ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຍີ່ປຸ່ນ ເນັ້ນຄຳເວົ້າ ຂອງທ່ານ ທຣຳ ກ່ຽວກັບ ເກົາຫຼີເໜືອ ວ່າ “ທຸກໆທາງເລືອກ ແມ່ນພວມ ຖືກນຳມາພິຈາລະນາ”


ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ,ຈັບມືກັບນາຍົກ
ລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໃນລະຫວ່າງ
ກອງປະຊຸມຖະແຫຼງຂ່າວຮ່ວມ ທີ່ທຳນຽບ ອາກາຊາກະ, ໂຕກຽວ, ຍີ່ປຸ່ນ. 6 ພະຈິກ, 2017.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ,ຈັບມືກັບນາຍົກ ລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມ ທີ່ທຳນຽບ ອາກາຊາກະ, ໂຕກຽວ, ຍີ່ປຸ່ນ. 6 ພະຈິກ, 2017.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ທີ່ຢືນຄຽງຂ້າງປະທານາທິບໍດີ ສະຫະ
ລັດ, ໄດ້ຢືມຄຳເວົ້າຂອງທ່ານ ດໍໂນລ ທຣຳ ມາເວົ້າ ໃນວັນຈັນມື້ນີ້, ໂດຍເຫັນດີວ່າ
“ທຸກໆທາງເລືອກແມ່ນພວມຖືກນຳມາພິຈາລະນາ” ເມື່ອເວົ້າເຖິງການຕອບໂຕ້ຕໍ່ການ
ພັດທະນາອາວຸດຂອງ ເກົາຫຼີເໜືອ.

ໃນກອງປະຊຸມຖະແຫຼງຂ່າວກັບທ່ານ ທຣຳ ທີ່ທຳນຽບ ອາກາຊາກະ ໃນນະຄອນຫຼວງ
ໂຕກຽວ ນັ້ນ, ທ່ານ ອາເບະ ກ່າວວ່າ “ມັນບໍ່ມີປະໂຫຍດທີ່ຈະປຶກສາຫາລື ເພື່ອຜົນປະ
ໂຫຍດ ກ່ຽວກັບ ການເຈລະຈາກັບ ເກົາຫຼີເໜືອ” ແລະ ມັນກໍເຖິງເວລາແລ້ວ ທີ່ຈະໃຊ້
ຄວາມກົດດັນສູງສຸດຕໍ່ ພຽງຢາງ.

ລຸນຫຼັງກອງປະຊຸມໃນມື້ທີສອງ, ທ່ານ ອາເບະ ກັບ ທ່ານ ທຣຳ ກໍໄດ້ຢືນຢັນວ່າ ເກົາຫຼີ
ເໜືອ ແມ່ນຫົວຂໍ້ທີ່ໄດ້ຄອບງຳການປຶກສາຫາລືຂອງພວກເພິ່ນ.

ປະທານາທິບໍດີ ສະຫະລັດ ໄດ້ເອີ້ນການສະແຫວງຫາຄວາມສາມາດທີ່ຈະສັບປ່ຽນຫົວ
ລະເບີດນິວເຄລຍ ໃສ່ລູກສອນໄຟຂີປະນາວຸດຂ້າມທະວີບ” ເປັນໄພຂົ່ມຂູ່ ຕໍ່ປະເທດທີ່
ສີວິໄລ, ສັນຕິພາບສາກົນ ແລະ ຄວາມໝັ້ນຄົງ.”

ທ່ານ ທຣຳ ໄດ້ກ່າວຢໍ້າວ່າ ຍຸກຂອງແຜນຍຸດທະສາດອົດກັ້ນ, ໃນການພະຍາຍາມທີ່ຈະ
ຮັບມືກັບ ພຽງຢາງ, ແມ່ນໄດ້ຈົບລົງແລ້ວ.

ທ່ານປະທານາທິບໍດີ ໄດ້ກ່າວໂດຍວິຈານວິທີຕ່າງໆຂອງລັດຖະບານຊຸດກ່ອນຂອງ
ສະຫະລັດ ວ່າ “ບາງຄົນເວົ້າວ່າ ຄຳເວົ້າຂອງຂ້າພະເຈົ້າແມ່ນຮຸນແຮງ, ແຕ່ໃຫ້ເບິ່ງສິ່ງ
ທີ່ໄດ້ເກີດຂຶ້ນ ກັບຄຳເວົ້າທີ່ອ່ອນແອໃນ 25 ປີທີ່ຜ່ານມານັ້ນ. ແຕ່ທ່ານໄດ້ປະຕິເສດ
ທີ່ຈະຕອບຄຳຖາມຂອງບັນດານັກຂ່າວ ຍີ່ປຸ່ນ ກ່ຽວກັບວ່າ ທ່ານໄດ້ກຽມພ້ອມທີ່ຈະເຮັດ
ສົງຄາມກັບ ເກົາຫຼີເໜືອ ແລ້ວຫຼືບໍ່.

ນອກນັ້ນ ທ່ານປະທານາທິບໍດີ ຍັງຖືກຖາມ ກ່ຽວກັບ ຂໍ້ຄວາມໃໝ່ທີ່ທ່ານມີ ສຳລັບທ່ານ
ຄິມ ຈອງ ອຶນ, ນັກຂ່າວອົງການຂ່າວ Reuters ໄດ້ເນັ້ນຄຳເວົ້າຂອງທ່ານ ທຣຳ ໃນ
ການຕອບຄຳຖາມຂອງ ວີໂອເອ ຢູ່ເທິງເຮືອບິນ Air Force One ໃນລະຫວ່າງການ
ເດີນທາງໄປ ຍີ່ປຸ່ນ ເຊິ່ງທ່ານໄດ້ອ້າງເຖິງປະຊາຊົນ ເກົາຫຼີເໜືອ ວ່າເປັນຄົນທີ່ຂະຫຍັນ
ໝັ່ນພຽນ ແລະ ອົບອຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

North Korea Dominates Trump-Abe Talks in Tokyo
please wait

No media source currently available

0:00 0:01:50 0:00

XS
SM
MD
LG