ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ອັບບັສ ເອີ້ນ Holocaust ວ່າ ເປັນອາຊະຍາກຳ ທີ່ ໂຫດຫ້ຽມທີ່ສຸດ


ປ. Mahmoud Abbas ແຫ່ງປາແລສໄຕນ໌ ທີ່ກອງປະຊຸມ
ອົງການປົດປ່ອຍປາແລສໄຕນ໌ ທີ່ເມືອງ Ramallahໃນຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ. ວັນທີ 4 ທັນວາ, 2012.
ປ. Mahmoud Abbas ແຫ່ງປາແລສໄຕນ໌ ທີ່ກອງປະຊຸມ ອົງການປົດປ່ອຍປາແລສໄຕນ໌ ທີ່ເມືອງ Ramallahໃນຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ. ວັນທີ 4 ທັນວາ, 2012.
ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌
​ເອີ້ນ​ການ​ສັງຫານ​ໝູ່ຊາວ​ຢີວ​ໃນການ​ຂ້າ​ລ້າງເຊື້ອຊາດເຜົ່າ
ພັນປະຊາຊົນ​ຢ່າງ​ຂະ ໜານ​ໃຫຍ່ຫຼື Holocaust ນັ້ນ​ເປັນ
“ອາ​ຊະ​ຍາ​ກຳ ​ທີ່​ໂຫດ​ຫ້ຽມທີ່​ສຸດ” ຕໍ່​ມະນຸດຊາດ​ໃນ​ຍຸກ
ສະ​ໄໝ​ໃໝ່.

ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ​ອັບ​ບັສ ​ໄດ້​ຖືກ​ພິມ​ເຜີຍ​ແຜ່​ ໃນ​ວັນ​
ອາທິດ​ມື້​ນີ້ ໂດຍ​ອົງການ​ຂ່າວ WAFA ຂອງທາງການ​ປາ​
ແລ​ສ​ໄຕ​ນ໌ ໃນເວລາ ພຽງບໍ່ເທົ່າໃດຊົ່ວໂມງ ກ່ອນອິສຣາ
ແອລ ເລີ້ມສະຫຼອງວັນຂີດໝາຍ ແຫ່ງການຂ້າລ້າງເຜົ່າພັນ
Holocaust ແລະເປັນເວລາຫຼາຍມື້ຫຼັງຈາກໄດ້ງົດການເຈ
ລະຈາສັນຕິພາບກັບອິສຣາແອລ.

ຖ້ອຍຖະແຫຼງຂອງທ່ານອັບບັສ ເປັນການຮັບຮູ້ທີ່ບໍ່ສູ່ມີຂຶ້ນ ໂດຍຜູ້ນຳອາຣັບກ່ຽວກັບ
ຊາວຢິວ ທີ່ໄດ້ຮັບຄວາມເຈັບປວດ ໃນລະຫວ່າງການຂ້າລ້າງເຜົ່າພັນ ຂອງພວກ
Nazi ນັ້ນ. ຊາວຢີວ 6 ລ້ານຄົນຖືກສັງຫານ ໃນການຂ້າລ້າງເຜົ່າພັນ Holocaust ນັ້ນ.

ການຮັບຮູ້ຂອງທ່ານອັບບັສກ່ຽວກັບຄວາມເຈັບປວດຂອງຊາວຢີວ ເຊື່ອກັນວ່າ ໄດ້
ເກີດຂຶ້ນຍ້ອນການພົບປະກັນເມື່ອໄວໆຜ່ານມານີ້ກັບອາຈານຂອງສາສະໜາຢີວອະ
ເມຣິກັນຄົນນຶ່ງ ທີ່ສົ່ງເສີມໃຫ້ມີຄວາມເຂົ້າອົກເຂົ້າ ໃຈລະຫວ່າງຊາວຢີວ ແລະມຸສລິມ
ນັ້ນ.
XS
SM
MD
LG