ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປູກຝັງ-ລ້ຽງສັດ ແບບສວນຄົວ ຊ່ວຍໃຫ້ຊີວິດການເປັນຢູ່ ຜ່ານຜ່າຊ່ວງໂຄວິດມາໄດ້


ຄອກເຫັດນ້ອຍໆ ທີ່ປູກໄວ້ບໍລິເວນເດີ່ນບ້ານ.
ຄອກເຫັດນ້ອຍໆ ທີ່ປູກໄວ້ບໍລິເວນເດີ່ນບ້ານ.

ເນື່ອງຈາກຕົນເອງອາໄສຢູ່ເຂດນອກເມືອງ ເນື່ອງຈາກຕ້ອງການຫາລາຍໄດ້ມາເພີ້ມໃຫ້ແກ່ຄອບຄົວ, ປະຊາຊົນຄອບຄົວນຶ່ງທີ່ອາໄສຢູ່ເຂດເມືອງສີໂຄດຕະບອງ ກໍາແພງນະຄອນຫຼວງວຽງຈັນ ຈຶ່ງມີແນວຄິດໃນການເຮັດການກະເສດແບບຄອບ ຄົວ ໂດຍໄດ້ປັບປ່ຽນ ການນໍາໃຊ້ທີ່ດິນບໍລິເວນເຮືອນຊານມາເຮັດການກະເສດ, ເຊິ່ງນາງບອກວ່າ “ລ້ຽງປາ ເຊິ່ງກໍພໍໄດ້ກິນ ແລະກໍແບ່ງຂາຍ, ລ້ຽງເປັດ ລ້ຽໄກ່ ກໍພໍໄດ້ເກັບໄຂ່ໄປຂາຍ, ລ້ຽງນົກກະທາ, ກົບ, ຂຽດ, ແລະຈິນາຍ.”

ກົບທີ່ລ້ຽງໄວ້ຢູ່ໃນໜອງຂ້າງເຮືອນ.
ກົບທີ່ລ້ຽງໄວ້ຢູ່ໃນໜອງຂ້າງເຮືອນ.

ນາງຍັງກ່າວຕື່ມອີກວ່າ “ມີການປູກເຫັດ ໂດຍນໍາໃຊ້ບ່ອນຫວ່າງ ໃນເດີ່ນບ້ານສ່ວນນຶ່ງນັ້ນເປັນຄອກປູກເຫັດ, ແລະກໍຍັງມີການປູກຜັກຕາມລະດູການ ພໍໄດ້ເກັບກິນ ໂດຍບໍ່ຕ້ອງໄດ້ອອກໄປຊື້ຕາມຕະຫຼາດ,” ເຊິ່ງມີບາງຕອນ ທີ່ນາງໄດ້ກ່າວໃຫ້ຟັງວ່າ:

“ອັນທີ່ເຮົາລ້ຽງຫັ້ນ ມີເປັດ, ໄກ່, ປາ, ນົກກະທາ, ຈິນາຍ, ມີເຫັດ...ເຮົາກໍຊື້ມາປູກ ພໍເກັບຂາຍໃຫ້ໄທບ້ານເດ...ກ່ອນໂຄວິດຫັ້ນນະ ເຮົາລ້ຽງຫຼາຍຫັ້ນນະ ລະມັນຫາກມີແມ່ຄ້າມາເອົາແຕ່ລະມື້, ຄືຊ່ວງໂຄວິດລະ ເຮົາບໍ່ໄດ້ລ້ຽງຫຼາຍເລີຍບໍ່ໄດ້ຕິດຕໍ່ໃຫ້ແມ່ຄ້າມາເອົາ ມີແຕ່ເຮົາຂາຍໃຫ້ໄທບ້ານນິ ເຮົາສົ່ງໃຫ້ເຂົາເອົາ.”

ເມື່ອເຂົ້າຊ່ວງໂຄວິດ, ສະຖານະການພາຍໃນປະເທດມີການປ່ຽນແປງໄປຫຼາຍຢ່າງ ແຕ່ຄອບຄົວຂອງນາງກໍ່ບໍ່ຄ່ອຍໄດ້ພົບກັບບັນຫາເລື້ອງການຢູ່ກິນ ເພາະເກືອບທຸກໆຢ່າງກໍມີຢູ່ໃນສວນຄົວໝົດແລ້ວ, ມີແຕ່ຊື້ບາງຢ່າງເລັກໆນ້ອຍທີ່ຈໍາເປັນເທົ່ານັ້ນ.

ໄຂ່ເປັດທີ່ເກັບໄດ້ໃນທຸກໆເຊົ້າ.
ໄຂ່ເປັດທີ່ເກັບໄດ້ໃນທຸກໆເຊົ້າ.

ປັດຈຸບັນ ເຖິງວ່າສະຖານະການຂອງໂຄວິດ-19 ເລີ້ມດີຂຶ້ນມາແດ່, ແຕ່ເຄື່ອງຂອງທຸກຢ່າງ ແມ່ນແພງຫຼາຍ, ຫົວອາຫານກໍແພງ ເພາະເປັນສິນຄ້ານໍາເຂົ້າຈາກປະເທດໃກ້ຄຽງ. ດັ່ງນັ້ນ, ພວກເຂົາເຈົ້າເລີຍຫຼຸດການເກືອຫົວອາຫານໃຫ້ສັດລ້ຽງລົງມາເຄິ່ງນຶ່ງ ໂດຍມາເກືອປົນກັບຂີ້ເບຍທີ່ຮັບຊື້ມາຈາກໂຮງງານ ເຊິ່ງມັນກໍ່ເປັນການດີຫຼາຍ ເພາະຫຼຸດລາຍຈ່າຍລົງມາໄດ້ຫຼາຍສົມຄວນ. ໂດຍນາງກ່າວວ່າ:

“ໂຄວິດລະ ອິຫຍັງຢູ່ບ້ານເຮົາມັນກໍແພງ ກໍຂຶ້ນໝົດ ພວກເຮົາບໍ່ໄຫວນໍາຫົວອາຫານ ທຶນກໍບໍ່ປານໃດຈັງຊີ້ນະ, ກະຄືເກົ່າຫັ້ນລະຫັ້ນລະ ເຮົາກໍລ້ຽງປົກກະຕິ ຂາຍກໍບໍ່ປານໃດ ເພາະເຮົາກໍລ້ຽງຫຼາຍກະບໍ່ໄດ້, ກະລ້ຽງພໍແຕ່ໄດ້ຂາຍ, ຄືຫົວອາຫານນິເຂົານໍາເຈົ້າເນາະ ມັນກະແພງແພງ ພໍແຕ່ອາໄສເອົາຂີ້ເບຍນັ້ນມາເກືອ ແລະກໍຂາຍຂີ້ເບຍຫັ້ນນໍາຈັງຊີ້ນະ ກໍພໍໄຄ.”

ນາງຍັງກ່າວມ້ວນທ້າຍອີກວ່າ ການເຮັດກະເສດແບບຄອບຄົວແມ່ນມີຜົນດີຫຼາຍຢ່າງ ເພາະນອກຈາກຈະຊ່ວຍໃຫ້ຄອບຄົວ ໄດ້ມີອາຫານການກິນແລ້ວ ຍັງສາ ມາດແບ່ງຂາຍເພື່ອເປັນລາຍໄດ້ເສີມ, ດິນນ້ອຍກໍເຮັດສວນຄົວໄດ້ຂໍພຽງແຕ່ເຮົາ ດຸໝັ້ນ ແລະຮູ້ຈັກໝູນໃຊ້ເທົ່ານັ້ນ.

XS
SM
MD
LG