ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄິວບາ ເລີ່ມໄວ້ອາໄລໜຶ່ງສັບປະດາ ໃຫ້ແກ່ທ່ານ ຟີເເດລ ຄາສໂຕຣ


ຜູ້ຊາຍຄົນໜຶ່ງຖ່າຍຮູບດ້ວຍໂທລະສັບຂອງ ລາວ ໃນລະ
ຫວ່າງການຊຸມນຸມໄວ້ອາໄລໃຫ້ກັບການມໍລະນະກຳຂອງ
ຜູ້ນຳ ຄິວບາ ທ່ານ ຟີເເດລ ຄາສໂຕຣ ນອກສະຖານທູດ ຄິວບາ ໃນເມືອງ Santiago, ປະເທດ ຊີເລ, 27 ພະຈິກ,
2016.
ຜູ້ຊາຍຄົນໜຶ່ງຖ່າຍຮູບດ້ວຍໂທລະສັບຂອງ ລາວ ໃນລະ ຫວ່າງການຊຸມນຸມໄວ້ອາໄລໃຫ້ກັບການມໍລະນະກຳຂອງ ຜູ້ນຳ ຄິວບາ ທ່ານ ຟີເເດລ ຄາສໂຕຣ ນອກສະຖານທູດ ຄິວບາ ໃນເມືອງ Santiago, ປະເທດ ຊີເລ, 27 ພະຈິກ, 2016.

ຄາດວ່າຝູງຄົນຈຳນວນຫຼາຍຈະມາລວມຕົວກັນ ທີ່ຈະຕຸລັດການປະຕິວັດ ທີ່ມີຊື່ສຽງກ້ອງ ໂລກຂອງ ຄິວບາ ໃນນະຄອນຫຼວງ ຮາວານາ ວັນຈັນມື້ນີ້, ໃນຂະນະທີ່ປະເທດ ເລີ່ມພິທີ ກ່າວລາໜຶ່ງສັບປະດາໃຫ້ແກ່ ຜູ້ນຳປະຕິວັດຂອງປະເທດ, ທ່ານ Fidel Castro ຜູ້ຊາຍ ຄົນໜຶ່ງທີ່ຫຼາຍຄົນທັງຮັກ ແລະ ຫຼາຍຄົນກຽດຊັງ.

ທ້າວ Jose Luis Herrera ໄດ້ກ່າວວ່າ “ມີຜູ້ໃດທີ່ຈະບໍ່ເສຍໃຈກັບການຈາກໄປຂອງຜູ້ ຊາຍຄົນໜຶ່ງ ຜູ້ທີ່ເຮັດທຸກຢ່າງໃຫ້ພວກເຮົາ. ທ່ານແມ່ນຄົນຜູ້ໜຶ່ງທີ່ໄດ້ນຳພາຂ້າພະເຈົ້າ ແລະ ພວກລູກຂອງຂ້າພະເຈົ້າ. ທ່ານແມ່ນພະເຈົ້າຂອງຂ້າພະເຈົ້າ.”

ສ່ວນນາງ Berta Soler ຫົວໜ້າຂອງກຸ່ມແມ່ຍິງຊຸດຂາວ ທີ່ຕໍ່ຕ້ານທ່ານ Castro ໄດ້ກ່າວ ວ່າ “ພວກເຮົາບໍ່ດີໃຈ ກ່ຽວກັບ ການຕາຍຂອງຜູ້ຊາຍຄົນໜຶ່ງ, ຫຼື ມະນຸດຄົນໜຶ່ງ. ແຕ່ ພວກເຮົາດີໃຈ ກ່ຽວກັບ ການຕາຍຂອງພວກຜະເດັດການ.”

ທ່ານ Castro ໄດ້ເສຍຊີວິດເມື່ອອາຍຸ 90 ປີໃນວັນສຸກທີ່ຜ່ານມາ. ທ່ານໄດ້ລົ້ມປ່ວຍເປັນ ເວລາດົນນານ. ສາເຫດຂອງການເສຍຊີວິດແມ່ນຍັງບໍ່ໄດ້ປະກາດເທື່ອ.

ທຸງຊາດໄດ້ຖືກຊັກລົງເຄິ່ງເສົາໃນທົ່ວປະເທດເກາະດອນດັ່ງກ່າວ.

ເລີ່ມຕົ້ນໃນວັນພຸດມື້ຮືນີ້, ກະດູກຂອງທ່ານ Castro ຈະຖືກນຳພາຂ້າມໄປທາງພາກຕາ ເວັນອອກຂອງປະເທດ, ໃນການແຫ່ຂະບວນ 3 ວັນ ທີ່ຈະຕາມຫຼັງເສັ້ນທາງຈາກຕົ້ນຈົນ ຈົບໂດຍຊາວໜຸ່ມປະຕິວັດ ແລະ ນັກຮົບກະບົດຂອງທ່ານ ໃນຂະນະທີ່ພວກເຂົາເຈົ້າ ເຄື່ອນເຂົ້ານະຄອນຫຼວງ ຮາວານາ ຈາກພູ Sierra Maestra ກ່ອນຍຶດອຳນາດໃນເດືອນ ມັງກອນ 1959.

ເຖົ່າຂອງທ່ານຈະຖືກຝັງໃນວັນທີ 4​ ທັນວາທີ່ປ່າຊ້າ Santa Ifigena ໃນເມືອງ Santiago de Cuba ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ.

ໃນນະຄອນ Miami ວັນອາທິດວານນີ້, ກຸ່ມແມ່ຍິງໃນຊຸດຂາວ, ໄດ້ເຂົ້າຮ່ວມກັບອົງການຜູ້ ຕໍ່ຕ້ານອື່ນໆ ໃນການຮຽກຮ້ອງໃຫ້ຈັດການເດີນຂະບວນຮ່ວມກັນ ເພື່ອສະໜັບສະໜູນປະ ຊາທິປະໄຕໃນ ຄິວບາ ໃນວັນພຸດມື້ຮືນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Castro Mourning
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG