ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນຶ່ງ​ປີ​ຕໍ່​ມາ ໄດ້ທີ ຄວາມ​ຊົງ​ຈຳ ແລະ ກ​ານ​ປ່ຽນ​ແປງ​ ຫຼາຍ​ຢ່າງ ສຳ​ລັບ​ ລາ​ສ ເວ​ກັ​ສ


​ທ້າວ ເຈ​ສັນ ແມັກ​ມິ​ລ​ລັນ, 36 ປີ, ຈາກ​ເມືອງ ຣ​ີ​ເວີ​ໄຊ​ດ໌ (Riverside), ຕຳຫຼວດ​ເມືອງ ຣີ​ເວ​ໄຊ​ດ໌ ຜູ້​ທີ່​ຖືກ​ຍິງ ແລະ ເປັນ​ພິ​ການ​ໃນ​ວັນ​ທີ 1 ຕຸ​ລາ 2017.
​ທ້າວ ເຈ​ສັນ ແມັກ​ມິ​ລ​ລັນ, 36 ປີ, ຈາກ​ເມືອງ ຣ​ີ​ເວີ​ໄຊ​ດ໌ (Riverside), ຕຳຫຼວດ​ເມືອງ ຣີ​ເວ​ໄຊ​ດ໌ ຜູ້​ທີ່​ຖືກ​ຍິງ ແລະ ເປັນ​ພິ​ການ​ໃນ​ວັນ​ທີ 1 ຕຸ​ລາ 2017.

ໂດຣນ​ບິນ​ໄປ​ມາຈາກ​ເພ​ດານ​ຄື​ກັບ​ໂຕ​ແຮ້ງ​, ຄອກ​ຈັບ​ໂດ​ຣນ​ກໍ​ກຽມ​ພ້ອມ​ ທີ່​ຈະ​ຈັບ​ເອົາ​
ມັນ. ຢູ່ໃກ້ໆກັນນັ້ນ, ໝາກບານຄອນກຣີດຂະໜາດໃຫຍ່ຖືກທາສີເປັນຮອຍຫຍິບສີ
ແດງ ເພື່ອເຮັດໃຫ້ມັນຄືໝາກບານ ເບສບອລ, ການເຮັດແນວນັ້ນ ມັນເປັນການຊຸກ
ເຊື່ອງຈຸດປະສົງທີ່ແທ້ຈິງຂອງມັນ, ເຊິ່ງແມ່ນຊິ່ງກີດກັ້ນ ເພື່ອຢຸດລົດບັນທຸກຈາກການ
ຕຳເຂົ້າໃສ່ຝູງຄົນ ຫຼື ອາຄານຕ່າງໆ. ມາດຕະການຮັກສາຄວາມປອດໄພເທັກໂນໂລຈີ
ລະດັບສູງພວກນີ້ ແມ່ນສ່ວນນຶ່ງຂອງ ບູທ໌ວາງສະແດງຫຼາຍຮ້ອຍແຫ່ງ ທີ່ຕັ້ງຢູ່ໃນພື້ນທີ່
ຂອງກອງປະຊຸມແລກປ່ຽນການຮັກສາຄວາມປອດໄພໂລກ ໃນນະຄອນ ລາສເວກັສ,
ລັດ ເນວາດາ.

ສະ​ຖານ​ທີ່ ແລະ ເວ​ລາ​ຂອງ​ກອງ​ປະ​ຊຸມ​ປະ​ຈຳ​ປີ ແມ່ນ​ມີ​ຄວາມ​ສຳ​ຄັນເປັນ​ພິ​ເສດ​ສຳ​
ລັບປີນີ້. ມັນໄດ້ຖືກຈັດຂຶ້ນ ບໍ່ເຖິງນຶ່ງສັບປະດາ ກ່ອນວັນຄົບຮອບເຫດການຍິງກັນ ທີ່
ໂຫດຮ້າຍທີ່ສຸດ ຂອງປະເທດ ໂດຍບຸກຄົນຜູ້ນຶ່ງ. ໃນວັນທີ 1 ຕຸລາ 2017, ທ້າວ
ສເຕເຟັນ ແພດດັອກ (Stephen Paddock) ໄດ້ຍິງປືນຈາກຫ້ອງຂອງລາວ ຢູ່ຊັ້ນທີ
32 ຂອງຣີສອດ ແມນດາເລ ເບ (Mandalay Bay) ໃນນະຄອນ ລາສ ເວກັສ ໃສ່ຝູງ
ຄົນ ໃນຄອນເສີດເພງລູກທົ່ງຕາເວັນຕົກ. ລາວໄດ້ສັງຫານ 58 ຄົນ. ຫຼາຍກວ່າ 800
ຄົນ ໄດ້ຮັບບາດເຈັບ ແລະ ພາກັນແຕກຕື່ນຫຼົບໜີ.

ກອງ​ປະ​ຊຸມ​ແລກ​ປ່ຽນ​ກ​ານ​ຮັກ​ສາ​ຄວາມ​ປອດ​ໄພ​ໂລກ ລວມ​ມີ​ການ​ປະ​ຊຸມ​ສຶກ​ສາ​ດ້ວຍ.
ບໍລິສັດຮັກສາຄວາມປອດໄພ ແຄມແບລ ອອຟ ບລູ ເກລເຊຍ ແລະ ອິນແທລ
(Campbell of Blue Glacier & Intel) ໄດ້ຂຶ້ນເວົ້າ ກ່ຽວກັບ ການ “ຮັກສາຄວາມ
ປອດໄພຢ່າງເຂັ້ມງວດ ຢູ່ໃນການສະແດງຄອນເສີດ ແລະ ງານພິເສດຕ່າງໆ.”

ທ່ານ ແຄມ​ແບ​ລ ໄດ້​ສອນ​ຜູ້​ເຂົ້າ​ຮ່ວມ​ໃຫ້​ປົກ​ປ້ອງ​ສາມ​ຢ່າງ​ຄື: ຜູ້​ສະ​ແດງ, ແຂກຜູ້ເຂົ້າ
ຊົມ ແລະ ກະເປົາຕົນເອງ. ລາວໄດ້ອະທິບາຍ ກ່ຽວກັບ ບາງເຫດການ ທີ່ໄດ້ເຮັດໃຫ້
ນັກສະແດງທັງຫຼາຍທີ່ຢືນຢູ່ເທິງເວທີ ເປັນສິ່ງທີ່ທ່ານເອີ້ນວ່າ “ຕົກໃຈຢ່າງແຮງ ຈາກ
ການໂຈມຕີ,” ຄືທ້າວ ເຈສັນ ອາລດອນ ໃນການຍິງກັນຢູ່

ລາ​ສ ເວ​ກັ​ສ ເມື່ອ​ປີ​ກາຍນີ້. ທ່ານ ແຄມ​ແບ​ລ ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​
ໄພຕ້ອງຮັບປະກັນວ່າ ຕ້ອງມີແຕ່ຜູ້ເຂົ້າຊົມຄອນເສີດ ທີ່ມີປີ້ເທົ່ານັ້ນ ທີ່ສາມາດເຂົ້າ
ຊົມໄດ້. ທ່ານ ແຄມແບລ ໄດ້ເວົ້າວ່າ “ມັນໄດ້ມີການທັບຊ້ອນກັນໃນນັ້ນ ເພາະວ່າ
ເມື່ອເຈົ້າປ້ອງກັນກະເປົານັ້ນ, ເຈົ້າຍັງປົກປ້ອງແຂກຜູ້ເຂົ້າຊົມນຳດ້ວຍ.”

XS
SM
MD
LG