ຈີນ ປະກາດໃນອາທິດນີ້ວ່າ ຕົນຈະເລີ່ມໂຄງການພະລັງງານນີວເຄລຍ ຄືນໃໝ່ຫລັງ
ຈາກເກືອບນຶ່ງປີທີ່ໄດ້ໂຈະຫຼາຍໆໂຄງການໄວ້ ລຸນຫຼັງທີ່ໄດ້ເກີດອຸບປະຕິເຫດທີ່ໂຮງ
ໄຟຟ້ານີວເຄລຍ Fukushima ຂອງຍີ່ປຸ່ນ.
ຜູ້ນໍາຂັ້ນສູງຂອງພັກ ທ່ານ Wen Joabao ກ່າວວ່າ ຈີນຈະພັດທະນາພະລັງງານນີວ
ເຄລຍຢ່າງປອດໄພແລະມີປະສິດທິຜົນ. ໃນວັນພຸດ ຜ່ານມານີ້ ບັນດາເຈົ້າໜ້າທີ່ພະລັງ
ງານນີວເຄລຍຂອງຈີນ ໄດ້ປະກາດວ່າ ປັກກິ່ງໄດ້ຕັດສີນໃຈຍົກເລີກການໂຈະກ່ຽວກັບ
ການສ້້າງໂຮງໄຟຟ້ານີວເຄລຍ ທີ່ໄດ້ຮັບການອະນຸມັດເພື່ອໃຫ້ກໍ່ສ້າງໄປແລ້ວນັ້ນ.
ຄໍາປະກາດກ່ຽວກັບນະໂຍບາຍຂອງຈີນທີ່ວ່ານີ້ ເປັນຂີດໝາຍຂອງການ ປ່ຽນແປງລຸນ
ຫຼັງທີ່ໄດ້ເກີດວິກິດການນີວເຄລຍຢູ່ທີ່ຍີ່ປຸ່ນ. ຫຼັງຈາກນັ້ນ ປັກກິ່ງ ໄດ້ສັ່ງໃຫ້ໂຈະໂຄງ
ການທີ່ຍັງບໍ່ທັນໄດ້ຮັບການອະນຸມັດເທື່ອ ແລະໄດ້ສະເໜີໃຫ້ມີການກວດກາຄວາມປອດ
ໄພຢູ່ທີ່ໂຮງໄຟຟ້າທີ່ໄດ້ມີການເປີດໃຊ້ແລ້ວ.
ພະລັງງານນີວເຄລຍ ແມ່ນຖືວ່າເປັນພາກສ່ວນທີ່ມີຄວາມຫຼໍ່ແຫຼມສຳຄັນໃນແຜນການ
ຂອງລັດຖະບານເພື່ອຊອກຫາແຫຼ່ງພະລັງງານແບບຫຼາກຫຼາຍນອກເໜືອໄປຈາກຖ່ານ
ຫີນທີ່ໃຊ້ປັ່ນໄຟຟ້າປະມານ 80% ຢູ່ໃນປະເທດຈີນນັ້ນ. ພະລັງງານນີວເຄລຍ ຊຶ່ງປ່ອຍ
ທາດຄາບອນເກືອບສູນເປີເຊັນ ຊຶ່ງໃນເວລານີ້ປະກອບເປັນໜ້ອຍກວ່າສອງເປີເຊນ
ຂອງການນໍາໃຊ້ພະລັງງານທັງໜົດຂອງປະເທດ.
ເພື່ອໃຫ້ເປັນທີ່ພຽງພໍຕໍ່ຄວາມຕ້ອງການທີ່ເພີ່ມທະວີຂຶ້ນແລະລົດການໃຊ້ພະລັງງານທີ່
ມີມົນລະພິດນັ້ນ ຈີນມີແຜນທີ່ຈະເພີ້ມການພະລິດພະລັງງານນີວເຄລຍ ຂື້ນເປັນສອງເທົ້າ
ພາຍໃນປີ 2020 ນີ້.