ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖະແຫຼງການ ໄດ້ຫາຍໂຕໄປ ຢ່າງວ່ອງໄວ ທີ່ກອງປະຊຸມ ASEAN


ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ກາງ) ກ່າວທີ່ ກອງປະຊຸມພິເສດ ASEAN-China ຂອງບັນດາລັດຖະມົນ ຕີຕ່າງປະເທດ ທີເມືອງ Yuxi ໃນແຂວງ Yunnan ປະເທດຈີນ ວັນທີ 14 ມິຖຸນາ 2016.
ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ກາງ) ກ່າວທີ່ ກອງປະຊຸມພິເສດ ASEAN-China ຂອງບັນດາລັດຖະມົນ ຕີຕ່າງປະເທດ ທີເມືອງ Yuxi ໃນແຂວງ Yunnan ປະເທດຈີນ ວັນທີ 14 ມິຖຸນາ 2016.

ບັດ​ນີ້​ທ່ານ​ເຫັນ​ມັນ ​ແລະ​ບັດ​ນີ້​ທ່ານ​ບໍ່​ເຫັນ.​

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ​ຂອງປະ​ເທດ​ສະມາຊິກ ສະມາຄົມ​ບັນດາ​ປະຊາ​ຊາດ​ ໃນ​ເຂ​ດ​ເອ​ເຊຍ​ອາຄະ​ເນຫຼື​ອາ​ຊຽນ ໄດ້​ທຳ​ການການ​ຫລິ້ນ​ກົນທີ່​ບໍ່​ແນບ​ນຽນ​ຂອງ​ການ​ໃຊ້​ມື ​ໂດຍ​ອອກ​ຖະ​ແຫລ​ງການ​ຮ່ວມ​ຢ່າງໜັກ​ແໜ້ນ​ກ່ຽວ​ກັບທະ​ເລ​ຈີນ​ໃຕ້ ​ແລະ​ຫລັງ​ຈາກ​ນັ້ນໄດ້​ເຮັດ​ໃຫ້​ມັນ​ຫາຍ​ໄປ​ຢ່າງ​ວ່ອງ​ໄວ.

“​ບໍ່​ໜ້າ​ເຊື່ອ ແລະບໍ່​ແມ່ນໃນ​ທາງ​ທີ່ດີ” ນັ້ນ ຄື​ສິ່ງ​ທີ່​ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳທະນາຄານ​ພັດທະນາເອ​ເຊຍ ​ທ່ານ Curtis Chin ​ໄດ້​ອະທິ ບາຍ​ເຖິງ​ເລື້ອງນີ້.

ທ່ານ Chin ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ຖອນ​ຄຳ​ເວົ້າ “​ເປັນ​ການ​ເນັ້ນ​ໃຫ້​ເຫັນ​ທັງ​ການມີ​ຄວາມ​ສ່ຽງ​ສູງ​ທີ່​ພົວພັນ​ກັບ​ທະ​ເລ​ຈີນ​ໃຕ້​ແລະ​ ASEAN ຈະ​ຕ້ອງ​ດຳ​ເນີນ​ການ​ເພີ້ມຕື່ມ​ຫລາຍ​ປານ​ໃດ​ ຈຶ່ງ​ຈະ​ມີ​ຄວາມ​ເປັນ​ເອກ​ກະພາບ ກັນ​ເພື່ອ​ແກ້​ໄຂ​ບາງ​ບັນຫາ​ທີ່​ມີ​ຄວາມສຳຄັນສຸດ​ຈຳນວນ​ນຶ່ງ​ ທີ່ກຳລັງປະ​ເຊີນ​ໜ້າ​ຢູ່​ໃນ​ຂົງ​ເຂດ.”

“ມີ​ບາງ​ສິ່ງ​ບາງ​ຢ່າງ​ເປັນຕາ​ຫົວ​ຢູ່​ໃນ​ນັ້ນ. ມັນ​ເປັນ​ເລື້ອງທີ່​ຜິດ​ທຳ​ມະ​ດາ​ຫຼາຍ” ນັ້ນຄື​ຄຳ​ເວົ້າຂອງທ່ານທິດ​ທິນັນ ພົງ​ສຸດ​ທີ່​ຣັກ ຜູ້ອຳນວຍການ​ສະຖານບັນ​ຄວາມ​ ​ປອດ​ໄພແລະ​ການ​ສຶກສານາໆ​ຊາດ ທີ່​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ ກ່ຽວ​ກັບ ການ​ຖອນຄຳ​ເວົ້າ​ຢ່າງວ່ອງ​ໄວ. “ຂ້າພ​ະ​ເຈົ້າ​ບໍ່ເຄີຍເຫັນ​ວ່າ​ມັນໄດ້ເກີດ​ຂຶ້ນ.”

ບັນດາ​ລັດຖະມົນຕີຂອງ ASEAN ທີ່​ໄດ້ປະຊຸມ​ກັນ ​ຢູ່່​ເມືອງ Yuxi ​ໃນ​ແຂວງ Yunnan ຂອງ​ປະ​ເທດ​ຈີນ​ໃນ​ວັນ​ຈັນ​ແລະ​ອັງຄານ​ວານ​ນີ້ ໄດ້​ກ່າວ​ໂຈມ​ຕີ​ໂດຍ​ທາງ​ອ້ອມຕໍ່​ຜູ້​ເປັນ​ເຈົ້າ​ພາບ​ຂອງ​ເຂົາ​ເຈົ້າ​ ໂດຍ​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ ​ແທ້​ຈິງ​” ກ່ຽວ​ກັບ​ການ​ທະວີ​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້.

ຖະ​ແຫລ​ງການ​ໄດ້​ຮຽກຮ້ອງ​ໃຫ້ນັບຖື​ກກົດໝາຍ​ສາກົນ ທ່າມກາງ​ການ​ປະ​ຕິ​ເສດ​ຂອງ​ຈີນ ທີ່​ຈະ​ຮັບ​ເອົາ​ການ​ຕັດສິນ ຊຶ່ງ​ຈະ​ມີ​ຂຶ້ນຢູ່​ສານ​ຍຸຕິ​ທຳ​ສາກົນ ​ທີ່​ນະຄອນ Hague ຊຶ່ງ​ຄາດ​ວ່າ​ຈະ​ເຫັນ​ພ້ອມ​ກັບການ​ທ້າ​ທາຍ​ຂອງ​ມະນີ​ລາຕໍ່​ການ​ອ້າງ​ເອົາ ກຳມະສິດເກືອບ​ທັງ​ໝົດ​ໃນທະ​ເລຈີນໃຕ້​ຂອງປັກ​ກິ່ງ.

​ແຫ​ລ່ງຂ່າວ​ການ​ທູດ​ ໃນ​ວັນ​ພຸດ​ມື້​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ທາງ​ສ່ວນ​ໂຕ​ແລ້ວ​ໄດ້​ກົດ​ດັນ​ຢ່າງ​ວ່ອງ​ໄວ​ຕໍ່ ASEAN ​ຖອນ​ເອກ​ກະສາ​ນ ດັ່ງກ່າວ ຫລັງ​ຈາກ​ກະຊວງ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໄດ້ນຳ​ອອກ​ເຜີຍ​ແຜ່​ສຳ​ເນົາ​ສະບັບ​ນຶ່ງ​ໃຫ້​ແກ່​ສື່​ມວນ​ຊົນ.

ຮູບພາບຖ່າຍທາງອາກາດໃນວັນທີ 27 ກໍລະກົດ, 2012 ສະແດງໃຫ້ເຫັນພາກສ່ວນເມືອງ Sansha ຢູ່ເກາະ Yongxing ທີ່ຮູ້ອີກວ່າ Woody ບ່ອນທີມີການໂຕ້ຖຽງກັນ.
ຮູບພາບຖ່າຍທາງອາກາດໃນວັນທີ 27 ກໍລະກົດ, 2012 ສະແດງໃຫ້ເຫັນພາກສ່ວນເມືອງ Sansha ຢູ່ເກາະ Yongxing ທີ່ຮູ້ອີກວ່າ Woody ບ່ອນທີມີການໂຕ້ຖຽງກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG