ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Abbas ຍອມຮັບວ່າ ຕົນປະຕິເສດ ແຜນສັນຕິພາບ ສອງປະເທດ ກັບອິສຣາແອລ ເມື່ອປີ 2008


ປະທານາທິບໍດີ ປາແລັສໄຕນ໌ ທ່ານ Mahmoud Abbas ທີ່ສະແດງໃຫ້ເຫັນ ແມ່ນໃນຕອນທີ່ ກ່າວຖະແຫລງ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York ເມື່ອເດືອນກັນຍາ.
ປະທານາທິບໍດີ ປາແລັສໄຕນ໌ ທ່ານ Mahmoud Abbas ທີ່ສະແດງໃຫ້ເຫັນ ແມ່ນໃນຕອນທີ່ ກ່າວຖະແຫລງ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York ເມື່ອເດືອນກັນຍາ.

ປະທານາທິບໍດີ ປາແລັສໄຕນ໌ ທ່ານ Mahmoud Abbas ໄດ້
ເປີດເຜີຍຕໍ່ສາທາລະນະຊົນ ໂດຍຍອມຮັບເປັນຄັ້ງທຳອິດ ວ່າ
ທ່ານໄດ້ລົ້ມເລີກໂອກາດ ສຳລັບຂໍ້ຕົກລົງສັນຕິພາບທີ່ມີສອງ
ປະເທດ ກັບອິສຣາແອລ ໃນປີ 2008 ທີ່ອາດຈະມອບດິນແດນ
ເກືອບທັງໝົດ ທີ່ຊາວປາແລັສໄຕນ໌ ຕ້ອງການ ໃຫ້ຄືນໂດຍ
ອິສຣາແອລ.

ຂໍ້ສະເໜີດັ່ງກ່າວໂດຍອະດີດນາຍົກລັດຖະມົນຕີອິສຣາແອລ
ທ່ານ Ehud Olmert ປະກອບດ້ວຍ ການຖອນຊາວອິສຣາແອລ
ເກືອບທັງໝົດອອກຈາກ ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື
West Bank ແລະ ດິນແດນທີ່ເຊື່ອມຕໍ່ທາງພື້ນດິນຫາເຂດ
Gaza Strip. ສ່ວນເມືອງເກົ່າແກ່ຂອງເຈຣູຊາແລັມ ຕາເວັນອອກ ເຊິ່ງເປັນສະຖານທີ່ສັກສິດ
ຂອງຊາວຢິວ ແລະ ຊາວອາຣັບ ອາດຈະຢູ່ພາຍໃຕ້ການຄວບຄຸມໂດຍນານາຊາດ.

ທ່ານ Abbas ໄດ້ກ່າວໃນການໃຫ້ສຳພາດ ກັບສະຖານີໂທລະພາບ ຊ່ອງ 10 ຂອງ
ອິສຣາແອລ ວ່າ ທ່ານໄດ້ປະຕິເສດຂໍ້ຕົກລົງ ຍ້ອນວ່າ ທ່ານບໍ່ໄດ້ມີໂອກາດ ສຶກສາເບິ່ງ
ແຜນທີ່ ການແບ່ງດິນແດ່ນ ຕາມຂໍ້ສະເໜີຂອງທ່ານ Olmert.

ທ່ານ Abbas ເວົ້າວ່າ “ທ່ານ Olmert ບອກຂ້າພະເຈົ້າວ່າ ‘ນີ້ແມ່ນແຜນທີ່. ເຫັນບໍ່?
ທໍ່ນີ້ແຫລະ!’ ຂ້າພະເຈົ້າເຄົາລົບການຕັດສິນໃຈຂອງທ່ານ Olmert ທີ່ບໍ່ເອົາແຜນທີ່
ໃຫ້ຂ້າພະເຈົ້າ. ແຕ່ວ່າ ພວກເຮົາຈະສາມາດລົງນາມ ໃນສິ່ງທີ່ບໍ່ໄດ້ມອບໃຫ້ພວກເຮົາ
ທີ່ບໍ່ໄດ້ປຶກສາຫາລືກັນກ່ອນ ໄດ້ແນວໃດ?”

ທ່ານ Olmert ຍັງໄດ້ລົມກັບໂທລະພາບອິສຣາແອລນັ້ນ ໂດຍກ່າວວ່າ ທ່ານໄດ້ບອກ
ທ່ານ Abbas ວ່າ ມັນຈະເປັນອີກ 50 ປີ ກ່ອນທີ່ຊາວປາແລັສໄຕນ໌ ຈະໄດ້ຮັບຂໍ້ສະເໜີ
ອີກເທື່ອນຶ່ງ ທີ່ຄືກັນກັບອັນນີ້ ທີ່ທ່ານໄດ້ສະເໜີ ໃຫ້ພວກເຂົາເຈົ້າໄປ.

ທ່ານ Abbas ໄດ້ກ່າວໃນການໃຫ້ສຳພາດ ທີ່ອອກອາກາດ ໃນຕອນແລງຂອງວັນອັງຄານ
ມື້ກ່ອນ ວ່າ ການເຈລະຈາ ຍັງສືບຕໍ່ ແຕ່ຕໍ່ມາບໍ່ດົນກໍໄດ້ລົ້ມແຫລວໄປ ໃນຂະນະທີ່ ທ່ານ
Olmert ກຳລັງປະເຊີນໜ້າກັບການກ່າວຫາວ່າສໍ້ລາດບັງຫລວງ ແລະໄດ້ລາອອກຈາກ
ຕຳແໜ່ງ.

XS
SM
MD
LG