ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ປາແລັສໄຕ ຫາລືກັນ ເພື່ອຮື້ຟື້ນ ການເຈລະຈາ ສັນຕິພາບ (ວີດີໂອ)


ທ່ານ Mahmoud Abbas ປະທານາທິບໍດີປາແລັສໄຕ
ທ່ານ Mahmoud Abbas ປະທານາທິບໍດີປາແລັສໄຕ
ທ່ານ Mahmoud Abbas ປະທານາທິບໍ​ດິ ປາ​ແລັສ​ໄຕ ມີ​ກໍານົດ​ຈະ​ພົບ​ປະ​ກັບ​ຜູ້​ນໍາ​ອື່ນໆ​ຂອງ​ປາ​ແລັສ​ໄຕ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ຄວາມ​ເປັນໄປ​ໄດ້ໃນ​ການ​ຮື້​ຟື້ນ​ການ​ເຈລະ​ຈາ​ສັນຕິ​ພາບ​ກັບ​ອີສຣາ​ແອ​ລຄືນ​ໃໝ່.

ການ​ເຈລະຈາຫາລື​ກັບ​ພວກ​ຜູ້​ນໍາ​ຂອງ​ອົງການ​ປົດ​ປ່ອຍ​ປາ​ແລັສ​ໄຕ ຫຼື Palestinian Liberation Organization ດັ່ງກ່າວ​ນີ້ ມີ​ຂຶ້ນມື້​ນຶ່ງຫຼັງຈາກ ທ່ານ​ອັບ​ບາສ ​ໄດ້​ພົບ​ປະ​ກັບ​ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດທີ່ໄດ້ໃຫ້​ຄວາມ​ຄິດ​ເຫັນ​ໄປໃນ​ແງ່​ບວກ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ເຈລະຈາ​ກັນຄືນໃໝ່ນັ້ນ.

ທ່ານ ​ແຄ​ຣີ ບອກ​ພວກ​ນັກຂ່າວທີ່​ປະ​ເທດ​ຈໍ​ແດນເມື່ອວັນ​ພຸດ​ວານ​ນີ້​ວ່າ ການ​ພົບ​ປະກັນ​ ລະຫວ່າງ​ເຈົ້າໜ້າ​ທີ່​ອີສຣາ​ແອ​ລ ​ແລະ​ປາ​ແລັສ​ໄຕ​ນັ້ນ ​ແມ່ນ​ສາມາດ​ລົດ​ລະດັບ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ສອງ​ຝ່າຍ
ລົງ.

ທ່ານແຄຣີ ​ເວົ້າ​ວ່າ ​ເຖິງ​ແມ່ນມີ​ສິ່ງ​ອື່ນໆຫຼາຍຢ່າງ​ ​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ຂົງ​ເຂດ​ນີ້​ກໍ​ຕາມ ​ເຖິງ​ແມ່ນ​ມີ​ຄວາມ​ກົດ​ດັນ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ເລື່ອງຊາວ​ອົບ​ພະຍົບ ຂໍ້​ຂັດ​ແຍ້​ງກັນ ເຖິງ​ແມ່ນມີຄວາມ​ກົດ​ດັນ​ຈາກເຂດ​ຄຸ້ມ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ ຄວາມ​ຈິງ​ແລ້ວ​ ທັງ​ສອງ​ຝ່າຍ​ຍັງສືບ​ຕໍ່​ປະຕິບັດ​ງານ ​ເທົ່າ​ເຖິງ​ຈຸດ​ນີ້ ​ດ້ວຍຄວາມ​ຈິງ​ໃຈ ​ດ້ວຍ​ຄວາມ​ພະຍາຍາມ​ທີ່​ດີ ​ເພື່ອຊອກ​ຫາ​ຊ່ອງທາງ​ໄປ​ສູ່​ຄວາມ​ສໍາ​ເລັດ​ຜົນ.

ທ່ານ ​ແຄ​ຣີ ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຫຼັງຈາກໄດ້​ກ່າວ​ລາຍ​ງານ ຕໍ່​ທ່ານ Nabil Elaraby ຫົວໜ້າ​ສັນ​ນິບາດ​ອາຣັບ ​ແລະ​ບັນດາ​ຜູ້ຕາງໜ້າ​ປະ​ເທດ​ອາຣັບ ທີ່​ສະ​ໜັບສະ​ໜຸນ​ແຜນການ​ສັນຕິ​ພາບ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ນັ້ນ. ທ່ານແຄ​ຣີ ​ໄດ້ຮຽກຮ້ອງ​ໃຫ້​ອີສຣາ​ແອ​ລແລະ​ປາ​ແລັສ​ໄຕ ຈົ່ງ​ຢ່າ​ໄດ້​ເອົາ​ບາດກ້າວ​ໃດໆ​ທີ່​ຈະ​ບ່ອນ​ທໍາລາຍ​ຂັ້ນ​ຕອນ​ສັນຕິພາບ​ນັ້ນ.

ເບິ່ງວີດີໂອ:

ຟັງຂ່າວກ່ຽວກັບ Palestine
please wait

No media source currently available

0:00 0:01:08 0:00
XS
SM
MD
LG