ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ໃນເຂດນະຄອນຫຼວງປາຣີ ຢູ່ພາຍໃຕ້ມາດຕະການຄວບຄຸມໂຄວິດ-19 ທີ່ເຄັ່ງຄັດ


ຕຳຫຼວດຝຣັ່ງຄົນນຶ່ງໃສ່ໜ້າກາກ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ທີ່ນະຄອນຫຼວງປາຣີ.
ຕຳຫຼວດຝຣັ່ງຄົນນຶ່ງໃສ່ໜ້າກາກ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ທີ່ນະຄອນຫຼວງປາຣີ.

ນະຄອນຫຼວງປາຣີ ເປັນເມືອງໃຫຍ່ເມືອງນຶ່ງໃນຢູໂຣບ ທີ່ມີປະຊົນອາໄສຢູ່ຢ່າງ ໜາແໜ້ນ
ແລະແອອັດກັນ. ນອກນັ້ນບັນດາເຮືອນຊານ ພ້ອມດ້ວຍຕຶກອາຄານຕ່າງໆ ຢັ່ງຢາຍກັນ
ໄປຢ່າງບໍ່ຂາດໄລຍະ ແລະນີ້ແມ່ນບ່ອນທີ່ເປັນອັນຕະລາຍ ໃນການແຜ່ລະບາດໂຄວິດ-19.
ປັດຈຸບັນນີ້ຢູ່ໃນປະເທດຝຣັ່ງ ມີຜູ້ຕິດເຊື້ອໂຄ ວິດ-19 ຢູ່ 2 ລ້ານກວ່າຄົນ ແລະໄດ້ເສຍຊີ
ວິດໄປແລ້ວເກືອບ 60,000 ຄົນ. ຍ້ອນການແຜ່ລະບາດ ແລະການເສຍຊີວິດດັ່ງກ່າວ ລັດ
ຖະບານຝຣັ່ງໄດ້ອອກມາດຕະການໃໝ່ຄືນອີກ ໃນເດືອນແລ້ວ

ຮວມຢູ່ໃນຂົງເຂດດັ່ງກ່າວມີປະຊາຊົນຝຣັ່ງເຊື້ອສາຍລາວຫຼາຍພັນຄົນພາກັນຕັ້ງ ຖິ່ນຖານ
ປະປົນກັບຄົນກຸ່ມອື່ນໆ. ຍານາງວັນມະນີ ພັນລະຍາ ຂອງມື້ລາງ ດຣ. ຈັນໂທກໍແມ່ນຜູ້ນຶ່ງ
ທີ່ໄດ້ຕັ້ງຖິ່ນຖານ ຢູ່ໃນຂົງເຂດນະຄອນຫຼວງປາຣີນີ້. ຍານາງວັນມະນີ ໄດ້ກ່າວເຖິງຜົນກະ
ທົບຂອງໂຄວິດ-19 ຕໍ່ການເສຍຊີວິດຂອງ ຊາວ ຝຣັ່ງເຊື້ອສາຍລາວ ສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ປະເທດຝຣັ່ງໄດ້ສັ່ງຫ້າມອອກນອກບ້ານມາເປັນເວລານຶ່ງເດືອນ ແລະຫາກໍ່ເປີດ ໃຫ້ຄົນ
ໄປມາຫາກັນໃໝ່ ໃນວັນອັງຄານ ວັນທີ 15 ທັນວາ ທີ່ຜ່ານມາ ແຕ່ວ່າ ໄປມາຫາກັນໄດ້
ສະເພາະຕອນກາງເວັນເທົ່ານັ້ນ. ແຕ່ຍັງ ຫ້າມອອກນອກບ້ານ ແຕ່ 8:00 ໂມງຕອນແລງ
ໄປຫາ 6 ໂມງຕອນເຊົ້າ.

XS
SM
MD
LG