ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກິດຈະການ ຜະລິດນໍ້າປາແດກປຸງສໍາເລັດຂະໜາດນ້ອຍ Pete Lao Sound


ຜະລິດຕະພັນນໍ້າປາແດກປຸງສໍາເລັດ Pete Lao Sound ທີ່ຜະລິດອອກມາຈໍາໜ່າຍ ຢູ່ໃນສະຫະລັດ ແລະຕ່າງ​ປ​ະ​ເທດ, ເຊິ່ງມີເລກທະບຽນ ແລະໄດ້ຮັບການຢັ້ງຢືນ ຈາກ FDA ແລ້ວ.
ຜະລິດຕະພັນນໍ້າປາແດກປຸງສໍາເລັດ Pete Lao Sound ທີ່ຜະລິດອອກມາຈໍາໜ່າຍ ຢູ່ໃນສະຫະລັດ ແລະຕ່າງ​ປ​ະ​ເທດ, ເຊິ່ງມີເລກທະບຽນ ແລະໄດ້ຮັບການຢັ້ງຢືນ ຈາກ FDA ແລ້ວ.

ປັດຈຸບັນ, ມີການຜະລິດ ນໍ້າປາແດກປຸງລົດ ແລະນໍ້າ Sauce ອອກມາຈໍາໜ່າຍຫຼາຍຂຶ້ນຢູ່ໃນສະຫະລັດ, ເຊິ່ງແຕ່ລະຄົນ ກໍມີຂັ້ນຕອນຂອງວິທີການປຸງ ແລະສູດຂອງໃຜລາວ ເພື່ອດຶງດູດໃຈຂອງລູກຄ້າ, ທິບສຸດາ ມີລາຍລະອຽດກ່ຽວກັບວິທີການຜະລິດ, ການຈັດຈໍາໜ່າຍ ແລະການດໍາເນີນງານຕ່າງໆມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນກ່ອນໜ້ານັ້ນ ພວກເຮົາເຄີຍມີການນໍາສະເໜີການດໍາເນີນທຸລະກິດຂະໜາດນ້ອຍກ່ຽວກັບການຜະລິດນໍ້າ Sauce ຫຼືນໍ້າປາແດກປຸງລົດ ທີ່ສາມາດຜະລິດຢູ່ເຮືອນ ແລະຈໍາໜ່າຍການຊື້ຂາຍທາງອອນລາຍ ຫຼືຈໍາໜ່າຍຕາມຮ້ານຄ້າຍ່ອຍທົ່ວໄປໄດ້.

ແຕ່ສໍາລັບ ນໍ້າປາແດກ ແລະນໍ້າ Sauce ປຸງລົດ Pete Lao Sound, ເພິ່ນມີຂັ້ນຕອນຂອງການຜະລິດ ໃນຂັ້ນທີ່ສາມາດອອກຈໍາໜ່າຍທົ່ວໄປໃນສະຫະລັດ ແລະຈໍາໜ່າຍຢູ່ໃນທົ່ວໂລກໄດ້.

ທ່ານວິລະພັນ ສໍປຣະເສີດ, ເຈົ້າຂອງທຸລະກິດ ນໍ້າປາແດກ ແລະ ນໍ້າ Sauce ປຸງລົດ Pete Lao Sound ບອກກັບພວກເຮົາວ່າ ຈຸດເລີ້ມຕົ້ນໃນການຜະລິດສິນຄ້າອອກມາກໍເນື່ອງຈາກວ່າເພິ່ນເຫັນຜະລິດຕະພັນອື່ນທີ່ຈໍາໜ່າຍໃນຕະຫຼາດ ບວກກັບຄອບຄົວເອງ ກໍມີສູດປາແດກດັ້ງເດີມມາເປັນເວລາດົນນານ ກໍເລີຍທົດລອງຜະລິດອອກມາສ່ວນນຶ່ງ, ເມື່ອການຕອບຮັບດໍາເນີນໄປໄດ້ດີ ເພິ່ນຈຶ່ງເລີ້ມຂັ້ນຕອນໃນການປະກອບໃບອະນຸຍາດ ແລະເອກະສານ.

