ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ຜູ້ນຳຍີ່ປຸ່ນ ສະທ້ອນນ້ຳສຽງ ປ. ທຣໍາ ກ່ຽວກັບ ການໃຊ້ ທຸກທາງເລືອກ ຕໍ່ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣໍາ ຈັບມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ລະຫວ່າງກອງປະຊຸມນັກຂ່າວ ທີ່ທຳນຽບ Akasaka ນະຄອນຫລວງໂຕກຽວ.

ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ຢືນ​ຄຽງ​ຂ້າງປະທານາທິບໍດີສະຫະລັດ ​ໄດ້​ຢືມຄຳເວົ້າປະ
​ໂຫຍ​ກນຶ່ງ ຂອງປະທານາທິບໍດີ ​ດໍໂນລ ທຣໍາ​ ໃນ​ວັນຈັນ​ວານ​ນີ້​ ທີ່​ເຫັນ​ພ້ອມ​ນຳວ່າ
“ທາງ​ເລືອກ​ທັງໝົດ​ຢູ່​ເທິງ​ໂຕະ” ​ເມື່ອເວົ້າ​ເຖິງການຮັບມືກັບໂຄງການ​ພັດ ທະນາ​ອາ
ວຸດຂອງ​ເກົາ​ຫລີ​ເໜືອ.

ທ່ານ Abe ຢູ່​ທີ່​ກອງ​ປະ​ຊຸມ​ນັກ​ຂ່າວ​ກັບທ່ານທຣໍາ ຢູ່ທຳນຽບ Akasaka ​ໃນ​ນະຄອນ
Tokyo ກ່າວ​ວ່າ “ບໍ່​ມີ​ຈຸດ​ໃນ​ການ​ສົນທະນາ​ເພື່ອ​ໃຫ້ມີ​ການ​ສົນ​ທະ​ນາ​ກັນ ກັບ​ເກົາຫຼີ
​ເໜືອ” ​ແລະ​ເວ​ລາ​ໄດ້​ມາ​ເຖິງແລ້ວ ​ທີ່​ຈະຕ້ອງໃຊ້ຄວາມ​ກົດ​ດັນ​ຢ່າງ​ເຕັມທີ່​ຕໍ່​ພຽງ​ຢາງ.

ທ່ານ Abe ​ແລະ​ທ່ານ​ທຣໍາ ຫລັງ​ຈາກ​ມື້ທີສອງ​ຂອງ​ການ​ປະ​ຊຸມແລ້ວ ​ໄດ້​ຢືນຢັນ​ວ່າ
​ເກົາຫລີ​ເໜືອ​ແມ່ນ​ຫົວ​ຂໍ້ສຳຄັນສຸດ​ໃນການ​ສົນທະນາ​ຂອງພວກທ່ານ.

North Korea Dominates Trump-Abe Talks in Tokyo
please wait

No media source currently available

0:00 0:01:50 0:00

ປະທາ​ນາ​ທິບໍດີ​ສະຫະລັດ ​ໄດ້​ຮ້ອງ ການຊອກຫາຄວາມສາມາດໃນການຕິດຕັ້ງຫົວ
ລະເບີດນິວເຄລຍຂອງໃສ່ລູກສອນໄຟຂີປະນາວຸດຂ້າມທະວີບຂອງ​ພຽງ​ຢາງ​ວ່າ “​ເປັນ​
ການ​ຂົ່ມຂູ່​ຕໍ່​ຄວາມ​ສີວິ​ໄລ​ຂອງໂລກ ສັນຕິພາບແລະ​ສະຖຽນ​ລະ​ພາບຂອງນາໆຊາດ.”

ປະທານາທິບໍດີ​ທຣໍາ ​ໄດ້​ກ່າວຢໍ້າວ່າ ຍຸກສະ​ໄໝ​ຂອງຍຸດ​ທະ​ສາດແຫ່ງຄວາມ​ອົດທົນ
​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຮັບມືກັບ​ພຽງ​ຢາງ​ນັ້ນ ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ປະທານາທິບໍດີ ດໍໂນລ ທຣໍາ ພ້ອມດ້ວຍ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ລະຫວ່າງກອງປະຊຸມນັກຂ່າວ ທີທຳນຽບ Akasaka ປະເທດຍິ່ປຸ່ນ.
ປະທານາທິບໍດີ ດໍໂນລ ທຣໍາ ພ້ອມດ້ວຍ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ລະຫວ່າງກອງປະຊຸມນັກຂ່າວ ທີທຳນຽບ Akasaka ປະເທດຍິ່ປຸ່ນ.

ປະທານາທິບໍດີ​ໄດ້​ກ່າວ​ຕິ​ຕຽນ​ການຮັບມືຂອງລັດຖະບານຊຸດກ່ອນຂອງສະຫະລັດວ່າ
“ບາງຄົນ​ກ່າວ​ວ່າ ​ຄຳເວົ້າຂອງ​ຂ້າພະ​ເຈົ້າ​ແມ່ນແຮງໂພດ ​ແຕ່​ເບິ່ງ​ດຸ​ວ່າມີ​ຫຍັງ​ເກີດ​ຂຶ້ນ
ກັບ​ຄຳເວົ້າ​ທີ່​ອ່ອນ​ແອ​ໃນໄລຍະ 25 ປີ ທີ່​ຜ່ານ​ມາ.” ​ແຕ່ທ່ານ​ໄດ້​ປະຕິ​ເສດ​ ທີ່ຈະຕອບ​
ຄຳ​ຖາມນັກ​ຂ່າວ​ຍີ່ປຸ່ນ ກ່ຽວ​ກັບ​ວ່າ ທ່ານ​ກະກຽມ​ທີ່​ຈະ​ເຮັດ​ສົງຄາມ​ກັບ​ເກົາຫລີ​ເໜືອຫຼືບໍ່.

ທ່ານ Kim Jong Un ກ່າວລະຫວ່າງກອງປະຊຸມຄັ້ງທີ 7 ຂອງສູນກາງພັກແຮງງານ (WPK) ທີ່ທຳນຽບ Kumsusan.
ທ່ານ Kim Jong Un ກ່າວລະຫວ່າງກອງປະຊຸມຄັ້ງທີ 7 ຂອງສູນກາງພັກແຮງງານ (WPK) ທີ່ທຳນຽບ Kumsusan.

ປະທານາທິບໍດີ​ຍັງ​ໄດ້​ຖືກ​ຖາມ​ກ່ຽວ​ກັບ​ວ່າ ທ່ານມີຄຳເຕືອນໃໝ່ຫຍັງແດ່ຕໍ່ທ່ານ Kim
Jong Un ຊຶ່ງນັກ​ຂ່າວ​ຂອງອົງການ​ຂ່າວ Reuters ​ໃຫ້​ຂໍ້ສັງ​ເກດວ່າ ປະທານາທິບໍດີ​
ທຣໍາ ທີ່​ຕອບ​ຄຳ​ຖາມ​ນັກ​ຂ່າວ ວີ​ໂອ​ເອ ຢູ່​ເທິ່ງ​ເຮືອບິນປະຈຳຕຳແໜ່ງ Air Force One
ທີ່ກຳລັງ​ເດີ​ນທາງ​ໄປ​ຍີ່ປຸ່ນ ​ຊຶ່ງທ່ານໄດ້ກ່າວ​ເຖິງ ປະ ຊາຊົນ​ເກົາຫລີ​ເໜືອ​ວ່າ ​ເປັນ​ຄົນ|
ປະເທດອຸດສາຫະກຳ ​ແລະມີ​ຄວາມ​ອົບ​ອຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG