ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກຍິງ ໄນຈີເຣຍ ທີ່ຖືກລັກພາຕົວໄປ ໄດ້ກັບຄືນ ໄປຫາພໍ່ແມ່ ຂອງເຂົາເຈົ້າແລ້ວ


이란 핵 합의 복원 회담이 재개된 오스트리아 빈 그랜드호텔에서 압바스 아락치 이라크 외무차관(왼쪽)과 엔리케 모라 유럽연합대외관계청 사무부총장이 팔꿈치 인사를 하고 있다.
이란 핵 합의 복원 회담이 재개된 오스트리아 빈 그랜드호텔에서 압바스 아락치 이라크 외무차관(왼쪽)과 엔리케 모라 유럽연합대외관계청 사무부총장이 팔꿈치 인사를 하고 있다.

ເດັກຍິງ ໄນຈີເຣຍ ຫຼາຍກວ່າ 100 ຄົນທີ່ຖືກປ່ອຍຕົວໂດຍກຸ່ມຫົວຮຸນແຮງອິສລາມ
ໂບໂກ ຮາຣາມ ເມື່ອບໍ່ດົນມານີ້ ແມ່ນໄດ້ກັບຄືນໄປຫາຄອບຄົວຂອງເຂົາເຈົ້າແລ້ວ.

ກຸ່ມຈີຮາດ ໄດ້ລັກພາຕົວພວກເດັກຍິງ ຈາກເມືອງ ດັບຈີ “Dapchi” ໃນເດືອນກຸມພາ
ທີ່ຜ່ານມາ.

ຫຼັງຈາກເຂົາເຈົ້າໄດ້ຖືກປ່ອຍຕົວໃນວັນສຸກທີ່ຜ່ານມາ ແລະ ໄດ້ພົບກັບພໍແມ່ຂອງເຂົາ
ເຈົ້າເປັນເວລາສັ້ນໆນັ້ນ, ພວກເດັກຍິງນັກຮຽນແມ່ນໄດ້ໃຊ້ເວລາສາມວັນ ທີ່ນະຄອນ
ຫຼວງ ອາບູຈາ ບ່ອນທີ່ເຂົາເຈົ້າໄດ້ພົບປະກັບປະທານາທິບໍດີ ມູຮຳມາດູ ບູຮາຣີ.

ພວກເດັກຍິງແມ່ນລວມຢູ່ໃນຈຳນວນເດັກຍິງ 111 ຄົນທີ່ຖືກລັກພາຕົວໄປໃນເດືອນ
ແລ້ວນີ້, ໃນນັ້ນ 5 ຄົນໄດ້ເສຍຊີວິດໃນລະຫວ່າງການລັກພາຕົວ. ເດັກຍິງຄົນນຶ່ງ,
ນາງ ເລອາ ຊາຣີບູ, ຍັງຄົງຢູ່ໃນການຄວບຄຸມຂອງພວກລັກພາໂຕ ຍ້ອນວ່າລາວນັບ
ຖືສາສະໜາຄຣິສ ແລະ ໄດ້ປະຕິເສດທີ່ຈະປ່ຽນໄປນັບຖືສາສະໜາອິສລາມ.

ທ່ານ ບູຮາຣີ ໃນວັນສຸກທີ່ຜ່ານມາໄດ້ສັນຍາວ່າ ຈະເຮັດ “ທຸກຢ່າງໃນ ອຳນາດຂອງ
ພວກເຮົາ” ເພື່ອໃຫ້ມີການປ່ອຍນາງ ເລອາ ເປັນອິດສະຫຼະ.

ລັດຖະບານຂອງທ່ານ ບູຮາຣີ ໄດ້ຕົກຢູ່ພາຍໃຕ້ຄວາມກົດດັນໃຫ້ແກ້ໄຂບັນຫາການ
ລັກພາຕົວເດັກຍິງທີ່ເມືອງ ດັບຈີ, ເຊິ່ງໄດ້ຟື້ນຄືນຄວາມຊົງຈຳທີ່ເຈັບປວດຂອງການ
ລັກພາຕົວເດັກຍິງ 276 ຄົນຈາກເມືອງຈີບັອກ ໃນປີ 2014.

ອະດີດປະທານາທິບໍດີ ໄນຈີເຣຍ ທ່ານ ກູດລັກ ໂຈນາທັນ ໄດ້ຖືກ ຕ້ອງຕິ ໃນການຮັບ
ມືຂອງທ່ານ ກັບການລັກພາຕົວ ຈາກໂຮງຮຽນ ຈີບັອກ, ເຊິ່ງຕັ້ງຢູ່ຫ່າງຈາກເມືອງ
ດັບຈີ ໄປທາງທິດຕາເວັນອອກສຽງໃຕ້ປະມານ 275 ກິໂລແມັດ.

ເຄິ່ງນຶ່ງຂອງເດັກຍິງພວກນັ້ນແມ່ນໄດ້ຖືກສົ່ງກັບຄືນ ແຕ່ 100 ຄົນຍັງຫາຍສາບສູນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG