ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມິຖຸນາ ໒໐໒໔

ທຸລະກິດຂາຍເສື້ອຜ້ານໍາເຂົ້າ ຂະໜາດນ້ອຍ


ພາບປະກອບຂ່າວ-ການວາງສະແດງ ສໍາລັບຂາຍເສື້ອຜ້າ ຢູ່ທີ່ຮ້ານຂາຍເສື້ອຜ້າ ຫງຽນ ແຕມ ໂຟຈີ (Nguyen Tam Foci) ໃນນະຄອນຫຼວງຮ່າໂນ່ຍ.
ພາບປະກອບຂ່າວ-ການວາງສະແດງ ສໍາລັບຂາຍເສື້ອຜ້າ ຢູ່ທີ່ຮ້ານຂາຍເສື້ອຜ້າ ຫງຽນ ແຕມ ໂຟຈີ (Nguyen Tam Foci) ໃນນະຄອນຫຼວງຮ່າໂນ່ຍ.

ການດໍາເນີນທຸລະກິດກ່ຽວກັບການຂາຍເສື້ອຜ້າເປັນສິ່ງທີ່ທ້າທາຍ ເພາະຜູ້ປະກອບການ ຕ້ອງເຂົ້າໃຈຄວາມຕ້ອງການຂອງລູກຄ້າ, ຕ້ອງປັບຍຸດທະສາດຂອງການຂາຍໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເຊິ່ງຖືເປັນຈຸດທີ່ສໍາຄັນຫຼາຍ ສໍາລັບຜູ້ທີ່ດໍາເນີນທຸລະກິດດ້ານນີ້. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເວລາທີ່ພວກເຮົາອອກໄປເລາະຊື້ເສື້ອຜ້າ ຫຼາຍໆຄົນຕ້ອງຄິດທໍາອິດວ່າ ເຮົາຕ້ອງຫາເສື້ອຜ້າທີ່ມີລາຄາຖືກ ແຕ່ມີຄຸນນະພາບ. ແນ່ນອນວ່າ ຜູ້ປະກອບການ ກໍຕ້ອງຄິດເຊັ່ນດຽວກັນວ່າ ພວກເຂົາຈະຂາຍເສື້ອຜ້າແບບໃດ ທີ່ມີລາຄາສົມມາພາຄວນ ແຕ່ມີເນື້ອຜ້າ ແລະລັກສະນະຕາມຄວາມນິຍົມຂອງຜູ້ຊື້.

ຜູ້ປະກອບການຂາຍເສື້ອຜ້ານໍາເຂົ້າຈາກປະເທດເພື່ອນບ້ານທ່ານນຶ່ງ ທີ່ອາໄສຢູ່ໃນໂຕເມືອງທ່າແຂກ ແຂວງຄໍາມ່ວນ. ນາງເປີດຮ້ານ ມາແຕ່ປີ 2014 ເຊິ່ງປະ ກອບມີຢູ່ສອງຮ້ານຄື ຮ້ານທີ 1 ແມ່ນຂາຍສະເພາະເສື້ອຜ້າຜູ້ຊາຍ ແລະຂາຍຢູ່ໜ້າເຮືອນທີ່ຕັ້ງຢູ່ແຄມທາງພໍດີ, ສ່ວນຮ້ານທີ 2 ແມ່ນຂາຍເສື້ອຜ້າທົ່ວໄປ ດ້ວຍການເຊົ່າຮ້ານຂາຍຢູ່ຕະຫຼາດ.

ນາງເລົ່າໃຫ້ຟັງວ່າ ຕອນຊ່ວງທີ່ນາງເປີດຮ້ານ ເປັນຊ່ວງທີ່ເສດຖະກິດພາຍໃນປະເທດປົກກະຕິ, ຄ່າຂອງເງິນກໍບໍ່ໄດ້ເຟີ້ຫຼາຍ. ສະນັ້ນ, ການລົງທຶນໃນເບື້ອງຕົ້ນຂອງນາງ ສະເພາະແຕ່ເສື້ອຜ້າຜູ້ຊາຍ ແມ່ນລົງທຶນໄປປະມານ 70,000,000 ລ້ານກີບ ຫຼື 10,000 ໂດລາ, ໂດຍຈະສັ່ງເຄື່ອງຂາຍທັງໝົດເຂົ້າມາຈາກປະເທດເພື່ອນບ້ານ, ສ່ວນເສື້ອຜ້າທົ່ວໄປທີ່ຂາຍຢູ່ຮ້ານໃນຕະຫຼາດ ນາງກ່າວວ່າ ກໍລົງທຶນປະມານດຽວກັນ.

ເນື່ອງຈາກທຸລະກິດຂອງນາງເປັນທຸລະກິດຂະໜາດນ້ອຍ, ເຊິ່ງການຂາຍເຄື່ອງໃນລັກສະນະແບບນີ້ ກໍມີມາແຕ່ດົນນານ, ດັ່ງນັ້ນ ການເປີດຮ້ານຂາຍເຄື່ອງຂອງນາງ ຈື່ງບໍ່ໄດ້ມີການປະກອບເອກະສານ ຫຼືຂໍໃບອະນຸຍາດໃນການປະກອບການຈາກພາກສ່ວນໃດ. ແຕ່ສິ່ງທໍາອິດທີ່ນາງຕ້ອງປະຕິບັດແມ່ນ ຕິດຕໍ່ຫາສະຖານທີ່ ທີ່ນາງຈະເປີດຮ້ານໃນການຂາຍເຄື່ອງ. ຢ່າງໃດກໍຕາມ, ນາງກໍມີການເສຍພາສີ ເສຍຄ່າປະຕັງໃນການເປີດຮ້ານ ລຸນຫຼັງທີ່ນາງໄດ້ເປີດຮ້ານມາໄດ້ໄລຍະເວລານຶ່ງແລ້ວ.

ນາງກ່າວໃຫ້ຟັງກ່ຽວກັບການຊໍາລະຄ່າເຊົ່າຮ້ານ, ຄ່າເຊົ່າຕະຫຼາດ, ຄ່າພາສີ-ອາກອນ ໃນແຕ່ລະເດືອນໃຫ້ຟັງວ່າ ຖ້າຮ້ານຢູ່ແຄມທາງ ບໍ່ວ່າຊິເປັນຮ້ານຢູ່ເຮືອນ ຫຼືຢູ່ຕະຫຼາດ ຈະມີລາຄາສໍາລັບການເສຍອາກອນປະມານ 140,000-150,000 ຕໍ່ເດືອນ, ສໍາລັບຮ້ານຢູ່ທາງໃນເຊັ່ນ ໃນຕະຫຼາດ ນາງຈະເສຍຄ່າອາກອນຢູ່ປະມານ 70,000-80,000 ຕໍ່ເດືອນ. ສ່ວນຄ່າເຊົ່າຕະຫຼາດ ນາງຈະເສຍຄ່າເຊົ່າ 400,000 ຕໍ່ເດືອນ ແລະສະເພາະຄ່າເຊົ່າຮ້ານຢູ່ໃນຕະຫຼາດ ນາງຈະເສຍຄ່າເຊົ່າ 1,000,000 ຕໍ່ເດືອນ.

ເມື່ອຖາມກ່ຽວກັບລາຍຮັບໃນແຕ່ລະເດືອນສໍາລັບການຂາຍເສື້ອຜ້າ, ນາງກ່າວວ່າ ເມື່ອກ່ອນ ໃນຊ່ວງໄລຍະທີ່ເສດຖະກິດຍັງບໍ່ປະສົບກັບບັນຫາຫຍຸ້ງຍາກພາຍໃນ, ການຂາຍເສື້ອຜ້າກໍຖືວ່າເປັນກໍາໄລງາມ, ລົງທຶນສູງ ແຕ່ບໍ່ເທົ່າໃດເດືອນ ກໍໄດ້ທຶນຄືນແລ້ວ. ແຕ່ຫຼັງຈາກສະພາບການເສດຖະກິດບໍ່ດີຫຼັງຈາກຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ, ທຸກໆຫົວໜ່ວຍທຸລະກິດ ແມ່ນໄດ້ຮັບຜົນກະທົບທັງໝົດ. ຢ່າງໃດກໍຕາມ ລາຍໄດ້ປະຈະມີດັ່ງນີ້: ລາຄາຂອງເສື້ອຜ້າຈະມີແຕ່ແຕ່ 200,000 ຕໍ່ 1 ຜືນຂຶ້ນໄປ, ເຊິ່ງໃນແຕ່ລະມື້ ນາງຈະຂາຍໄດ້ປະມານ 10 ຫາ 15 ໂຕ, ກໍຖືວ່າເປັນລາຍໄດ້ທີ່ດີ.

ເມື່ອຖາມວ່າ ແລ້ວນາງມີວິທີການແນວໃດ ເພື່ອປັບປ່ຽນການຂາຍ ເພື່ອໃຫ້ລູກຄ້າເຂົ້າມາຊື້, ນາງກໍຕອບວ່າ ນາງປັບປ່ຽນການຂາຍດ້ວຍການຫຼຸດລາຄາກໍາໄລລົງ, ອາໄສຂາຍຫຼາຍໆໃຫ້ລູກຄ້າຫຼາຍໆຄົນ. ແນ່ນອນວ່າ ທຸກໆຄົນກໍອາດຈະພົບກັບບັນຫາຢູ່ ໂດຍສະເພາະໃນຍາມວິກິດການທາງດ້ານເສດຖະກິດແບບນີ້ ໂດຍນາງໄດ້ກ່າວໃຫ້ຟັງກ່ຽວກັບການຂາຍ ແລະບັນຫາທີ່ພົບໃຫ້ຟັງວ່າ:

“ມັນກໍພົບຄວາມຫຍຸ້ງຍາກຫັ້ນລະເອື້ອຍ ເພາະວ່າເຣດຂອງເງິນບໍ່ປົກກະຕິ ແບບນີ້ມັນກໍເຮັດໃຫ້ການຂາຍຂອງເຮົານັ້ນກໍຫຼຸດລົງ ຂາຍມັນກໍບໍ່ປົກກະຕິ ມັນຂາຍຍາກ, ມັນກະທົບໝົດທຸກອັນ ບໍ່ວ່າແຕ່ຂາຍເສື້ອຜ້າ ທຸລະກິດທຸກອັນມັນກະທົບໝົດ ເພາະວ່າສິນຄ້າເຮົາບໍ່ໄດ້ຜະລິດເອງ ເຮົາມີແຕ່ນໍາເຂົ້າ. ກໍາໄລຫັ້ນໜາ ສົມມຸດວ່າເຮົາເອົາໜ້ອຍລົງ ມັນກໍໄດ້ຂາຍດີໃດ ເຮົາກໍເອົາລາຄາປົກກະຕິຫັ້ນລະ ມັນກໍພໍໄດ້ຂາຍຢູ່ ຖ້າໄດ້ຂາຍລະແບບວ່າມີກໍາໄລໜາຂາຍເສື້ອຜ້າ ກະພໍມີກໍາໄລຢູ່.”

ຢ່າງໃດກໍຕາມ, ການຂາຍເສື້ອຜ້າ ເຖິງວ່າຈະພົບກັບບັນຫາ ແລະຄວາມຫຍຸ້ງຍາກແດ່ ແຕ່ເນື່ອງຈາກວ່າໄດ້ລົງທຶນມາແລ້ວຫຼາຍປີ ແລະເງິນໝຸນວຽນຢູ່ໃນກິດຈະການນີ້ກໍຫຼາຍແລ້ວ, ນາງຈຶ່ງກ່າວວ່າກໍຄົງຈາຍາກຢູ່ ຖ້າຫາກວ່ານາງຈະຕ້ອງໄປເລີ້ມຕົ້ນໃສ່ກິດຈະການໃໝ່ ໂດຍນາງໄດ້ກ່າວໃຫ້ຟັງວ່າ:

“ເຮົາວ່າ ຂາຍອາຫານການກິນໂອເຄກວ່າ ແບບວ່າມັນລົງທຶນໄປ ສົມມຸດວ່າມີລູກຄ້າມັນກໍໝົດ ແບບນີ້ຫັ້ນໜາ ມັນໄດ້ຂາຍດີກວ່າອັນກິນຫັ້ນໜາ, ແຕ່ວ່າເສື້ອຜ້າຍ້ອນຫຍັງ ຍ້ອນວ່າເຮົາບໍ່ຢາກເມື່ອຍຫຼາຍ ຂາຍເສື້ອຜ້າມັນເປັນວຽກທີ່ສະບາຍ ຖ້າມີລູກຄ້າມາຈຶ່ງໄດ້ເງິນ, ແຕ່ຂາຍອັນກິນ ມັນໄດ້ຫຼາຍ, ມັນໄດ້ກະກຽມ ມັນເມື່ອຍ, ຕ້ອງໄດ້ຈ້າງຄົນແບບນີ້ຫັ້ນໜາ ມັນເສຍຫຼາຍອັນ ສົມມຸດວ່າເຮົາລົງທຶນໄປໃນການຂາຍອາຫານ ເຮົາກໍຍັງບໍ່ຮູ້ວ່າເຮົາຊິໄດ້ຂາຍ ຫຼືວ່າບໍ່ໄດ້ຂາຍ ມັນກໍມີຄວາມສ່ຽງອີກໃດ. ເຮົາໄດ້ຂາຍມັນໂອເຄ ມັນໄດ້ອາຫານຫັ້ນ, ແບບນີ້ສົມມຸດວ່າ ພະນັກງານເຈົ້າກໍຕ້ອງໄດ້ຈ້າງຢູ່ແລ້ວ ເຈົ້າເຮັດເອງມັນບໍ່ຖ້ວນດອກ.”

ເວົ້າລວມແລ້ວ, ບໍ່ວ່າຈະດໍາເນີນທຸລະກິດແບບໃດ, ກິດຈະການດ້ານໃດ ຫຼືຢູ່ໃນສະພາບການແບບໃດກໍຕາມ ຜູ້ປະກອບການ ກໍຄືກັນກັບຜູ້ບໍລິໂພກ ທີ່ຈະຕ້ອງມີການປ່ຽນແປງ ແລະປັບຕົນເອງໃຫ້ເຂົ້າກັບຍຸກສະໄໝ ໂດຍສະເພາະ ໃນສະ ພາບການຂອງສັງຄົມທີ່ພົບກັບບັນຫາດ້ານການເງິນທີ່ຂາດດຸນການຄ້າກັບຕ່າງ ປະເທດ ແລະລະບົບເສດຖະກິດ ທີ່ຍັງອາໄສການນໍາເຂົ້າເປັນສ່ວນຫຼາຍ.

XS
SM
MD
LG