ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ ລາວ ເຮັດວຽກໃນເມືອງ ຄານາກາວາ, ຍີ່ປຸ່ນ, ໄດ້ຮັບການເບິ່ງແຍງ ເປັນຢ່າງດີຈາກບໍລິສັດ ໃນລະຫວ່າງ ໂຣກລະບາດ COVID-19


ປະຊາຊົນໃສ່ໜ້າກາກອະນາໄມ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ,​ ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 10 ກໍລະກົດ, 2020.
ປະຊາຊົນໃສ່ໜ້າກາກອະນາໄມ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ,​ ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 10 ກໍລະກົດ, 2020.

ວັນພຸດວານນີ້ນະຄອນຫຼວງ ໂຕກຽວ, ໄດ້ຂະຫຍາຍຄຳເຕືອນ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ ຂຶ້ນເປັນລະດັບສູງສຸດ ຫຼັງຈາກໄດ້ຢືນຢັນການຕິດໄວຣັສໂຄໂຣນາໃໝ່ 165 ກໍລະນີ ໃນວັນດຽວກັນ, ເຮັດໃຫ້ນະຄອນຫຼວງດັ່ງກ່າວ ມີຜູ້ຕິດເຊື້ອທັງໝົດ 8,354 ກໍລະນີ.

ແນວໃດກໍຕາມ, ລັດຖະບານກາງ ແລະ ນະຄອນຫຼວງກໍບໍ່ໄດ້ກຳນົດໃຊ້ມາດຕະການທີ່ຄັດຄືນອີກ, ລຸນຫຼັງໄດ້ທີ່ຍົກເລີກມັນໄປໃນທ້າຍເດືອນພຶດສະພາແລ້ວນີ້. ພະນັກງານບໍລິສັດສ່ວນຫຼາຍແມ່ນໄດ້ກັບຄືນໄປເຮັດວຽກຢູ່ຫ້ອງການແລ້ວ ແລະ ລະດູການລ່າວຽກຂອງ ຍີ່ປຸ່ນ ກໍຍັງໄດ້ດຳເນີນຕໍ່ໄປຄືເກົ່າ.

ທ່ານ ກອງມາ ໄຊຍະຣາດ, ຄົນລາວທີ່ເຮັດວຽກຢູ່ແຂວງ ຄານາກາວາ ປະເທດ ຍີ່ປຸ່ນ ເວົ້າວ່າ ການຕິດໄວຣັສຫຼ້າສຸດນີ້ ແມ່ນເກີດມາຈາກການເຕົ້າໂຮມກັນເປັນກຸ່ມໃຫຍ່ຢູ່ສະຖານທີ່ບັນເທີງຕ່າງໆ.

"ຫຼັງຈາກທີ່ເຂົາເຈົ້າ ປະກາດແຈ້ງການສຸກເສີນໄປແລ້ວ, ຈຳນວນຄົນຕິດເຊື້ອເພີ່ມຂຶ້ນມື້ລະລ້ອຍ ມື້ລະລ້ອຍ. ສ່ວນຫຼາຍມັນຈະຕິດແບບ cluster ແບບຕິດເປັນກຸ່ມໃຫຍ່. ກຸ່ມໃຫຍ່ໃນທີ່ນີ້ແມ່ນໂຮງລະຄອນ ລະກະຮ້ານກິນດື່ມ. ເຂົາເຈົ້າຈົນແຈ້ງອອກມາເລີຍວ່າ ບ່ອນທີ່ຕິດຫຼາຍທີ່ສຸດແມ່ນແຖວ ຊິນຈຸກຸ ຈົນຮອດ ອີເກບຸກຸໂຣະ. ໂຕພວກ ຊິນຈຸກຸ ນີ້ຈະເປັນພວກ Host, ພວກຄລັບ, ພວກຮ້ານກິນດື່ມ. ໂຕນີ້ຂ້ອຍກະບໍ່ເຂົ້າໃຈເປັນຫຍັງ. ເຂົາເຈົ້າກະຊິກົດດັນຕິເບາະ ເຂົາເຈົ້າຈຶ່ງໄປຮ້ານແນວນີ້. ແຕ່ອອກຂ່າວມາກະແມ່ນຕິດຈາກ ຮ້ານກິນດື່ມ.”

ທ່ານ ກອງມາ ເວົ້າວ່າຄົນທີ່ຕິດໄວຣັສໂຄໂຣນາສ່ວນຫຼາຍຈະມີອາຍຸລະຫວ່າງ 30 ຫາ 40 ປາຍປີ. ລັດຖະບານ ຍີ່ປຸ່ນ ໄດ້ອອກນະໂຍບາຍການຊ່ວຍເຫຼືອປະຊາຊົນໃນລະຫວ່າງ ໂຣກລະບາດນີ້ ຄົນລະ 100,000 ເຢນ ຫຼື ປະມານ 1,000 ໂດລາ. ຂະແໜງທີ່ໄດ້ຮັບຜົນກະທົບໜັກສຸດໃນ ຍີ່ປຸ່ນ ຈະເປັນຂະແໜງການທ່ອງທ່ຽວ, ການບິນ, ຮ້ານກິນດື່ມ, ແລະ ຮ້ານອາຫານ. ປະຊາຊົນ ທີ່ຖືກກະທົບໜັກກວ່າໝູ່ນັ້ນ ຈະເປັນພະນັກງານຊົ່ວຄາວທີ່ເຮັດວຽກບໍລິການຢູ່ຮ້ານອາຫານ ແລະ ສະຖານທີ່ບັນເທີງຕ່າງໆໆ.

ທ່ານ ກອງມາ ເປັນພະນັກງານເຮັດວຽກຢູ່ບໍລິສັດແຫ່ງນຶ່ງ ເຊິ່ງລາວບໍ່ຂໍບອກຊື່, ເວົ້າວ່າ ບໍລິສັດຂອງລາວ ໃຫ້ການຄຸ້ມຄອງ ແລະ ຊ່ວຍເຫຼືອພະນັກງານເປັນຢ່າງດີ ໂດຍສະເພາະໃນຊ່ວງໂຣກລະບາດນີ້. ແຕ່ລາວໄດ້ບອກພວກເຮົາວ່າ ລາວ ຍັງບໍ່ທັນໄດ້ຮັບເງິນຊ່ວຍເຫຼືອຂອງລັດຖະບານທີ່ໄດ້ກ່າວໄປຂ້າງເທິງນັ້ນເທື່ອ.

ແຂວງ ຄານາກາວາ ເຊິ່ງຕັ້ງຢູ່ໃກ້ຄຽງກັບນະຄອນຫຼວງໂຕກຽວນັ້ນ ໄດ້ຢືນຢັນການຕິດເຊື້ອໃໝ່ 39 ກໍລະນີໃນວັນພຸດວານນີ້, ເປັນສະຖິຕິສູງສຸດ ນັບຕັ້ງແຕ່ໄດ້ຍົກເລີກມາດຕະການສຸກເສີນໃນທ້າຍເດືອນພຶດສະພາທີ່ຜ່ານມາ ອີງຕາມໜັງສືພິມ Japan Times.

XS
SM
MD
LG