ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕາມການສໍາຫລວດ ຂອງອົງການຄົ້ນຄວ້າພິວ, ສະຫະລັດໄດ້ຮັບທັດສະນະທີ່ດີຫຼາຍກວ່າຈີນ ໃນກຸ່ມເສດຖະກິດທີ່ກ້າວໜ້າ


ແຟ້ມຮູບພາບ-ເຈົ້າໜ້າທີ່ຈີນ ກໍາລັງຈັດທຸງຂອງ ສະຫະລັດ ແລະ ຈີນ ກ່ອນການເຈລະຈາລະຫວ່າງຜູ້ແທນການຄ້າສະຫະລັດ ແລະຈີນທີ່ເຮືອນຮັບຮອງແຂກ ຂອງລັດຖະບານ ດຽວຢູໄຕ (Diaoyutai)ໃນ ປັກກິ່ງ, ທີ 14 ກຸມພາ, ປີ 2019.
ແຟ້ມຮູບພາບ-ເຈົ້າໜ້າທີ່ຈີນ ກໍາລັງຈັດທຸງຂອງ ສະຫະລັດ ແລະ ຈີນ ກ່ອນການເຈລະຈາລະຫວ່າງຜູ້ແທນການຄ້າສະຫະລັດ ແລະຈີນທີ່ເຮືອນຮັບຮອງແຂກ ຂອງລັດຖະບານ ດຽວຢູໄຕ (Diaoyutai)ໃນ ປັກກິ່ງ, ທີ 14 ກຸມພາ, ປີ 2019.

ຜົນການສໍາຫລວດເມື່ອໄວໆມານີ້ຂອງອົງການຄົ້ນຄວ້າພິວ (Pew Research) ໃນກຸ່ມເສດຖະກິດທີ່ກ້າວໜ້າ 17 ປະເທດ ສະແດງໃຫ້ເຫັນວ່າ ຄວາມຄິດເຫັນຂອງຄົນທົ່ວໂລກຕໍ່ສະຫະລັດແມ່ນດີຂຶ້ນ, ໃນຂະນະທີ່ທັດສະນະ ກ່ຽວກັບຈີນແມ່ນຍັງຄົງເປັນໄປໃນທາງລົບ.

ທັງສອງປະເທດມີຄະແນນການສໍາຫລວດທີ່ຄ້າຍຄືກັນຕໍ່າເປັນປະຫວັດການໃນປີທີ່ຜ່ານມາ.

ເກົາຫລີໃຕ້ມີທັດສະນະໃນທາງບວກສູງສຸດຕໍ່ອາເມຣິກາ ໂດຍ 77 ເປີເຊັນແມ່ນໃນທາງບວກ, ຢູ່ອີຕາລີ ຍີ່ປຸ່ນ ຝຣັ່ງ ແລະອັງກິດ ປະມານສອງສ່ວນສາມຂອງພວກທີ່ຖືກສໍາຫລວດ ແມ່ນມີຄວາມເຫັນໄປໃນທາງບວກ ຕໍ່ສະຫະລັດ.

“ທັດສະນະທາງບວກໃນວົງກ້ວາງເຫລົ່ານີ້ ສະທ້ອນໃຫ້ເຫັນເຖິງການປ່ຽນແປງຄັ້ງສໍາຄັນ ຕັ້ງແຕ່ລະດູຮ້ອນໃນປີທີ່ຜ່ານມາ, ເມື່ອຄະແນນຜົນສໍາຫລວດຂອງສະຫະລັດຢູ່ທີ່ ຫລືໃກ້ກັບລະດັບຕໍ່າສຸດ ເປັນປະຫວັດການ ໃນບັນດາປະເທດສ່ວນໃຫຍ່,” ນັ້ນຄືຄໍາເວົ້າຂອງອົງການພິວ ໄດ້ກ່າວໃນການຖະແຫຼງຂ່າວ.

ສໍາຫລັບຈີນ, ຕົວເລກເກືອບຈະກົງກັນຂ້າມກັນ, ໂດຍຍີ່ປຸ່ນມີທັດສະນະໃນທາງລົບຕໍ່ຈີນ 88 ເປີເຊັນ, ສະວີເດັນມີທັດສະນະໃນທາງລົບ 80 ເປີເຊັນ, ອອສເຕຣເລຍມີທັດສະນະໃນທາງລົບ 78 ເປີເຊັນ ແລະເກົາຫລີໃຕ້ມີທັດສະນະທາງລົບ 77 ເປີເຊັນ.

[https://twitter.com/jseldin/status/1410267300331204614]

[https://twitter.com/jseldin/status/1410267304223547392?s=20]

ອົງການພິວ ໄດ້ກ່າວວ່າ ຕົວເລກຂອງຈີນແມ່ນເກືອບຈະບໍ່ມີການປ່ຽນແປງໃດໆທຽບໃສ່ກັບປີກາຍນີ້ ທີ່ມີລະດັບຕໍ່າເປັນປະຫວັດການ.

ສິງກະໂປ ເປັນປະເທດດຽວເທົ່ານັ້ນທີ່ຜົນການສໍາຫລວດໂດຍຄົນສ່ວນຫລາຍມີທັດສະນະທີ່ດີຕໍ່ຈີນ 64 ເປີເຊັນ.

ການສໍາຫລວດຂອງອົງການພິວ ຍັງພົບວ່າ ເຄິ່ງນຶ່ງ ຫລືຫລາຍກວ່ານັ້ນ ໃນແຕ່ລະປະເທດ ແມ່ນມີຄວາມສໍາພັນທີ່ແໜ້ນແຟ້ນ ທາງເສດຖະກິດ ກັບສະຫະລັດ ເຊິ່ງມີຫລາຍກວ່າຈີນ, ສ່ວນສິງກະໂປແລະນິວຊີແລນແມ່ນໄດ້ຮັບການຍົກເວັ້ນ.

ການສໍາຫລວດນີ້ ມີຂຶ້ນໃນລະຫວ່າງວັນທີ 1 ກຸມພາຫາ ວັນທີ 26 ພຶດສະພາປີ 2021 ນີ້ ແລະລວມມີຜູ້ຕອບຄໍາຖາມທັງໝົດ 18,850 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG