ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຄົນຂາຍລົດ ລາວອາເມຣິກັນຄົນນຶ່ງ ພວມລໍຖ້າເງິນຫວ່າງງານ ທີ່ລາວຍັງບໍ່ໄດ້ຮັບ


ພວກທີ່ສູນເສຍວຽກການ ຢືນລໍຖ້າຢູ່ນອກຫ້ອງການແຮງງານ ໃນເມືອງ Fayetteville ລັດ Arkansas, ໃມັນທີ 6 ເມສາ 2020.
ພວກທີ່ສູນເສຍວຽກການ ຢືນລໍຖ້າຢູ່ນອກຫ້ອງການແຮງງານ ໃນເມືອງ Fayetteville ລັດ Arkansas, ໃມັນທີ 6 ເມສາ 2020.

ທ່າມກາງການແຜ່ລະບາດ ຂອງໂຄວິດ-19 ມາເປັນເວລາເກົ້າເດືອນແລ້ວ ແຕ່ ກໍຍັງມີ
ຫຼາຍໆຄົນ ບໍ່ສາມາດກັບຄືນໄປເຮັດວຽກເຮັດການເທື່ອ ແລະບາງຄົນກໍເສຍວຽກການ
ໄປເລີຍກໍມີ. ນອກຈາກນັ້ນ ຍັງປະສົບກັບການຊັກຊ້າ ໃນການລໍ ຖ້າການຊ່ວຍເຫຼືອ ທີ່
ຄວນຈະໄດ້ຮັບ ແລະກໍຍັງບໍ່ທັນໄດ້ຮັບຄຳຕອບໃດໆຈາກ ຫ້ອງການຄົນຫວ່າງງານກ່ຽວ
ກັບເງິນທີ່ຮ້ອງຂໍໄປແລ້ວນັ້ນ. ບັດນີ້ບັນດາຜູ້ໂຊກບໍ່ດີ ໄດ້ພາກັນຕໍ່ສູ້ ກັບຊີວິດການເປັນ
ຢູ່ ປະເຊີນໜ້າກັບການໃຊ້ຈ່າຍຕ່າງໆ ແລະມີຄວາມຝືດເຄືອງທາງດ້ານການເງິນ.

ຄົນອາເມຣິກັນ ເຊື້ອສາຍລາວ ຜູ້ທີ່ກຳລັງປະສົບກັບບັນຫາດັ່ງກ່າວ ທີ່ບໍ່ປະສົງອອກຊື່
ຢາກແບ່ງປັນປະສົບການ ແລະການໃຊ້ສິດທິພົນລະເຮືອນຂອງລາວສູ່ຟັງ. ບຸກຄົນຜູ້ນີ້
ແມ່ນອະດີດຄົນຂາຍລົດ ໃຫ້ບໍລິສັດນຶ່ງ ຢູ່ໃນເຂດເມືອງອັອກສນາດ (Oxnard) ລັດ
ຄາລີຟໍເນຍ ທາງພາກຕາເວັນຕົກສຸດຂອງສະຫະລັດໄດ້ຈົ່ມທຸກ ສູ່ວີໂອເອ ຟັງວ່າ:


ຍ້ອນສາເຫດດັ່ງກ່າວນີ້ຜູ້ທີ່ໄດ້ຮັບຄວາມຍາກລຳບາກຈາກການຊັກຊ້າຂອງຫ້ອງ ການ
ແຮງງານລັດຖະບານທ້ອງຖິ່ນ ທີ່ບໍ່ໄດ້ຮັບຄຳຕອບອັນແຈ້ງຂາວ ແລະໃຊ້ເວລານານ
ເກີນຄວນນັ້ນ ຜູ້ເຄາະຮ້າຍຈຳເປັນຕ້ອງໄດ້ໃຊ້ມາດຕະການຍື່ນຄໍາອຸ ທອນຜ່ານທາງ
ຫ້ອງການທະນາຍຄວາມທີ່ພົວພັນກ່ຽວກັບເລື້ອງນີ້ເພື່ອຂໍຄຳແນະ ນຳແລະຕິດຕາມ
ທາງດ້ານກົດໝາຍຂອງສະຫະລັດ. ປັດຈຸບັນນີ້ມີຢູ່ປະມານ 12 ລ້ານກວ່າຄົນ ຍັງບໍ່ມີ
ວຽກເຮັດງານທຳ ໃນນັ້ນມີຈຳນວນນຶ່ງທີ່ຍັງລໍຖ້າການຊ່ວຍ ເຫຼືອພິເສດເພີ້ມເຕີມຈາກ
ລັດຖະບານກາງສະຫະລັດ.

XS
SM
MD
LG