ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຄະດີ ທຳລາຍພະພຸດທະຮູບ ທີ່ວັດລາວສັນຕິທຳ ເມືອງຟອດສມິທ ຈະຖືກນຳຂຶ້ນສານ ໄວໆນີ້


ສຽນພະພຸດທະຮູບທີ່ຖືກທຳລາຍ ຢູ່ວັດລາວສັນຕິທຳ ໃນເມືອງຟອກສມິທ ລັດອາແກນຊໍ (ຮູບພາບໂດຍ ວັດລາວສັນຕິທຳ)
ສຽນພະພຸດທະຮູບທີ່ຖືກທຳລາຍ ຢູ່ວັດລາວສັນຕິທຳ ໃນເມືອງຟອກສມິທ ລັດອາແກນຊໍ (ຮູບພາບໂດຍ ວັດລາວສັນຕິທຳ)
please wait

No media source currently available

0:00 0:01:47 0:00
ລິງໂດຍກົງ


ຄະດີທຳລາຍພະພຸດທະຮູບ ທີ່ວັດລາວສັນຕິທຳ ໃນເມືອງຟອດສມິທ ລັດອາແກນຊໍ ມີກຳນົດຈະຖືກນຳຂຶ້ນສານໃນວັນທີ 11 ພຶດສະພາຈະມານີ້.

ລາຍງານຂ່າວແຈ້ງວ່າ ທ້າວ Shawn Israel ອາຍຸ 21 ປີ ຈາກເມືອງຟອດສມິທໄດ້ຖືກຈັບໂດຍເຈົ້າໜ້າທີ່ຕຳຫຼວດຈາກເຂດເຊບາສຕຽນຄາວຕີ້ທີ່ວັດລາວສັນ ຕິທຳ ເມື່ອວັນທີ 5 ເມສາຜ່ານມາ ຍ້ອນຜູ້ກ່ຽວໄດ້ປີນຮົ້ວເຂົ້າໄປ ທຳລາຍສຽນຂອງພະພຸດທະຮູບ 3 ອົງ ໂດຍໃຊ້ຄ້ອນຕີທັບ. ດຣ. ທອງຄຳ ວັນນາຣາຊ ປະ ທານຄະນະກຳມະການບໍລິຫານວັດລາວພຸດທະຣາມທີ່ນະຄອນໂອກລາໂຮມາຊີ້ຕີ້ ໃນລັດໃກ້ຄຽງ ກ່າວວ່າ ຫຼັງຈາກທຳລາຍສຽນພະພຸດທະຮູບແລ້ວ ຄົນຮ້າຍໄດ້ນັ່ງຖ້າ ໃຫ້ຕຳຫຼວດມາຈັບ ດົນເຖິງ 2 ຊົ່ວໂມງ ດັ່ງນັ້ນ ທ່ານຈຶ່ງຄິດວ່າ ຜູ້ກ່ຽວອາດເປັນໂຣກຈິດ.

please wait

No media source currently available

0:00 0:00:16 0:00
ລິງໂດຍກົງ


ທ່ານ ດຣ. ທອງຄຳກ່າວວ່າ ເລື້ອງດັ່ງກ່າວນີ້ເປັນຄະດີທຳມະດາ ບໍ່ແມ່ນຄະດີທີ່ມີຄວາມຄຽດຊັງຕໍ່ສາສະໜາກຸ່ມນ້ອຍ ຫຼື hate crime ຍ້ອນຜູ້ກ່ຽວໄດ້ຍອມຮັບຜິດໝົດທຸກຢ່າງແລ້ວ. ດຣ. ທອງຄຳ ກ່າວວ່າ:

please wait

No media source currently available

0:00 0:00:11 0:00
ລິງໂດຍກົງ


ທ້າວ Shawn Israel ເປັນຜູ້ຕ້ອງສົງໄສ ຖານຕັ້ງໃຈທໍາລາຍຊັບສິນຂອງຄົນອື່ນ ຊຶ່ງມູນຄ່າການເສຍຫາຍທັງໝົດແມ່ນປະມານ 10,000 ໂດລາ.

XS
SM
MD
LG