ສໍາລັບຂັ້ນຕອນຂອງເອກະສານ, ຜູ້ປະກອບການເລີ້ມຕົ້ນດ້ວຍການຂໍອະນຸຍາດໃນການດໍາເນີນທຸລະກິດໄປຫາ Department of Agriculture, ຈາກນັ້ນ ຈຶ່ງໄປຂໍເອກະສານຕ່າງໆທີ່ກ່ຽວຂ້ອງນໍາລັດຖະບານທ້ອງຖິ່ນຂອງລັດ Ohio.

ຢ່າງໃດກໍຕາມ, ສໍາລັບຢູ່ໃນສະຫະລັດ ຖ້າທ່ານຫາກຕ້ອງການເປີດກິດຈະການໃດນຶ່ງ ສິ່ງສໍາຄັນທີ່ທ່ານຈະຕ້ອງມີກໍຄືໃບທະບຽນໃນການເປີດບໍລິສັດ ຫຼື LLC, license ເຊິ່ງໃນກໍລະນີຂອງ ທ່ານວິລະພັນ ເພິ່ນໄປຮຽນເອົາ license ຂັ້ນ 2 ຈຶ່ງສາມາດເປີດທຸລະກິດໂຮງງານຜະລິດນໍ້າປາແດກປຸງລົດຂອງເພິ່ນໄດ້ ໂດຍຜະລິດຕະພັນດັ່ງກ່າວນີ້ ແມ່ນໄດ້ຮັບການຜ່ານ ແລະຮັບຮອງໂດຍ FDA ຂອງລັດ Ohio ພ້ອມທັງມີເລກທະບຽນຮຽບຮ້ອຍແລ້ວ, ເຊິ່ງ ທ່ານວິລະພັນ ກ່າວໃຫ້ຟັງກ່ຽວກັບຂັ້ນຕອນນຶ່ງວ່າ:

“ທໍາອິດ ເຈົ້າຈະຕ້ອງໄປເອົາ License, ການບໍລິຫານຂັ້ນ 2 Serve Safe ຕ້ອງໄດ້ໄປໂຮງຮຽນ ເຊິ່ງສາມາດຮຽນທາງອອນລາຍກະໄດ້, ຫຼັງຈາກນັ້ນ ກໍເປີດສະຖານທີ່ປຸງແຕ່ງ ແບບວ່າ ພະຍາຍາມຈັດການກັບລັດຖະບານ ເຊິ່ງໃນກໍລະນີນີ້ ລັດຖະບານທ້ອງຖິ່ນເຂົາກໍຕ້ອງໄດ້ມາເບິ່ງ, ກວດກາວ່າ ມັນຖືກລະ ບຽບຫຼັກການຄວາມສະອາດ ແລະປອດໄພຂອງອາຫານ, ເຂົາເຈົ້າກໍຕ້ອງໄດ້ກັບໄປກໍານົດກວດກາ ແລະເຮົາກໍຕ້ອງໄດ້ສົ່ງຕົວຢ່າງຂອງພວກເຮົາໄປກວດ.”

ເພິ່ນກ່າວວ່າ ເນື່ອງຈາກທຸລະກິດຂອງເພິ່ນຍັງໃໝ່ ແລະຕ້ອງການກ້າວໄປເທື່ອລະຂັ້ນ, ສະນັ້ນ ເພິ່ນຈຶ່ງເລີ້ມຕົ້ນໂຮງງານຂະໜາດນ້ອຍແບບຄອບຄົວ ໃນລາຄາເລີ້ມຕົ້ນປະມານ 10,000 ໂດລາ ດ້ວຍການເຊົ່າສະຖານທີ່ ທີ່ມີອຸປະກອນສໍາລັບການປຸງແຕ່ງເກືອບຄົບຊຸດແລ້ວ ມາເປັນສະຖານທີ່ໃນການຜະລິດ.

ໂຮງງານຜະລິດນໍ້າປາແດກ Pete Lao Sound, ຕັ້ງຢູ່ເມືອງ ໂຄລຳບັສຂອງ ລັດ Ohio, ໂດຍຂະໜາດຂອງຫ້ອງໃນການຜະລິດ ແມ່ນ 20 ຄູນ 40 ຟີດທ໌ ເຊິ່ງແຍກຈາກຫ້ອງທີ່ເກັບຜະລິດຕະພັນທີ່ສໍາເລັດອອກມາແລ້ວ.

ເພິ່ນກ່າວວ່າ ເພິ່ນເສຍຄ່າເຊົ່າ 3,500 ໂດລາຕໍ່ເດືອນ ດ້ວຍສັນຍາໃນໄລຍະເວລາ 3 ຫາ 5 ປີ, ໃນນີ້ ແມ່ນລວມຄ່ານໍ້າ ແລະຄ່າໄຟເຂົ້າ ໃນລາຄາເຊົ່າເລີຍ.

ນອກຈາກນີ້, ປະສົບການໃນການດໍາເນີນການຜະລິດ ກໍເປັນແຮງສໍາຄັນໃນການປະກອບເຂົ້າການຜະລິດເຊັ່ນກັນ, ເຊິ່ງຍານາງສອນ ພັນລະຍາຂອງທ່ານວິລະພັນກ່າວວ່າ ທຸກໆຂັ້ນຕອນການຜະລິດຂອງເພິ່ນ ແມ່ນມາຈາກປະສົບການໃນການຜ່ານງານນີ້ມາໂດຍກົງ ເຊິ່ງເພິ່ນກ່າວໃຫ້ຟັງບາງຕອນວ່າ:

“ຄົນທີ່ເປັນພູມແພ້ ເຂົາເຈົ້າບາງຄົນເຂົາຜິດເນາະ, ເພິ່ນຕ້ອງໃຫ້ໝັ້ນໃຈວ່າ ທຸກໆຢ່າງມັນປອດໄພດີແລ້ວ ກ່ອນເຮົາຊິໃຫ້ເຮົາແລ່ນລາຍອອກໄປໄດ້. ເປັນແບບວ່າ ໂອເຄໄດ້ສູດມາ, ສອງຄວາມຊໍານານ ເອື້ອຍເຮັດຢູ່ນັ້ນມາ 6-7 ປີເນາະ ເອື້ອຍຮູ້ຈັກວິທີວ່າເຮັດແນວໃດຈະໃຫ້ມັນຖືກຫຼັກອະນາໄມ ແລະຄວາມສະອາດ ຂາດບໍ່ໄດ້ຄື ຕ້ອງແຊບ, ມັນຖືກປາກຫຼາຍຄົນ...ເຮົາຈຶ່ງຂາຍໄດ້.”

ສໍາລັບສ່ວນປະກອບທີ່ຈະສະໜອງເຂົ້າໃນການຜະລິດ, ຜູ້ປະກອບການຍັງກ່າວອີກວ່າ ເພິ່ນຍັງບໍ່ມີຄູ່ຄ້າປະຈໍາ. ສະນັ້ນ, ສິ່ງທີ່ເພິ່ນຈັດການໃນປັດຈຸບັນກໍຄື ອອກຊື້ສ່ວນປະກອບຕ່າງໆ ທີ່ຫາໄດ້ໃນຮ້ານຄ້າເອເຊຍທົ່ວໄປ.

ປັດຈຸບັນ, ເພິ່ນມີກໍາລັງແຮງໃນການຜະລິດຢູ່ 2 ຄົນ ດ້ວຍຂັ້ນຕອນການຜະລິດແບບດັ້ງເດີມ (ຍັງບໍ່ໄດ້ໃຊ້ເຄື່ອງຈັກ), ເຊິ່ງຜະລິດອອກມາໄດ້ປະມານ 500 ຂວດຕໍ່ອາທິດ. ແຕ່ເປົ້າໝາຍໃນອະນາຄົດ ແມ່ນຕ້ອງການໃຫ້ໄດ້ 1,000 ຂວດຕໍ່ອາທິດ.

ຕັ້ງແຕ່ເປີດກິດຈະການມາເຕັມຮູບແບບເປັນເວລາ 2 ອາທິດ, ເພິ່ນຈໍາໜ່າຍ ອອກໄປແລ້ວ ປະມານ 300 ຂວດ

ນໍ້າປາແດກ ແລະ ນໍ້າ Sauce ປຸງລົດ Pete Lao Sound ແມ່ນບັນຈຸ 473 ມີລີລິດ (16 Oz) ຕໍ່ຂວດ ແລະຈໍາໜ່າຍໃນລາ 10 ໂດລາ, ເຊິ່ງປະກອບມີສອງລົດຊາດເຊັ່ນ ລົດດັ້ງເດີມ ແມ່ນໃຊ້ສໍາລັບຕໍາໜາກຫຸ່ງ, ໝາກແຕງ, ໝາກຖົ່ວ, ເອາະອ່ອມ ແລະປະເພດອາຫານລາວຕ່າງໆ, ສ່ວນລົດຊາດທີ 2 ແມ່ນໃຊ້ສໍາລັບປຸງແຕ່ງອາຫານປະເພດຂົ້ວທົ່ວໄປ, ສູດນີ້ ຈະເໝາະສົມກັບຄົນລຸ້ນໃໝ່ທີ່ກໍາລັງຮຽນປຸງອາຫານດ້ວຍຕົນເອງ ແຕ່ກໍຖືກປາກຫຼາຍໆຄົນ.

ສໍາລັບການຕະຫຼາດຂອງເພິ່ນ, ທ່ານວິລະພັນກ່າວວ່າ ເພິ່ນພົວພັນກັບຕະຫຼາດທີ່ຈະຮັບຊື້ຜະລິດຕະພັນຂອງເພິ່ນ ດ້ວຍການຈັດສົ່ງເຂົ້າໄປໃຫ້ໃນຈໍານວນຫຼາຍ ແລະດໍາເນີນຂໍ້ຕົກລົງກັບທາງຕະຫຼາດ ໃນການຄິດໄລ່ເປັນເປີເຊັນໃຫ້ກັນ, ເຊິ່ງໃນຂະນະນີ້ ເພິ່ນສາມາດເຂົ້າເຖິງຕະຫຼາດທ້ອງຖິ່ນມາແລ້ວ 2 ຫາ 3 ຕະຫຼາດ ແລະກໍາລັງຂະຫຍາຍຕະຫຼາດເຂົ້າໄປໃນລັດ Wisconsin, Chicago ແລະລັດໃກ້ຄຽງອື່ນໆ. ນອກຈາກນີ້, ເພິ່ນຍັງຈໍາໜ່າຍການທາງອອນລາຍ ເຊິ່ງລູກຄ້າສາມາດສັ່ງຊື້ ແລະຊໍາລະເງິນຜ່ານ Zelle, Venmo ແລະອື່ນໆອີກຫຼາຍຊ່ອງທາງ ດ້ວຍການສັ່ງຢ່າງໜ້ອຍ 8 ຂວດ ຈະໄດ້ຄ່າສົ່ງຟຣີ ຈົນເຖິງໄລຍະເວລາຂອງບຸນປີໃໝ່ລາວ.

ເມື່ອມີການຖາມກ່ຽວກັບຄວາມຍາກງ່າຍໃນການເລີ້ມຕົ້ນ ທີ່ຈະດໍາເນີນທຸລະກິດຂະໜາດນ້ອຍນີ້, ຜູ້ປະກອບການຂອງນໍ້າປາແດກ ແລະນໍ້າ Sauce ປຸງລົດ Pete Lao Sound ກ່າວວ່າ ທຸກໆຄົນຜູ້ໃດກໍສາມາດເຮັດທຸລະແບບນີ້ໄດ້ ເພາະມັນຢູ່ກັບຄວາມຕັ້ງໃຈ ແລະເປົ້າໝາຍຂອງຕົນເອງ. ແຕ່ຄວນເລີ້ມຕົ້ນດໍາເນີນໄປໃນແຕ່ລະກ້າວ ເພື່ອເກັບກ່ຽວປະສົບການ ແລະບໍ່ເປັນການສ່ຽງຕໍ່ລະກິດຂອງຕົນເອງຫຼາຍເກີນໄປ.

XS
SM
MD
LG