ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ປົກຄອງ ກຽມສົ່ງລູກເຂົ້າໂຮງຮຽນໃນສົກປີ 2022 ແຕ່ກໍເປັນຫ່ວງວ່າ ຈະເກີດການລະບາດ ຢູ່ໃນໂຮງຮຽນ ຫຼືບໍ່


ທ່ານນາງນໍຣາ ແຟລກຄ໌ ພ້ອມດ້ວຍລູກຊາຍ ອາຍຸ 8 ປີ ທ້າວຊາແບສຕຽນ ແລະລູກສາວ ນາງໄອລາ ອາຍຸ 6 ປີ ອາໄສຢູ່ທີ່ເມືອງຄລອກສ໌ວີລ ລັດແມຣີແລນ.
ທ່ານນາງນໍຣາ ແຟລກຄ໌ ພ້ອມດ້ວຍລູກຊາຍ ອາຍຸ 8 ປີ ທ້າວຊາແບສຕຽນ ແລະລູກສາວ ນາງໄອລາ ອາຍຸ 6 ປີ ອາໄສຢູ່ທີ່ເມືອງຄລອກສ໌ວີລ ລັດແມຣີແລນ.

ທ່ານນາງນໍຣາ ແຟລກຄ໌ ອາໄສຢູ່ໃນເມືອງຄລອກສ໌ວີລ ລັດແມຣີແລນ ຊຶ່ງເພິ່ນມີລູກນ້ອຍສອງຄົນ ລູກຊາຍກົກ ອາຍຸ 8 ປີ ແລະລູກສາວອາຍຸ 6 ປີ ທັງສອງ ເຂົ້າໂຮງຮຽນປະຖົມຂອງລັດ ຊຶ່ງໃນປີ 2020 ຕັ້ງແຕ່ເດືອນມີນາຫາກັນຍາ ພວກເຂົາບໍ່ໄດ້ເຂົ້າໂຮງຮຽນເລີຍ ເພາະວ່າ ໂຮງຮຽນໄດ້ຖືກປິດລົງຍ້ອນການລະບາດຂອງໄວຣັສໂຄໂຣນາ ໃນຊ່ວງນີ້ທາງໂຮງຮຽນຍັງບໍ່ທັນມີການສິດສອນທາງອອນ ໄລນ໌ເທື່ອ ສະນັ້ນພວກເດັກນ້ອຍກໍບໍ່ມີຫຍັງເຮັດ. ຕົກມາໃນເດືອນມີນາປີ 2021 ໂຮງຮຽນໄດ້ເປີດຄືນໃໝ່ແລ້ວ ກໍອະນຸຍາດໃຫ້ເດັກນ້ອຍກັບຄືນໄປຮຽນຢູ່ໃນຫ້ອງຮຽນຂອງໂຮງຮຽນໄດ້ ແບບທີ່ເອີ້ນວ່າ hybrid ກໍຄື ໃຫ້ຮຽນຢູ່ໃນຫ້ອງຮຽນຂອງໂຮງຮຽນ 2 ມື້ ຮຽນຢູ່ບ້ານທາງອອນໄລນ໌ 2 ມື້ ແລະພັກມື້ນຶ່ງ ດັ່ງທີ່ທ່ານນາງນໍຣາ ໄດ້ອະທິບາຍໃຫ້ຟັງວ່າ:

“ຕ້ອງໃສ່ໜ້າກາກ ມີແຕ່ 5 ຫາ 10 ຄົນ ຢູ່ໃນອັນກັບນາຍຄູຢູ່ໃນຫ້ອງກັບເຂົາ ເຈົ້າ ເຂົາເຈົ້າຕ້ອງນັງກັບແລັບທັອບຮຽນ ນາຍຄູສອນເດັກນ້ອຍຢູ່ໂຮງຮຽນ ກັບສອນເດັກນ້ອຍຢູ່ບ້ານນຳກັນ ສອງມື້ເຂົາເຈົ້າຕີໃສ່ຄອມພິວເຕີນັ່ງຟັງນາຍຄູສອນເດັກນ້ອຍຢູ່ໂຮງຮຽນ ກັບເຂົາເຈົ້າຢູ່ບ້ານ ຫາກມີແຕ່ເຮັດແບບຊັ້ນສອງເດືອນ ກ່ອນນັ້ນເຂົາເຈົ້າຢູ່ບ້ານທຸກມື້ ກັບນາຍຄູສອນເດັກນ້ອຍຢູ່ບ້ານມົດທຸກຄົນ.”

ເມື່ອວີໂອເອລາວຖາມວ່າ ເຈົ້າຄຶດຈັ່ງໃດກ່ຽວກັບວ່າ ນາຍຄູຄວນສັກຢາວັກຊີນກ່ອນຈະໄປສອນເດັກນ້ອຍບໍ່? ທ່ານນາງຕອບວ່າ:

“ອັນຂ້ອຍຄຶດ ຄັນເຂົາເຈົ້າຊິສອນກັບເດັກນ້ອຍ ຄັນເຂົາເຈົ້າຊິສອນເດັກນ້ອຍ ເຂົາເຈົ້າຕ້ອງສັກກ່ອນ ໃຫ້ອັນໂປຣແທັກເຂົາເຈົ້າ ກັບໂປຣແທັກເດັກນ້ອຍຄືກັນ.”

ທ່ານນາງນໍຣາ ກ່າວອີກວ່າ ດີໃຈຫຼາຍທີ່ເດັກນ້ອຍຈະໄດ້ກັບໄປຮຽນຢູ່ໂຮງຮຽນ ເພາະວ່າ ພວກເຂົາດີໃຈຫຼາຍເມື່ອໄດ້ກັບຄືນໄປຮຽນ ໃນສອງເດືອນຜ່ານມາ ແລ້ວຢາກຈະກັບໄປໂຮງຮຽນ ແຕ່ທ່ານນາງກໍຍັງເປັນຫ່ວງວ່າ ຖ້າຫາກເກີດການລະບາດຢູ່ໃນໂຮງຮຽນອີກ ບໍ່ຮູ້ວ່າ ໂຮງຮຽນຈະມີແຜນການແນວໃດ ແລ້ວໂຮງ ຮຽນຈະປິດຄືນອີກຫຼືບໍ່ ນັ້ນກໍຄົງຈະເປັນຄຳຖາມທີ່ພໍ່ແມ່ຫຼາຍໆຄົນໃນທົ່ວປະເທດ ມີເຊັ່ນກັນ.

XS
SM
MD
LG