ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WTO ກ່າວວ່າ ການເຊື່ອມໂຍງກັນ ດ້ານເສດຖະກິດທົ່ວໂລກຫຼາຍຂຶ້ນ ແມ່ນເປັນມີດສອງຄົມ


ຄົນຂັບຜູ້ນຶ່ງນັ່ງຢູ່ໃນລົດກະບະ ໃນຂະນະທີ່ຕູ້ສິນຄ້າທັງຫຼາຍ ຕັ້ງທັບລຽນກັນຂຶ້ນຢູ່ທີ່ເດີ່ນໃນທ່າເຮືອຂອງເມືອງລອງບິດຈ໌ (Long Beach) ລັດຄາລີຟໍເນຍ, ວັນທີ 17 ພະຈິກ 2021.
ຄົນຂັບຜູ້ນຶ່ງນັ່ງຢູ່ໃນລົດກະບະ ໃນຂະນະທີ່ຕູ້ສິນຄ້າທັງຫຼາຍ ຕັ້ງທັບລຽນກັນຂຶ້ນຢູ່ທີ່ເດີ່ນໃນທ່າເຮືອຂອງເມືອງລອງບິດຈ໌ (Long Beach) ລັດຄາລີຟໍເນຍ, ວັນທີ 17 ພະຈິກ 2021.

ໃນບົດລາຍງານປະຈຳປີຂອງຕົນ ກ່ຽວກັບສະພາບການຂອງການຄ້າໃນທົ່ວໂລກ, ອົງການການຄ້າໂລກ ຫຼື WTO ພົບເຫັນວ່າ ການເຊື່ອມໂຍງກັນທາງດ້ານເສດຖະກິດຂອງໂລກທີ່ນັບມື້ນັບຫຼາຍຂຶ້ນ ແມ່ນເປັນມີດສອງຄົມ.

ໃນຂະນະທີ່ໂລກາພິວັດນີ້ ເຮັດໃຫ້ແຕ່ລະປະເທດມີຄວາມສ່ຽງ ຕໍ່ຜົນກະທົບໃນໄລຍະສັ້ນຫຼາຍຂຶ້ນກວ່າເກົ່າ ອີງຕາມການກ່າວຂອງອົງການ WTO ແລະມັນຍັງອຳນວຍໃຫ້ພວກເຂົາຟື້ນຕົວຄືນໄດ້ໄວຂຶ້ນກວ່າທີ່ພວກເຂົາສາມາດເຮັດໄດ້ໃນເມື່ອກ່ອນ.

ບົດລາຍງານພົບເຫັນວ່າ ພາຍໃນສິ່ງອື່ນ ທີ່ວ່າການຄ້າຂາຍສິນຄ້າໃນທົ່ວໂລກນັ້ນ ພາຍຫຼັງຈາກມີການຕົກລົງຢ່າງຫຼວງຫຼາຍໃນຊ່ວງຫຼາຍເດືອນຕອນຕົ້ນຂອງໂຣກລະບາດໄວຣັສໂຄໂຣນາ ກໍໄດ້ຟື້ນຕົວກັບຄືນມາຢູ່ໃນລະດັບເກີນກວ່າກ່ອນໜ້າເກີດການລະບາດ. ພາຍໃນກາງປີ 2022 ປະລິມານຂອງການຄ້າ ຈະນຳຂຶ້ນມາທັນແນວໂນ້ມກ່ອນເກີດການລະບາດ, ຊຶ່ງໝາຍຄວາມວ່າ ຈຳນວນຂອງສິນຄ້າທີ່ມີການຊື້ແລະຂາຍໃນທົ່ວໂລກນັ້ນ ຈະຢູ່ໃນລະດັບຊ່ຳເກົ່າ ທີ່ບັນດານັກເສດຖະສາດ ໄດ້ຄາດຄະເນໄວ້ ຖ້າຫາກວ່າ ບໍ່ມີການລະບາດຂອງພະຍາດດັ່ງ ກ່າວເກີດຂຶ້ນເລີຍ.

ໃນຄຳນຳຂອງບົດລາຍງານ ຜູ້ອຳນວຍການແລະເລຂາທິການໃຫຍ່ຂອງ WTO ດ​ຣ. ເອັນໂກຊີ ໂອໂກນີໂອ-ອີວີລາ (Ngozi Okonio-Iweala) ໄດ້ກ່າວວ່າ ການຮັບມືຕໍ່ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ເປັນຕົວຢ່າງຂອງທັງຄວາມທ້າທາຍຕ່າງໆ ແລະຜົນປະໂຫຍດທີ່ເພີ້ມຂຶ້ນຂອງໂລກາພິວັດ.

ທ່ານນາງໄດ້ຂຽນວ່າ “ການເດີນທາງ ການຄ້າ ແລະການລັ່ງໄຫລດ້ານການເງິນ ທີ່ເຊື່ອມໂຍງກັນຢ່າງເລິກເຊິ່ງ ອັນເປັນລັກຊະນະຍຸກສະໄໝຂອງພວກເຮົາ ທີ່ໄດ້ອຳນວຍໃຫ້ໄວຣັສໂຄໂຣນາສາຍພັນໃໝ່ແລະຜົນກະທົບພົວພັນກັບເສດຖະກິດແຜ່ຂະຫຍາຍອອກໄປທົ່ວໂລກພາຍໃນບໍ່ເທົ່າໃດອາທິດ. ກ່ອນໜ້ານີ້ການລະບາດ ໄດ້ໃຊ້ເວບລາຫຼາຍເດືອນ ແມ່ນກະທັງຫຼາຍປີ ທີ່ຈະແຜ່ກະຈາຍໄປທົ່ວໂລກ.”

ທ່ານນາງໄດ້ຂຽນຕື່ມວ່າ “ແຕ່ວ່າ ໂລກາພິວັດ ຍັງເປັນໃຈກາງຂອງເຫດຜົນທີ່ວ່າ ເປັນຫຍັງໄວຣັສນີ້ຈຶ່ງໄດ້ພົບກັບຢາວັກຊີນຕ່າງໆໃນເວລາທີ່ໄວເປັນປະວັດການ. ບັນດານັກວິທະຍາສາດສາມາດແບ່ງປັນຄວາມຄິດເຫັດແລະເທັກໂນໂລຈີຂ້າມຊາຍແດນ ໂດຍໄດ້ຮັບການສະໜັບສະໜຸນຂອງມະຫາຊົນແລະທຶນຈາກເອກະຊົນສຳລັບການຄົ້ນຄວ້າແລະການພັດທະນາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG