ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເມື່ອເຫັນຂ່າວ​ລູກ​ສອນ​ໄຟ​​ຣັດ​ເຊຍ​ທຳ​ລາຍ ເມືອງ​ລີ​ວິບ ບ້ານ​ເກີດ​ຂອງ​ຕົນ ອົບ​ພະ​ຍົບ​ຢູ​ເຄ​ຣນ​ເຊື້ອ​ສາຍ​ລາວ​ ຮູ້​ສຶກໂສກ​ເສົ້າເສຍ​ໃຈຫຼາຍ


ຢູ່​ໃຈ​ກາງ​ເມືອງ​ລິ​ວີບ​ຂອງ​ຢູ​ເຄ​ຣນປົກ​ຄຸມ​ໄປ​ດ້ວຍ​ຄວາມ​ມືດ​ພາຍ​ຫລັງ​ທີ່​ສາຍ​ໄຟ​ຟ້າ​ຖືກ​ຕັດ​ເມື່ອໂຄງ​ຫລ່າງ​ພື້ນ​ຖານ​ອັນ​ສຳ​ຄັນທີ່​ສຸດ​ຂອງເມືອງ​ຖືກ​ລູກ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່ ໃນ​ວັນ​ຈັນ ວັນ​ທີ 10 ຕຸ​ລາ, 2022.
ຢູ່​ໃຈ​ກາງ​ເມືອງ​ລິ​ວີບ​ຂອງ​ຢູ​ເຄ​ຣນປົກ​ຄຸມ​ໄປ​ດ້ວຍ​ຄວາມ​ມືດ​ພາຍ​ຫລັງ​ທີ່​ສາຍ​ໄຟ​ຟ້າ​ຖືກ​ຕັດ​ເມື່ອໂຄງ​ຫລ່າງ​ພື້ນ​ຖານ​ອັນ​ສຳ​ຄັນທີ່​ສຸດ​ຂອງເມືອງ​ຖືກ​ລູກ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່ ໃນ​ວັນ​ຈັນ ວັນ​ທີ 10 ຕຸ​ລາ, 2022.

ເມື່ອເຫັນຂ່າວ​ໃນ​ໂທ​ລະ​ພາບທີ່​ມີລະ​ເບີດແຕກ​ໃ​ສ່ນ​ະ​ຄອນຫຼວງ​ກີ​ຢິບ, ​ແລະ​ລູກ​ສອນ​ໄຟຂອງ​ຣັດ​ເຊຍ​ຍິງ​ໃສ່​ເມືອງລີ​ວິບ, ບ້ານ​ເກີດ​ຂອງ​ຕົນໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ​ໃນ​ວັນ​ຈັນ, ວັນ​ທີ 10 ຕຸ​ລາຜ່ານ​ມານີ້ ທ້າວເອ​ຣີ​ສ ຄຳ​ຊົມ​ພູ, ຊາວ​ອົບ​ພະ​ຍົບຢູ​ເຄ​ຣນເຊື້ອ​ສາຍ​ລາວ ​ມີ​ແຕ່​ຮູ້​ສຶກ​ໂສກ​ເສົ້າ​ເສຍ​ໃຈ. ລາວ​ລົມກັບວີ​ໂອ​ເອຈາກ​ເມືອງຊີ​ຣີ​ຄີ​ວ​ສ໌, ລັດ​ນິວຢອກ ຜ່ານ​ໂທ​ລະ​ສັບເປັນ​ພາ​ສາ​ຢູ​ເຄ​ຣນ ຊຶ່ງໄດ້​ແປອອກ​ເປັນ​ພາ​ສາ​ລາວ​ວ່າ:

“ຂ້ອຍເຫັນຫມູ່ເພື່ອນ​ຢູ​ເຄ​ຣນ​ຂອງ​ຂ້ອຍ, ພວກເຂົາເຈົ້າຖືກຍິງຢູ່ໃນເມືອງ​ລີ​ວີບ (Lviv), ມັນຕົກ​ຖືກ​ບ່ອນ​ຫລົບ​ໄພ. ຂ້ອຍ​ຮູ້​ສຶກບໍ່​ດີຫຼາຍ. ເອີ, ແນ່ນອນ, ມັນ ຫຼາຍເກີນໄປສຳ​ລັບ​ຂ້ອຍ. ຂ້ອຍ​ບໍ່​ຮູ້ຈະ​ວ່າ​ແນວ​ໃດ. ຫຼາຍຄົນຕາຍຢູ່ທີ່ນັ້ນ, ແລະ ຕາຍເປັນຈຳນວນຫຼວງຫຼາຍ, ຂ້ອຍບໍ່ຮູ້ຈັກວ່າຂ້ອຍຈະທົນມັນໄດ້ແນວໃດ.”

ທ້າວເອ​ຣີ​ສ, ອາ​ຍຸ 30 ປີ​, ມີ​ພໍ່​ເປັນ​ຄົນ​ລາວ​ທີ່​ໄດ້​ໄປ​ສຶກ​ສາ​ຢູ່​ໃນ​ຢູ​ເຄ​ຣນ​ໃນ​ສະ​ໄໝ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ ແລະ​ແມ່​ເປັນ​ຄົນ​ຢູ​ເຄ​ຣນ. ພໍ່​ຂອງ​ລາວໄດ້​ກັບ​ຄືນ​ໄປ​ຢູ່ປະ​ເທດ​ລາວເມື່ອບໍ່​ເທົ່າ​ໃດ​ເດືອນຜ່ານ​ມານີ້. ສ່ວນ​ລາວເອງ​ ພ້ອມ​ດ້ວຍ​ເມຍ ແລະ​ລູກ​ນ້ອຍສອງ​ຄົນ​ ໄດ້​ອົບ​ພະ​ຍົບ​ມາ​ຢູ່ເມືອງ​ຊີ​ຣີ​ຄີວ​ສ໌​ເມື່ອສາມ​ອາ​ທິດ​ກ່ອນ​ ພາຍ​ໃຕ້​ການ​ຮັບປະ​ກັນ ແລະ​ຊ່ວຍ​ເຫຼືອ​ຂອງ​ພີ່​ນ້ອງ​ທາງ​ພໍ່ທີ່​ເປັນ​ຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ. ແຕ່​ລາວ​ຍັງ​ມີ​ແມ່ ແລະ​ນ້ອງ​ຊາຍອາ​ຍຸ 20 ປີ ອີກທີ່ຍັງ​ອາ​ໄສ​ຢູ່​ໃນ​ເມືອງ​ລີ​ວິບ ແລະບໍ່​ສາ​ມາດ​ອອກ​ປະ​ເທດ​ໄດ້ ຊຶ່ງ​ເຮັດ​ໃຫ້​ລາວ​ເປັນ​ຫ່ວງ ແລະ​ຄິດ​ຮອດ​ເຂົາ​ເຈົ້າ​ຫລາຍ.

XS
SM
MD
LG