສະ​ມ່ຳສະເໝີ​ໃນ​ການ​ໃຊ້
​ຈ່າຍ​ທາງ​ດ້ານທະຫານ​ຂອງ​ຈີນ ​ນັ້ນ​ວ່າ ​ເປັນ ​ການທ້າທາຍ​
ເກາະ​ຜິດ.”

ໃນ​ເວລາ​ຕໍ່​ມາ ​ໃນ​ຄຳ​ປາ​ໄສ​ທີ່​ສຳຄັນ ທ່ານ Abe ກ່າວ​ວ່າ ພວກ​ປະ​ເທດ​ໃນ​ເອ​ເຊຍ​ຄວນ​
ຈະກຽມພ້ອມ​ຫຼາຍ​ຂຶ້ນ ​ເພື່ອ​ຫຼີກ​ລ່ຽງ​ບໍ່ໃຫ້ເກີດບັນຫາຂັດແຍ້ງ.

ກຸງ​ໂຕ​ກຽວ​ແລະ​ກຸງ​ປັກ​ກິ່ງມີ​ອະດີດ​ທີ່​ເຕັມ​ໄປ​ດ້ວຍບັນຫາ ​ແຕ່​ສາຍ​ພົວພັນ​ໄດ້​ເຄັ່ງ​ຕຶງໂດຍ​
ສະ​ເພາະ​ຍ້ອນ​ບັນຫາ​ຂັດ​ແຍ້​ງກັນ ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ​ແລະ​ຄວາມ​ເປັນຫ່ວງ​ກັງວົນ​ຊຶ່ງ​
ກັນ​ແລະ​ກັນ​ກ່ຽວ​ກັບ​ເຈດ​ຕະນາ​ທາງ​ດ້ານ​ທະຫານ​ນັ້ນ.

ພວກ​ນັກວິ​ເຄາະ​ສ່ວນ​ຫຼາຍ ກ່າວ​ວ່າ ສາຍ​ພົວພັນ​ດ້ານ​ເສດຖະກິດ​ທີ່​ແຂງ​ແຮງ ຈຶ່ງບໍ່ມີທ່າ ທາງວ່າ ຈະເຮັດສົງຄາມລະຫວ່າງປະເທດທັງສອງເກີດຂຶ້ນ.

​ແຕ່​ ນາຍົກລັດຖະມົນຕີ Abe ​ຊີ້ໃຫ້ເຫັນວ່າ ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດທີ່​ໃກ້ຊິດບໍ່​
ໄດ້ຂັດຂວາງ​ ບໍ່ໃຫ້ອັງກິດ​ເຮັດ​ສົງຄາມກັບ​ເຢຍຣະມັນ ​ໃນ​ປີ 1914 ໄດ້.

​ໃນວັນພະຫັດ​ມື້​ນີ້ ທ່ານ Yoshihede Suga ​ໂຄສົກ​ຂອງ​ທ່ານ Abe ປະຕິ​ເສດວ່າ ນາຍົກ​ລັດຖະມົນຕີບໍ່​ໄດ້​ຄຶດ​ວ່າ ສົງຄາມ​ເປັນ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້ລະຫວ່າງ​ສອງ​ປະ​ເທດ​ມະຫາອຳນາດ​ໃນ​ເອ​ເຊຍ.

Japan China Abe
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG