ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜະລິດຕະພັນໝູແດດດຽວ ຂອງຄົນລາວ ທີ່ດໍາເນີນທຸລະກິດ ຢູ່ໃນປະເທດເພື່ອນບ້ານ ຂາຍ​ດິບ​ຂາຍ​ດີ


ນຸ້ຍ ລາວອິນເຕີ, ປະຊາຊົນຈາກແຂວງໄຊຍະບູລີ ສປປ ລາວ ເປີດທຸລະກິດດ້ວຍການຜະລິດໝູແດດດຽວ ແລະຜະລິດຕະພັນອື່ນໆຂາຍ ຈົນມີຊື່ສຽງ ແລະເປັນທີ່ຍອມຮັບຫຼາຍຈາກລູກຄ້າທັງພາຍໃນ ແລະຕ່າງປະເທດ.
ນຸ້ຍ ລາວອິນເຕີ, ປະຊາຊົນຈາກແຂວງໄຊຍະບູລີ ສປປ ລາວ ເປີດທຸລະກິດດ້ວຍການຜະລິດໝູແດດດຽວ ແລະຜະລິດຕະພັນອື່ນໆຂາຍ ຈົນມີຊື່ສຽງ ແລະເປັນທີ່ຍອມຮັບຫຼາຍຈາກລູກຄ້າທັງພາຍໃນ ແລະຕ່າງປະເທດ.

ຄວາມປາດຖະໜາຂອງຫຼາຍຄົນ ແມ່ນການສ້າງອາຊີບໃດນຶ່ງໃຫ້ຕົນເອງມີລາຍໄດ້ທີ່ໝັ້ນຄົງ ແລະສາມາດເປັນອາຊີບທີ່ຍືນຍົງໄດ້ ໂດຍສະເພາະ ການເຮັດຜະລິດຕະພັນອາຫານຂາຍທາງອອນລາຍ ຈົນມີລາຍໄດ້ຫຼາຍລ້ານ ຢູ່ໃນຕ່າງຖິ່ນ. ທິບສຸດາ ມີລາຍລະອຽດກ່ຽວກັບທຸລະກິດຂອງຄົນລາວ ທີ່ອາໄສຢູ່ໃນປະເທດໄທ ມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກທ່ານກ້າທີ່ຈະຕັດສິນໃຈບໍ ເວລາພວກທ່ານມີເປົ້າໝາຍ ແລະຫາຊ່ອງທາງເຮັດທຸລະກິດໄດ້ ແຕ່ບໍ່ກ້າລົງມືປະຕິບັດ. ແຕ່ສໍາລັບ ນຸ້ຍ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນຊື່ ນຸ້ຍ ລາວອິນເຕີ, ທີ່ຕ້ອງໄປຫາວຽກເຮັດງານທໍາໃນປະເທດໄທຄືດັ່ງຄົນລາວຫຼາຍໆຄົນທີ່ໄປຂາຍແຮງງານຢູ່ທີ່ນັ້ນ ຊໍ້າພັດມີເປົ້າໝາຍທີ່ຈະເຮັດທຸລະກິດໃດນຶ່ງດ້ວຍການສັງເກດ ແລະກ້າທີ່ຈະຕັດສິນໃຈເພື່ອລົງມືປະຕິບັດໃນທັນທີ ດັ່ງທີ່ນາງກ່າວໃຫ້ຟັງເຖິງຄວາມເຂົ້າໃຈ ກ່ອນທີ່ນາງຈະເລີ້ມຕົ້ນເຮັດທຸລະກິດ ໃຫ້ຟັງວ່າ:

“ຈຸດປ່ຽນທີ່ສໍາຄັນຫັ້ນ ນຸ້ຍໄດ້ໄປດູແລຜູ້ສູງອາຍຸນະ ແລ້ວບາດນີ້ເຮົາໄປພໍ້ໜັງສືຫົວນຶ່ງທີ່ຊື່ວ່າພໍ່ລວຍສອນລູກ, ໃນໜັງສືຫົວນັ້ນຫັ້ນຂຽນໄວ້ນໍ້ວ່າ ‘ຖ້າຢາກລວຍ ໃຫ້ເຮົາເຮັດທຸລະກິດ’ ເຮົາກໍເລີຍເລີ້ມສຶກສາວ່າ ເປັນຫຍັງໃນໂລກນີ້ມັນຍັງມີຄົນທຸກ ຄົນທຸກເຂົາບໍ່ເກັ່ງຫວາ? ຄົນລສຍເຂົາເກັ່ງກວ່າຄົນທຸກຫວາ? ແລ້ວເຮົາກໍເລີຍພົບວ່າ ຄົນຈົນກະບໍ່ແມ່ນວ່າບໍ່ເກັ່ງ ຄົນລວຍກະບໍ່ແມ່ນວ່າເຂົາເກັ່ງ ແຕ່ສິ່ງທີ່ມັນແຕກຕ່າງກໍຄືຄວາມຄິດ ຄວາມເຊື່ອ ແລະກະການລົງມືເຮັດ ອັນນີ້ມັນຄືຈຸດຕ່າງທີ່ເຮັດໃຫ້ຄົນໃນໂລກນີ້ນະ ມັນຕ່າງກັນຢູ່ເທົ່ານີ້ເອງ.”

ຜະລິດຕະພັນໝູແດດດຽວ ທີ່ໄດ້ຮັບການບັນຈຸໃສ່ຖົງສູນຍາກາດ ທີ່ມີເຄື່ອງໝາຍການຄ້າ. (ພາກຈາກ ເຟສ໌ບຸກ ຂອງ ນຸ້ຍ ລາວອິນເຕີ)
ຜະລິດຕະພັນໝູແດດດຽວ ທີ່ໄດ້ຮັບການບັນຈຸໃສ່ຖົງສູນຍາກາດ ທີ່ມີເຄື່ອງໝາຍການຄ້າ. (ພາກຈາກ ເຟສ໌ບຸກ ຂອງ ນຸ້ຍ ລາວອິນເຕີ)

ນຸ້ຍ ເຮັດຜະລິດຕະພັນໝູແດດດຽວທີ່ມີເຄື່ອງໝາຍການຄ້າເປັນຂອງຕົນເອງມາໄດ້ປະມານ 6 ປີແລ້ວ, ດ້ວຍທຶນຈົດທະບຽນ 1,000,000 ບາດ, ເຊິ່ງນາງໄດ້ ນໍາໃຊ້ບໍລິການຂອງບໍລິສັດສໍາລັບຮັບຈົດທະບຽນ ໃນການດໍາເນີນງານປະກອບເອກະສານຕ່າງໆ ກ່ອນທີ່ນາງຈະເປີດບໍລິສັດ ເພື່ອຜະລິດໝູແດດດຽວອອກມາ, ເຊິ່ງການຕະຫຼາດຂອງນາງ ແມ່ນນໍາໃຊ້ວິທີການຂາຍທາງອອນລາຍ ໂດຍຈະຂາຍໄດ້ລະຫວ່າງ 80 ຫາ 100 ກິໂລຕໍ່ມື້. ລູກຄ້າຫຼັກຂອງນາງແມ່ນຈະມີທັງພາຍໃນປະເທດໄທ ແລະຮົງກົງ ເຊິ່ງຢູ່ຮົງກົງ ລູກຄ້າຈະຊື້ເອົາໄປຈໍາໜ່າຍຕໍ່, ພ້ອມກັນນັ້ນ ກໍມີທັງລູກຄ້າໃນຟີລິບປິນ, ສິງກະໂປ, ຢູໂຣບ ອາເມຣິກາ ແລະອື່ນໆ...ໂດຍລູກຄ່າຈະເສຍຄ່າບໍລິການຂົນສົ່ງເອງ ເຊິ່ງນາງຈະຮັບການໂອນເງິນຜ່ານລະບົບ Western Union ແລະ MoneyGram.

ແຈ່ວປາແດກເຄື່ອງຂົ້ວແຫ້ງ ທີ່ລູກຄ້າສັ່ງຫຼາຍຈົນຜະລິດເກືອບບໍ່ທັນ. (ຮູບຈາກເຟສ໌ບຸກຂອງ ນຸ້ຍ ລາວອິນເຕີ)
ແຈ່ວປາແດກເຄື່ອງຂົ້ວແຫ້ງ ທີ່ລູກຄ້າສັ່ງຫຼາຍຈົນຜະລິດເກືອບບໍ່ທັນ. (ຮູບຈາກເຟສ໌ບຸກຂອງ ນຸ້ຍ ລາວອິນເຕີ)

ນຸ້ຍ ກ່າວວ່າ ກ່ອນທີ່ຜະລິດຕະພັນໝູແດດດຽວຂອງນາງຈະປະສົບຄວາມສໍາເລັດຂະໜາດນີ້ໄດ້ ນາງກໍໄດ້ຄ້າຂາຍມາຫຼາຍໆຢ່າງ ນັບຕັ້ງແຕ່ຂາຍຜັດໄທ, ຂາຍເຄື່ອງມືສອງ, ອາຫານປະເພດທອດ ແລະອື່ນໆ. ແຕ່ຕົນເປັນຄົນມັກສັງເກດ ແລະວາງເປົ້າໝາຍ ພ້ອມທີ່ຈະສ່ຽງ, ເກັບກ່ຽວປະສົບການຈາກຄວາມຜິດພາດ ໂດຍລອງຜິດລອງຖືກມາຫຼາຍໆຄັ້ງ ລົ້ມລຸກຄຸກຄານມາຫຼາຍເທື່ອ ແຕ່ກໍບໍ່ທໍ້ຖອຍ, ເຊິ່ງທໍາອິດ ນາງລົງທຶນຂາຍໝູທອດແດດດຽວດ້ວຍເງິນ 1,000 ບາດ ທີ່ຕັ້ງໂຕະຂາຍຍາມແລງຢູ່ຕະຫຼາດນັດ ດ້ວຍການອຸປະຖໍາຫຼັກຈາກເຈົ້າຂອງຮ້ານສົ້ມຕໍາທີ່ນາງໄດ້ເຮັດວຽກນໍາ, ເຊິ່ງນາງໄດ້ກ່າວໃຫ້ຟັງ ເຖິງຈຸດເລີ້ມຕົ້ນໝູແດດດຽວຂອງ ນຸ້ຍ ລາວອິນເຕີ ດັ່ງນີ້:

“ແລະຊ່ວງທີ່ເຮົາເຮັດວຽກ ເຮົາກໍເຫັນວ່າທຸກຄົນທີ່ເຂົ້າຮ້ານມາຫັ້ນນະ ເຂົາຈະບອກວ່າ ‘ເອົາໝູແດດດຽວນໍາເດີ້ ໝູແດດດຽວນໍາເດີ້’ ແລະຊ່ວງທີ່ເຮົາເຮັດວຽກ ໝູແດດດຽວນະ ເຮັດມື້ລະ 3 ຮອບກະບໍ່ພໍຂາຍ, ດ້ວຍຄວາມທີ່ນຸ້ຍຫັ້ນເປັນຄົນທີ່ມີພື້ນຖານໃນການຂາຍເຄື່ອງຢູ່ແລ້ວເນາະ ເອີກະເລີຍເລີ້ມມາວາງແຜນວ່າເຮັດແນວໃດດີກັບເງິນ 1,000 ບາດນັ້ນ ໄດ້ແຕ່ຊື້ເຄື່ອງປຸງ ແຕ່ວ່າອຸປະກອນທຸກຢ່າງນັ້ນກະໄປຢືມເອື້ອຍຂາຍສົ້ມຕໍາຫັ້ນແຫຼະ, ເວລາເຮົາທອດນະມັນຫາກຫອມເນາະ ຊີ້ນໝູທີ່ມັນແດງໆແບບນີ້ນະ ມັນຄືໜ້າກິນດີ, ຄັນແມ່ນເຮົາຢາກຂາຍໝູແດດດຽວ ພວງລະ 20 ບາດຫັ້ນ ຂາຍແນວໃດຄວາມສ່ຽງມັນຄືຊິບໍ່ໝົດ, ນຸ້ຍກະເລີຍໄປຂໍຈານເຂົ້າໜຽວນໍາເອື້ອຍຂາຍສົ້ມຕໍາມາວາງສອງຈານ ລະກະເຮັດເປັນຈານລະ 3 ພວງ - 2 ພວງ ປາກົດວ່າມື້ທໍາອິດຫັ້ນ ຄົນຕ້ອງເຂົ້າຄິວຊື້ ໝູກະບໍ່ພໍ ແຕ່ນັ້ນມາກໍເລີ້ມຂາຍດີຂຶ້ນເລື້ອຍໆ.”

ນຸ້ຍ ລາວອິນເຕີ, ພ້ອມດ້ວຍເຄື່ອງທີ່ກໍາລັງສົ່ງອອກໄປໃຫ້ລູກຄ້າ. (ພາບທີ່ໄດ້ຮັບການສະໜອງຈາກ ເຟສ໌ບຸກ ຂອງ ນຸ້ຍ ລາວອິນເຕີ)
ນຸ້ຍ ລາວອິນເຕີ, ພ້ອມດ້ວຍເຄື່ອງທີ່ກໍາລັງສົ່ງອອກໄປໃຫ້ລູກຄ້າ. (ພາບທີ່ໄດ້ຮັບການສະໜອງຈາກ ເຟສ໌ບຸກ ຂອງ ນຸ້ຍ ລາວອິນເຕີ)

ປັດຈຸບັນ, ນຸ້ຍ ບໍ່ໄດ້ໄປຂາຍໝູແດດດຽວໃນຕະຫຼາດນັດແລ້ວ ແຕ່ລູກຄ້າປະຈໍາກໍຍັງສາມາດສັ່ງໝູແດດດຽວ ລົດຊາດເດີມ ຫຼືທີ່ນາງຮ້ອງວ່າ ອາຫານລົດມືແມ່ ໄດ້ທາງອອກລາຍຜ່ານທາງ Facebook page ນຸ້ຍ ລາວອິນເຕີ, ເຊິ່ງໝູແດດດຽວທີ່ລາວຂາຍມີລາຄາດັ່ງນີ້: ໝູແດດດຽວ 1 ກິໂລ 479 ບາດ, ໝູແດດດຽວ 2 ກິໂລ 849 ບາດ ແລະໝູແດດດຽວ 3 ກິໂລ 1,199 ບາດ. ນອກຈາກນັ້ນ ລາວຍັງມີຜະລິດຕະພັນຊີ້ນແດດດຽວ, ແຈ່ວປາແດກເຄື່ອງຂົ້ວແຫ້ງ, ປາທູມັນ, ແຈ່ວປາທູມັນ ພ້ອມທັງອາຫານປະເພດອື່ນໆຫຼາຍຢ່າງພາຍໃຕ້ຊື່ ນຸ້ຍ ລາວອິນເຕີ້.

ປັດຈຸບັນນີ້, ນຸ້ຍ ຍັງໄດ້ເປີດສອນສູດອາຫານທາງອອນລາຍ ເຊິ່ງຜູ້ທີ່ສົນໃຈສ້າງອາຊີບ ສາມາດນໍາເອົາສູດທີ່ຮຽນຈາກນາງ ໄປສ້າງເປັນຜະລິດຕະພັນຂອງຕົນເອງຂາຍໄດ້ເລີຍ, ໂດຍສູດໝູແດດດຽວ ຈະມີລາຄາ 11,999 ບາດ, ສູດແຈ່ວປາແດກເຄື່ອງຂົ້ວແຫ້ງ ລາຄາ 399 ບາດ ແລະອື່ນໆ...

ໝູແດດດຽວ ຂອງ ນຸ້ຍ ລາວອິນເຕີ. (ພາບຈາກ ນຸ້ຍ ລາວອິນເຕີ ເຟສ໌ບຸກ)
ໝູແດດດຽວ ຂອງ ນຸ້ຍ ລາວອິນເຕີ. (ພາບຈາກ ນຸ້ຍ ລາວອິນເຕີ ເຟສ໌ບຸກ)

ນຸ້ຍກ່າວໃຫ້ຟັງວ່າ ໃນແຕ່ລະເດືອນ ນາງຈະມີລາຍໄດ້ສະເລ່ຍຢ່າງໜ້ອຍລະຫວ່າງ 300,000 ຫາ 500,000 ບາດ, ເຊິ່ງຖືວ່າ ເປັນລາຍໄດ້ທີ່ດີສົມຄວນ ເມື່ອສົມທຽບໃສ່ຊ່ວງເວລາທີ່ນາງເລີ້ມຕົ້ນລົງມືຄ້າຂາຍໝູແດດດຽວທໍາອິດ.

ເວົ້າລວມ, ຄືດັ່ງທີ່ນາງໄດ້ກ່າວໄປຂ້າງຕົ້ນວ່າ ຄົນຮັ່ງ ຫຼື ທຸກ ບໍ່ມີຫຍັງຕ່າງກັນ, ອັນທີ່ຕ່າງກໍຄືຄວາມຄິດ. ສະນັ້ນ ບໍ່ວ່າທ່ານຄິດຢາກຈະປະກອບອາຊີບໃດກໍຕາມ ສິ່ງສໍາຄັນທ່ານຕ້ອງກ້າຕັດສິນໃຈ ແລະລົງມືປະຕິບັດໃນທັນທີ ບໍ່ຄວນຄິດດົນ, ຢ່າງໜ້ອຍທ່ານກໍສາມາດຮຽນຮູ້ຈາກສອງແບບວິທີການຄື: ເມື່ອທ່ານບໍ່ປະ ສົບຜົນສໍາເລັດ ທ່ານສາມາດນໍາເອົາຄວາມຜິດພາດມາແກ້ໄຂ ແລະຖອດຖອນເປັນບົດຮຽນ, ເມື່ອທ່ານປະສົບຜົນສໍາເລັດ ທ່ານສາມາດນໍາເອົາປະສົບການມາຂະຫຍາຍ ແລະຕໍ່ຍອດເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ ເໝືອນດັ່ງທີ່ ນຸ້ຍ ສາວລາວຈາກໄຊຍະບູລີ ຜູ້ປະສົບຜົນສໍາເລັດໃນການເຮັດທຸລະກິດ ແລະມີເງິນລ້ານໄດ້ເກັບໃນໄວອາຍຸພຽງ 20 ກວ່າປີເທົ່ານັ້ນ.

ຂັ້ນຕອນໃນການຕາກຊີ້ນໝູ ສໍາລັບຜະບິດຕະພັນໝູແດດດຽວ ຂອງ ນຸ້ຍ ລາວອິນເຕີ. (ຮູບຈາກ ເຟສ໌ບຸກ ນຸ້ຍ ລາວອິນເຕີ)
ຂັ້ນຕອນໃນການຕາກຊີ້ນໝູ ສໍາລັບຜະບິດຕະພັນໝູແດດດຽວ ຂອງ ນຸ້ຍ ລາວອິນເຕີ. (ຮູບຈາກ ເຟສ໌ບຸກ ນຸ້ຍ ລາວອິນເຕີ)

XS
SM
MD
LG