ຜູ້ນໍາປາແລສໄຕ ທ່ານ Mahmoud Abbas ຈະເດີນທາງ
ໄປຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນ
ວັນພະຫັດມື້ນີ້ໂດຍໄດ້ຮັບການສະໜັບສະໜຸນຢ່າງໃຫຍ່ໃນ
ການດຳເນີນຄວາມພະຍາຍາມ ຂອງທ່ານທີ່ຈະຍົກລະດັບ
ສະຖານະພາບຂອງອຳນາດການປົກຄອງປາແລສໄຕ ຈາກ
ການເປັນອົງການນຶ່ງ ຂຶ້ນມາເປັນລັດທີ່ບໍ່ແມ່ນສະມາຊິກ.
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຈະລົງຄະແນນສຽງກ່ຽວ ກັບມາດຕະການດັ່ງກ່າວ ຊຶ່ງໄດ້ຮັບການຄັດຄ້ານໂດຍສະຫະລັດແລະ ອິສຣາແອລ.
ປະມານ 60 ປະເທດ ພາກັນຮ່ວມສະເໜີຍັດຕິສະບັບນີ້ ແລະ
ຄາດວ່າ ທ່ານ Abbas ຈະຕ້ອງການແຕ່ຄະແນນສຽງສ່ວນ
ຫລາຍເທົ່ານັ້ນ ຈາກບັນດາປະເທດສະມາຊິກສະຫະປະຊາຊາດ ທີ່ມີ 193 ປະເທດ. ຖານະດັ່ງກ່າວຈະອຳນວຍໃຫ້ຊາວປາແລສໄຕ ເຂົ້າຫາສານອາຍານາໆຊາດໄດ້ ບ່ອນ
ທີ່ພວກເຂົາເຈົ້າຈະຮ້ອງຂໍໃຫ້ໄອຍະການ ທຳການສືບສວນກ່ຽວກັບ ການປະພຶດຂອງ
ອິສຣາແອລ ຢູ່ໃນດິນແດນຂອງເຂົາເຈົ້ານັ້ນ.
ແຕ່ວ່າ ການອະນຸມັດຖານະ "ສັງເກດການແກ່ລັດທີ່ບໍ່ແມ່ນສະມາຊິກ” ໃຫ້ປາແລສໄຕນັ້ນ ແມ່ນຍັງບໍ່ເຖິງຂັ້ນການເປັນສະມາຊິກໂດຍເຕັມ ຂອງສະຫະປະຊາຊາດ ຊຶ່ງເປັນສິ່ງທີ່ເຂົາເຈົ້າບໍ່ສາມາດບັນລຸໄດ້ໃນປີແລ້ວນີ້.