ເຮືອບັນທຸກລຳໜຶ່ງ ທີ່ພົບເຫັນວ່າ ລ່ອງລອຍຢູ່ທະເລ Adriatic
ທີ່ມີອົບພະຍົບຢ່າງນ້ອຍ 600 ຄົນຢູ່ໃນເຮືອນັ້ນ ໄດ້ຖືກນຳເຂົ້າ
ໄປຈອດຢູ່ທ່າເຮືອແຫ່ງນຶ່ງ ຂອງອີຕາລີແລ້ວ.
ເຮືອບັນທຸກທີ່ຕິດທຸງຂອງປະເທດໂມລໂດວາລຳດັ່ງກ່າວ ໄປ
ເຖິງທ່າເຮືອ Gallipoli ຢູ່ໃນພາກໃຕ້ຂອງປະເທດ ໃນຕອນເຊົ້າ
ວັນພຸດມື້ນີ້. ພວກຄົນທີ່ຢູ່ໃນເຮືອລຳດັ່ງກ່າວ ໄດ້ພົບກັບບັນດາ
ພະນັກງານກາແດງ ຂອງອີຕາລີ ແລະພະນັກງານສຸກເສີນ
ອື່ນໆອີກ. ມາເຖິງຕອນນີ້ ຍັງບໍ່ມີຂໍ້ມູນວ່າ ພວກອົບພະຍົບ
ເຫຼົ່ານີ້ ແມ່ນເປັນຄົນສັນຊາດໃດ ຫຼື ຢູ່ໃນສະພາບໃດ.
ທະຫານເຮືອອີຕາລີໄດ້ເຂົ້າຄວບຄຸມ ເຮືອລຳດັ່ງກ່າວ ໃນວັນອັງຄານວານນີ້ ຫຼັງຈາກ
ຄົ້ນພົບວ່າ ພວກລູກເຮືອໄດ້ໜີຈາກເຮືອໄປແລ້ວ ແລະ ໄດ້ຕັ້ງໃຫ້ຈັກເຮືອແລ່ນໄປຕຳ
ໃສ່ແຄມຝັ່ງ.
ເຮືອລຳດັ່ງກ່າວ ໄດ້ພົບເຫັນເທື່ອທຳອິດ ເມື່ອຕອນເຊົ້າຂອງມື້ດຽວກັນ ໃກ້ໆກັບເກາະ
Corfu ຂອງກຣິສ ຫຼັງຈາກຜູ້ໃດຜູ້ໜຶ່ງຢູ່ໃນເຮືອ ໄດ້ສົ່ງສັນຍານ ຮ້ອງຂໍຄວາມຊ່ວຍເຫຼືອ
ອອກໄປ.
ບັນດາເຈົ້າໜ້າທີ່ກຣິສ ໄດ້ຂຶ້ນໄປເທິງເຮືອລຳດັ່ງກ່າວ ແລ້ວພົບເຫັນວ່າ ບໍ່ມີຫຍັງຜິດ
ປົກກະຕິ ແລະໄດ້ປ່ອຍໃຫ້ເຮືອລຳນີ້ ແລ່ນໄປຕາມເສັ້ນທາງ ຂອງມັນ.
ພວກອົບພະຍົບຫຼາຍພັນຄົນ ຊຶ່ງສ່ວນໃຫຍ່ ແມ່ນມາຈາກອາຟຣິກາເໜືອ ໄດ້ເສຍຊີວິດ
ໃນຄວາມພະຍາຍາມ ທີ່ຈະຂ້າມທະເລໄປຍັງຢູໂຣບ ໃນແຕ່ລະປີ ເພື່ອຫລົບໜີສົງຄາມ
ແລະ ຄວາມທຸກຍາກ ຢູ່ໃນບ້ານເກີດຂອງຕົນ.
ຈຳນວນນຶ່ງ ໄດ້ພາກັນໃຊ້ເຮືອ ທີ່ບໍ່ແຂງແຮງເປັນອັນຕະລາຍຫຼາຍ ໃນການເດີນທາງ
ຂະນະທີ່ອີກສ່ວນໜຶ່ງ ວ່າຈ້າງພວກລັກລອບເອົາຄົນຂ້າມຟາກ ທີ່ສ່ວນໃຫຍ່ແລ້ວ ມັກຈະ
ຫລົບໜີໄປຈາກເຮືອຂອງຕົນ ແລະ ປະຜູ້ໂດຍສານໄວ້ຢູ່ກາງທະເລ.