ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ບັນ​ຫາ​ລັກ​ພາ​ໂຕ ອາດ​ຂັດ​ຂວາງ ການ​ເຈ​ລະ​ຈາ​ຄືນ​ໃໝ່ ລະ​ຫວ່າງ​ຍີ່​ປຸ່ນ ແລະ​ເກົາ​ຫຼີ​ເໜືອ


ແຟ້ມ - ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຈໍ​ໂທ​ລະ​ພາບ​ສາ​ທາ​ລະ​ນະ​ທີ່​ໂຕ​ກຽວ ທີ່​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂ່າວ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ອອກ​ອາ​ກາ​ດ​ຕອນ​ເຊົ້າ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ພາ​ໃຫ້​ມີ​ການເຕືອນ ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ ໃນ​ພາກ​ເໜື​ອ​ຍີ່​ປຸ່ນ.
ແຟ້ມ - ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຈໍ​ໂທ​ລະ​ພາບ​ສາ​ທາ​ລະ​ນະ​ທີ່​ໂຕ​ກຽວ ທີ່​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂ່າວ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ອອກ​ອາ​ກາ​ດ​ຕອນ​ເຊົ້າ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ພາ​ໃຫ້​ມີ​ການເຕືອນ ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ ໃນ​ພາກ​ເໜື​ອ​ຍີ່​ປຸ່ນ.

ການ​ພົບ​ປະ​ສຸດຍອດ​ທີ່​ອາດມີ​ຂຶ້ນລະ​ຫວ່າງ​ພຽງ​ຢາງ​ແລະ​ໂຕ​ກຽວຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້ ກໍ​ຕໍ່​ເມື່ອ​ຈະ​ມີ​ການ​ແກ້​ໄຂ ​ບັນ​ຫາ​ກ່ຽວ​ກັບ​ການ​ລັກ​ພາ​ໂຕ ພ້ອ​ມ​ທັງ​ໂຄງ​ການອາ​ວຸດ​ນິວ​ເຄ​ລຍ ແລະ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ພວກ​ນັກ​ວິ​ເຄາະ​ກ່າວ.

ເຖິງ​ແມ່ນ​ພຽງ​ຢາງ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເຈ​ລະ​ຈາ​ຫາ​ລື​ກັບ​ວໍ​ຊິງ​ຕັນ​ແລະ​ໂຊ​ລ ແຕ່​ກໍ​ໄດ້​ສະ​ແດງ​ຄວາມ​ເປີດກວ້າງ ແບບ​ບໍ່​ຄ່ອຍ​ເຫັນ​ກັນ ທີ່​ຈະ​ເຈ​ລະ​ຈາ​ກັບ​ປະ​ເທດ​ຍີ່​ປຸ່ນ ຊຶ່ງ​ພວມ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ ​ກັບ​ເກົາ​ຫຼີ​ໃຕ້​ ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ພາ​ຄີ 3 ຝ່າຍກັບ​ສະ​ຫະ​ລັດ.

ທ່ານ​ນາງ​ກິມ ໂຢ ຈົງ ນ້ອງ​ສາວ​ຜູ້​ມີ​ອິ​ດ​ທິ​ພົນ​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ກ່າວ​ວ່າ ພຽງ​ຢາງ​ແມ່ນ​ເປີດກວ້າງ​ທີ່​ຈະ​ປັບ​ປຸງ​ຄວາມ​ສຳ​ພັນ​ກັບ​ໂຕ​ກຽວ ແລະ​ເປີດ​ໂອ​ກາດ ​ສຳ​ລັບ​ການ​ພົບ​ປະ​ສຸດຍອດ ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ ທ່ານຟູ​ມີ​ໂອະ ກິ​ຊິ​ດະ. ​ທ່ານ​ນາງ​ກໍ​ເວົ້າ​ວ່າ ແຕ່​ກໍ​ມີ​ຂໍ້​ແມ້​ຢູ່.

ທ່າ​ນ​ນາງ​ກ່າວ​ຕໍ່​ໄປ​ຢູ່​ໃນ​ຖະ​ແຫຼງ​ການ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ KCNA ຂອງ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 15 ກຸມ​ພາ​ຜ່ານ​ມານີ້​ວ່າ ຍີ່​ປຸ່ນ​ຕ້ອງ​ໄດ້​ປະ​ບັນ​ຫາ​ກາ​ນ​ລັກ​ພາ​ໂຕ ທີ່​ພຽງ​ຢາງ​ຖື​ວ່າ ໄດ້​ຮັບ “ການ​ແກ້​ໄຂ​ໄປ​ແລ້ວ” ແລະ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ ທີ່ “​ບໍ່​ມີຫຍັງ​ກ່ຽວ​ຂ້ອງ” ກັບ​ການ​ປັບ​ປຸງ​ຄວາມ​ສຳ​ພັນ​ນັ້ນ.

“ການ​ປະ​ກາດ​ບັນ​ຫາ​ການ​ລັກ​ພາ​ໂຕ​ໄດ້​ຮັບ​ການ​ແກ້​ໄຂ​ໄປ​ແລ້ວ ແມ່ນ​ເປັນ​ເລື້ອງ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຍາກ ​ສຳ​ລັບ​ຍີ່​ປຸ່ນ” ທ່ານ​ນິກ ເຊ​ເຊັນ​ຢີ (Nick Szechenyi) ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ພ້ອມ​ທັງ​ເປັນ​ປະ​ທານ​ຝ່າຍ​ຍີ່​ປຸ່ນ ແລະ​ຮອງ​ຜູ້​ອຳ​ນວຍ​ການ​ສຳ​ລັບ​ເຂດ​ເອ​ເຊຍ ທີ່​ສູນ​ກາງ​ຄວາມ​ໝັ້ນ​ຄົງ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດ (CSIS) ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມານີ້.

“ມັນ​ແມ່ນ​ເຫດ​ຜົນ​ທີ່​ໜັກ​ແໜ້ນ​ສຳ​ລັບ​ການ​ທູດ​ຍີ່​ປຸ່ນ-ເກົາ​ຫຼີ​ເໜືອ” ໃນ​ຂະ​ນະ​ທີ່ “ຈີນ​ຫາຍ​ສາບ​ສູນ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ເກົາ​ຫຼີ​ເໜືອ ແລະ​ກິມ ຈົງ ອຶນ ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ກັບ​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ​” ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ​ອີ​ແມ​ລ.

“ຍີ່​ປຸ່ນ​ແມ່ນ​ເປັນ​ພຽງ​ປະ​ເທດ​ດຽວ​ທີ່​ມີ​ໂອ​ກາດ​ພົວ​ພັນ ແຕ່​ກິມ​ອາດ​ຈະ​ແກ້​ໄຂ​ບັນ​ຫາ​ການ​ລັກ​ພາ​ໂຕ ຕະ​ຫຼອດ​ທັງ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະ​ອາ​ວຸດ​ນິວ​ເຄ​ລຍ​ນຳ” ທ່ານເຊ​ເຊັນ​ຢີກ່າວ​ຕື່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 20 ພຶດສະພາ 2024

XS
SM
MD
LG