ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ເຈລະຈາ ກ່ຽວກັບ ການລັກພາໂຕ ກັບ ເກົາຫຼີເໜືອ (ວີດີໂອ)


Nokor Japan Talks CNPK
please wait

No media source currently available

0:00 0:02:18 0:00

ການ​ເຈລະຈາ​ລະຫວ່າງ ​ເກົາຫຼີ​ເໜືອ​ແລະ​ຍີ່ປຸ່ນ ​ໄດ້​ເລີ້ມ​ຕົ້ນ​ບໍ່ຄ່ອຍ
ລາບລື່ນປານໃດ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່​ທັງ​ສອງ​ຝ່າຍ ​ໄດ້ຖົກ
ກັນ​ກ່ຽວ​ກັບ​ການ​ຍິງທົດ​ລອງ​ລູກ​ສອນ​ໄຟໄລ ຍະ​ໃກ້ຂ​ອງ​ພຽງ​ຢາງ
​ຫວ່າງ​ມໍ່ໆ​ມາ​ນີ້.

ການ​ເຈລະຈາ​ດັ່ງກ່າວ​ ຊຶ່ງຈັດ​ຂຶ້ນ​ທີ່ສະຖານ​ທູດຂອງ​ເກົາຫຼີ​ເໜືອ
ໃນ​ປັກ​ກິ່ງ ​ແມ່ນຈະ​ເພັ່ງ​ເລັງ​ໃສ່​ການ​ລັກ​ພາ​ຕົວຊາວ​ຍີ່ປຸ່ນ ​ໂດຍ
​ພຽງ​ຢາງ ໃນ​ຊຸມ​ປີ 1970 ​ແລະ 1980 ນັ້ນ.

​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ວ່າ ການ​ເຈລະຈາດັ່ງກ່າວຈະໄຂຂຶ້ນຫຼືບໍ່
ຫລັງຈາກເກົາຫລີເໜືອ ໄດ້ທົດລອງ​ຍິງລູກ​ສອນ​ໄຟໄລຍະ​ໃກ້
scud 2 ລູກ ​ໃນ​ວັນ​ອາ​ທິດ​ແລ້ວນີ້.

​ໃນ​ຕອນເລີ້ມ​ຕົ້ນ​ຂອງ​ການ​ເຈລະຈາ ​ຫົວໜ້າຄະນະເຈລະຈາ​ຂອງ​ຍີ່​ປຸ່ນ ທ່ານ Junichi Ihara ​ໄດ້​ກ່າວ​ວ່າ ​ໂຕ​ກຽວ “ປະ​ທ້ວງ​ຢ່າງ​ແຂງ​ຂັນ” ຕໍ່​ການ​ຍິງ​ທົດ​ລອງ​ທີ່​ວ່າ​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ​ເປັນ​ການລະ​ເມີ​ດຕໍ່ມະຕິຂອງ​ອົງການ​ສະຫະ​ປະຊາ​ຊາດ.

ສ່ວນຫົວໜ້າຄະນະເຈລະຈາຂອງ​ເກົາຫຼີ​ເໜືອ ທ່ານ Song II Ho ​ໄດ້​ກ່າວ​ປົກ​ປ້ອງ​ການ​ທົດ​ລອງ​ຍິງ ດັ່ງກ່າວ​ວ່າ ເປັນ​ໄປ​ໃນ​ທາງ​ສັນຕິ​ແລະ​ຖືກຕ້ອງ​ຊອບ​ທຳຕາມກົດໝາຍ ​ໂດຍ​ກ່າວ​ວ່າ ພຽງ​ຢາງບໍ່​ໄດ້ຮັບຮູ້ການ​ລົງ​ໂທດ​ ຂອງອົງການ​ສະຫະ​ປະຊາ​ຊາດ ​ທີ່ເປັນ​ບັນ​ຫາ ນັ້ນ.

ບໍ່​ໄດ້​ມີ​ການແຈ້ງໃຫ້ຊາບ​ວ່າ ການ​ເຈລະຈາ​ໄດ້ມີຄວາມ​ກ້າວໜ້າ​ຫລືບໍ່ ​ກ່ຽວ​ກັບ​ການ​ລັກ​ພາ​ຕົວ​ຊາວ​ຍີ່ປຸ່ນ.

​ເກົາຫຼີ​ເໜືອ ​ໄດ້​ຕົກລົງ​ໃນ​ເດືອ​ນພຶດ​ສະພາ​ຜ່ານ​ມາ​ນີ້ວ່າ ຈະ​ເປີດ​ຄືນ ການ​ສືບສວນ ສອບ​ສວນການ​ລັກ​ພາ​ຕົວ​ດັ່ງກ່າວ​ ​ເພື່ອ​ແລກປ່ຽນ ກັບການຜ່ອນຜັນການ​ລົງ​ໂທດບາງຢ່າງຈາກ
ຍີ່ປຸ່ນ ທີ່ມີມາເປັນເວລາດົນ​ນານແລ້ວ​ນັ້ນ.

XS
SM
MD
LG