ເນື່ອງຈາກການເລືອກຕັ້ງຍັບໃກ້ເຂົ້າມາ ປະຊາຊົນຫຼາຍຄົນຢູ່ໃນຫຼາຍຂົງເຂດກໍພາກັນຢາກອອກໄປໃຊ້ສິດຂອງຕົນເອງຫຼາຍຂຶ້ນ, ເຮັດໃຫ້ມີຫາງສຽງອອກມາວ່າ ຜູ້ທີ່ຈະໄປເລືອກຕັ້ງໃຫ້ແກ່ພັກເດໂມແຄຣັດ ສ່ວນຫຼາຍກໍອາດຈະແມ່ນຜູ້ທີ່ມີລາຍໄດ້ຕໍ່າ ເພາະໄດ້ຮັບການສະໜັບສະໜຸນຈາກນະໂຍບາຍຂອງພັກດັ່ງກ່າວຫຼາຍ. ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນເມືອງມີລວອກກີ້ ລັດວິສຄອນຊິນກ່າວໃຫ້ VOA ພາກພາສາລາວຟັງວ່າ ເຫດຜົນທີ່ເຮັດໃຫ້ນາງຢາກອອກໄປເລືອກພັກເດໂມແຄຣັດ ກໍຍ້ອນວ່າ ພັກດັ່ງກ່າວ ເປັນພັກທີ່ໃຫ້ຄວາມຊ່ວຍເຫຼືອ ແລະສະໜັບສະໜຸນຜູ້ທີ່ມີໂອກາດໜ້ອຍ, ລາວກ່າວວ່າ ໂດຍສ່ວນໂຕແລ້ວ ພັກໃດກໍແມ່ນດີໝົດ ເພາະທັງສອງພັກ ແມ່ນມີເປົ້າໝາຍໃນການສ້າງສາພັດທະນາໃຫ້ອາເມຣິກາດີກວ່າເກົ່າ, ເຊິ່ງລາວໄດ້ກ່າວກ່ຽວກັບສະຖານະການຕ່າງໆທີ່ພັກເດໂມແຄຣັດກໍາລັງປະເຊີນຢູ່ນັ້ນ ດັ່ງນີ້:
“ສະຖານະການດັ່ງກ່າວມັນເປັນລັກສະນະສະເພາະ ເຊິ່ງນີ້ເປັນຄັ້ງທໍາອິດທີ່ພວກເຮົາປະເຊີນກັບການລະບາດໃຫຍ່ຢູ່ໃນທົ່ວໂລກ, ເນື່ອງຈາກບັນຫາດັ່ງກ່າວທີ່ມີຜົນກະທົບໃສ່ລະບົບເສດຖະກິດ ຂະນ້ອຍຄິດວ່າ ສອງປີມັນກໍຄົງບໍ່ພໍທີ່ຈະໃຫ້ເວລາແກ່ປະທານາທິບໍດີຈາກພັກເດໂມແຄຣັດຟື້ນຟູສະພາບຕ່າງໆໃຫ້ກັບມາດີໄດ້ໃນຊ່ວງເວລາສັ້ນໆນີ້.”
ປັດຈຸບັນ, ຍັງເວລາອີກບໍ່ເທົ່າໃດມື້ ກໍຈະເປັນວັນເລືອກຕັ້ງກາງສະໄໝແລ້ວ. ທຸກຄົນມີຄວາມກະຕືລືລົ້ນຫຼາຍຂຶ້ນໃນການອອກໄປໃຊ້ສິດຂອງຕົນ. ສໍາລັບປະຊາຊົນຄົນດັ່ງກ່າວ ນາງໄດ້ອອກໄປໃຊ້ສິດຂອງນາງເລືອກຕັ້ງລ່ວງໜ້າ ຕັ້ງແຕ່ເດືອນສິງຫາທີ່ຜ່ານມາ
ສ່ວນຜູ້ທີ່ຍັງບໍ່ທັນໄປໃຊ້ສິດໃຊ້ສຽງນັ້ນ ວັນທີ 8 ພະຈິກນີ້ ກໍຈະເປັນໂອກາດສຳລັບການຕັດສິນໃຈໃນການເລືອກເອົາ ຖ້າບໍ່ແມ່ນພັກເດໂມແຄຣັດ ກໍແມ່ນພັກຣີພັບບລີກັນ.