ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາທິດ ໃນການໄວ້ອາໄລ ແກ່ທ່ານ Castro ເລີ້ມຂຶ້ນ ໃນປະເທດຄິວບາ


ແມ່ຍິງຄົນນຶ່ງເສັດນໍ້າຕາ ໃນຂະນະທີ່ໄວ້ອາໄລແກ່ມື້ລາງຜູ້ນຳ ທ່ານ Fidel Castro ຢູ່ຈະຕຸລັດປະຕິວັດ ທີ່ນະຄອນ Havana ປະເທດ Cuba.
ແມ່ຍິງຄົນນຶ່ງເສັດນໍ້າຕາ ໃນຂະນະທີ່ໄວ້ອາໄລແກ່ມື້ລາງຜູ້ນຳ ທ່ານ Fidel Castro ຢູ່ຈະຕຸລັດປະຕິວັດ ທີ່ນະຄອນ Havana ປະເທດ Cuba.

ຊາວ​ຄິວ​ບາ​ໄດ້​ພາກັນ​ລຽນ​ແຖວກັນ ​ໃນ​ວັ​ນຈັນ​ວານ​ນີ້ ​ເພື່ອໄປສະ​ແດງ​ຄວາມ​ເຄົາລົບ​ຕໍ່ ທ່ານ Fidel Castro ຢູ່​ທີ່​ຈະ​ຕຸ​ລັດ​ປະຕິວັດ​ ໃນ​ນະຄອນ Havana ​ໃນ​ຂະນະ​ທີ່​ປ​ະ​ເທດ​ດັ່ງກ່າວເລີ້ມ​ໄວ້ອາ​ໄລ​ເປັນ​ເວລາ​ນຶ່ງ​ອາທິດ ​ໃນ​ການ​ສັ່ງ​ລາ​ ຕໍ່ຜູ້ນຳປະຕິວັດ​ຂອງ​ປະ​ເທດ​ເກາະດອນ ຊຶ່ງ​ເປັນ​ບຸກຄົນ​ທີ່​ຫລາຍໆ​ຄົນ ​ພາກັນ​ຮັກຫ​ອມແລະ​ຫລາຍໆ​ຄົນກໍ​ບໍ່ພໍ​ໃຈ​ນຳ ນັ້ນ.

ພວກນັກສຶກສາພາກັນຢືນໄວ້ອາໄລ ຖືຮູບຂອງທ່ານ Fidel Castro ທີ່ມະຫາວິທະຍາໄລ ບ່ອນທີ່ທ່ານ Castro ສຶກສາດ້ານກົດໝາຍໃນເວລາທີ່ເປັນຊາວໜຸ່ມ.
ພວກນັກສຶກສາພາກັນຢືນໄວ້ອາໄລ ຖືຮູບຂອງທ່ານ Fidel Castro ທີ່ມະຫາວິທະຍາໄລ ບ່ອນທີ່ທ່ານ Castro ສຶກສາດ້ານກົດໝາຍໃນເວລາທີ່ເປັນຊາວໜຸ່ມ.

ພິທີ​ໄວ້ອາ​ໄລ​ໄດ້​ເລີ້ມ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກໄດ້​ມີ​ການ​ຍິງ​ປືນ​ໃຫຍ່ 21 ນັດຕິດ​ຕໍ່​ກັນ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ ຢູ່​ທີ່ນະຄອນຫລວງ ​ແລະ​ຢູ່​ ​ທີ່ເມືອງ Santiago ​ໃນພາກ​ຕາ​ເວັນ​ອອກ​ ບ່ອນ​ທີ່​ທ່ານ Castro ​ໄດ້​ເລີ້ມ​ການ​ປະຕິ​ວັດ​ຂອງຄິວ​ບາ ​ໃນ​ປີ 1953.

ທ່ານ Castro ອາຍຸ 90 ປີ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຫລັງ​ຈາກ​ບໍ່​ສະບາຍ​ມາ​ເປັນ​ເວລາ​ນານ. ສາ​ເຫດ​ຂອງການ​ເສຍ​ຊີວິດ​ຍັງ​ບໍ່​ທັນ​ໄດ້​ປະ ກາດ​ໃຫ້​ຊາບ​ເທື່ອ.

ທ່ານ Castro ​ໄດ້​ຖືກ​ເຜົາ​ໃນ​ວັນ​ເສົາ​ແລ້ວ​ນີ້ ​ແລະ​ໄດ້​ປະກາດ​ໄວ້ອາ​ໄລ​ເປັນ​ເວລາ​ເກົ້າ​ມື້.

ຂີ້​ເທົ່າ​ສົບ​ຂອງ​ທ່ານ​ຈະ​ຖືກນຳ​ໄປ​ຝັງ​ໃນ​ວັນ​ອາທິດ​ຈະມານີ້ ທີ່​ເມືອງ Santiago de Cuba ຢູ່ທາງ​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງປະ​ເທດ.

ບັນດາສະມາຊິກປະຊາຄົມຄິວບາ ພາກັນສະຫລອງຕໍ່ການເສຍຊີວິດຂອງ ທ່ານ Fidel Castro ຢູ່ຕໍ່ໜ້າຮ້ານອາຫານ Versailles ຢູ່ທີ່ຄຸ້ມບ້ານ Little Havana ໃນນະຄອນ Miami.
ບັນດາສະມາຊິກປະຊາຄົມຄິວບາ ພາກັນສະຫລອງຕໍ່ການເສຍຊີວິດຂອງ ທ່ານ Fidel Castro ຢູ່ຕໍ່ໜ້າຮ້ານອາຫານ Versailles ຢູ່ທີ່ຄຸ້ມບ້ານ Little Havana ໃນນະຄອນ Miami.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG