ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສັງຄົມລາວອາເມຣິກັນ ຄົນນຶ່ງ ນອນຫລັບຕາຍ ຍ້ອນໂຄວິດ-19 ໃນລັດວິສຄັນຊິລ


ການແຜ່ລະບາດເຊື້ອໂຄວິດ-19.
ການແຜ່ລະບາດເຊື້ອໂຄວິດ-19.

ການແຜ່ລະບາດໂຄວິດ-19 ຢູ່ໃນສະຫະລັດ ຍັງສືບຕໍ່ເພີ້ມຂຶ້ນຢ່າງບໍ່ລົດລະທັງ ໃນກໍລະ
ນີຕິດເຊື້ອ ແລະການເສຍຊີວິດ. ຕົກມາເຖິງປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ມີຢູ່ປະມານ
9 ລ້ານ 5 ແສນ ກວ່າກໍລະນີ ແລະໄດ້ເສຍຊີວິດໄປແລ້ວ 237 ພັນກວ່າຄົນ. ເຖິງຈະມີ
ມາດຕະການລະມັດ ລະວັງພຽງໃດກໍຕາມ ຫຼາຍໆຄົນຍັງເຊື່ອວ່າ ໂຄວິດ-19 ຈະບໍ່ເກີດ
ຂຶ້ນກັບພວກເຂົາເຈົ້າ.

ລັດວິສຄັນຊິນ ຕັ້ງຢູ່ພາກກາງເໜືອສຸດຂອງສະຫະລັດ ມີປະຊາຄົມລາວອາເມ ຣິກັນຕັ້ງ
ຖິ່ນຖານຢູ່ທີ່ນີ້ຫຼາຍພັນຄົນ ພ້ອມມີວັດວາອາຮາມ. ນອກຈາກນັ້ນແລ້ວ ລັດວິສຄັນຊິນ
ຍັງເປັນທີ່ຮູ້ກັນວ່າ ເປັນລັດນຶ່ງທີ່ມີຄົນຕິດເຊື້ອໂຄວິດ-19 ຢ່າງ ຫຼວງຫຼາຍ. ຫວ່າງບໍ່ເທົ່າ
ໃດວັນທີ່ຜ່ານມານີ້ ໄດ້ມີຄົນອາເມຣິກັນເຊື້ອສາຍລາວ ຄົນນຶ່ງອາຍຸຫ້າສິບກວ່າປີເປັນບຸກ
ຄົນທີ່ຮູ້ກັນດີໃນສັງຄົມ ແລະມີຄວາມເຫຼື້ອມໃສຕໍ່ພຸດທະສາດສະໜາ. ທ່ານໄດ້ເສຍຊີວິດ
ຍ້ອນພະພະຍາດໂຄວິດ-19. ເຫດການດັ່ງກ່າວນີ້ໄດ້ສ້າງຄວາມຕື່ນຕົກໃຈແກ່ວົງສັງຄົມ
ລາວອາເມຣິກັນ ຢູ່ໃນຂົງເຂດດັ່ງກ່າວ ຊຶ່ງທ່ານວີລະວັນ ອິນທະວົງພະນັກງານ ຢູ່ໂຮງຮຽນ
ແຫ່ງນຶ່ງ ໃນເຂດເມືອງວັອກກີຊາ (Waukesha) ກ່າວສູ່ ວີໂອເອ ຟັງວ່າ:

ສົບຂອງຜູ້ເສຍຊີວິດໄດ້ຖືກທາງການນຳໄປທຳການກວດກາໂດຍທີ່ຍາດຕິພີ່ນ້ອງ ແລະ
ເພື່ອນຝຸງບໍ່ສາມາດທຳພິທີທາງສາດສະໜາໄດ້ ຈົນກວ່າວ່າທາງການແພດ ສຳເລັດການກວດ ແລະອະນຸຍາດໃຫ້ປະກອບພິທີຊາປະນະກິດສົບຕາມປະເພີນີ ທາງສາດສະໜາໄດ້.

XS
SM
MD
LG