ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວທ່ານນຶ່ງວ່າ ຢາກໃຫ້ ທ່ານທຣໍາ ເປັນປະທານາທິບໍດີຕໍ່ໄປ ເພາະທ່ານຕ້ານຢັນຈີນໄດ້ ແຕ່ອີກຄົນນຶ່ງ ວ່າ ທ່ານບໍ່ມີຄວາມເມດຕາ


ທ. ຄໍາຮຸ່ງ ແລະພັນລະຍາ ຢູ່ເດີ່ນຫລັງບ້ານຂອງທ່ານໃນເມືອງ ເດີມອຍນ໌, ລັດໂອໂອວາ ທີ່ຄົນສ່ວນໃຫຍ່ນິຍົມເລືອກເອົາຜູ້ສະໝັກທີ່ມາຈາກພັກຣີພັບບລິກັນເປັນປະທານາທິບໍດີ
ທ. ຄໍາຮຸ່ງ ແລະພັນລະຍາ ຢູ່ເດີ່ນຫລັງບ້ານຂອງທ່ານໃນເມືອງ ເດີມອຍນ໌, ລັດໂອໂອວາ ທີ່ຄົນສ່ວນໃຫຍ່ນິຍົມເລືອກເອົາຜູ້ສະໝັກທີ່ມາຈາກພັກຣີພັບບລິກັນເປັນປະທານາທິບໍດີ

ຍັງເວລາພຽງແຕ່ສອງເດືອນກັບ ສອງສາມມື້ເທົ່ານັ້ນກໍຈະຮອດວັນເລືອກຕັ້ງປະທານາ ທິບໍດີຂອງສະຫະລັດແລ້ວ. ຂະນະນີ້ ກໍມີຄົນລາວຫລາຍທ່ານ ໂດຍສະເພາະເມ່ນພວກທີ່ຢູ່ໃນລັດໄອໂອວາ ທີ່ເປັນລັດມີຄົນຜິວຂາວແລະພວກສັງກັດພັກຣີພັບບລິກັນເັນຄົນສ່ວນໃຫຍ່ນັ້ນ ແມ່ນສະໜັບສະໜຸນປະທານາທິບໍດີທຣໍາ ແລະ ກໍຢາກໃຫ້ເພິ່ນໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງອີກຕໍ່ໄປ ເພື່ອໃຫ້ ທ່ານໄດ້ມີເວລາປະຕິບັດພາລະກິດສໍາຄັນ ໂດຍສະເພາະແມ່ນການແກ້ໄຂເລື້ອງທີີ່ຈີນ ເອົາ ປຽບຕໍ່ສະຫະລັດນັ້ນໃຫ້ສໍາເລັດ ດັ່ງທີ່ທ່ານຮຸ່ງ ບັກກໍາ, ຜູ້ອາວຸໂສ ແລະເປັນຜູ້ນໍາສໍາຄັນທ່ານນຶ່ງໃນປະຊາຄົມລາວຢູ່ເມືອງເດມອຍນ໌, ເມືອງເອກຂອງລັດໄອໂອວາ ທີ່ບອກວ່າ ທ່ານເລືອກເອົາປະານາທິບໍດີ ທີ່ມາຈາກພັກຣີ ພັບບລິກັນທຸກຄັ້ງເລີຍ ແລະກໍບອກວ່າ ທ່ານມັກແຕ່ທ່ານທຣໍາ ແລະເຊື່ອໝັ້ນ ເປັນພິເສດວ່າ ມີແຕ່ທ່ານຄົນດຽວເທົ່ານັ້ນທີ່ມີຄວາມສາມາດສູງທີ່ ຈະແກ້ໄຂບັນຫາຂັດແຍ້ງກັບຈີນໄດ້ ຊຶ່ງ ທ່ານໃຫ້ຄວາມເຫັນດັ່ງນີ້:

ທ່ານນາງ ເພັນສີ ເພນ, ທີ່ເມືອງເດມອຍດ໌, ລັດໄອໂອວາ ທີ່ມີຄົນຜິວຂາວ ແລະຄົນສັງກັດພັກຣີພັບບລິກັນເປັນສ່ວໃຫຍ່
ທ່ານນາງ ເພັນສີ ເພນ, ທີ່ເມືອງເດມອຍດ໌, ລັດໄອໂອວາ ທີ່ມີຄົນຜິວຂາວ ແລະຄົນສັງກັດພັກຣີພັບບລິກັນເປັນສ່ວໃຫຍ່

ແຕ່ໃນທາງກົງກັນຂ້າມ ກໍມີບາງຄົນຊຶ່ງເປັນຄົນລຸ້ນໃໝ່ ແລະໜຸ່ມກວ່າ ຜູ້ທີ່ເຄີຍ ປ່ອນບັດເລືອກເອົາປະທານາທິບໍດີ ສະຫະລັດ ໂດຍອີງຕາມນະໂຍບາຍຂອງ ຂອງບັນດາປະທານາທິບໍດີ ເຫລົ່ານັ້ນທີ່ຈະແນໃສ່ຊ່ວຍປະຊາຊົນສ່ວນຫລາຍ ແທນທີ່ຈະຊ່ວຍແຕ່ບາງກຸ່ມເທົ່ານັ້ນ ເຊັ່ນທ່ານນາງເພັນສີ ເພັນທີ່ບອກວ່າ ຈະບໍ່ເລືອກເອົາທ່ານທຣໍາ ໃຫ້ເປັນປະທານາທິບໍດີ ໃນຄັ້ງນີ້ ເຖິງແມ່ນວ່າ ທ່ານນາງ ຈະເຄີຍເລືອກເອົາ ປະທານາທິບໍດີ ສັງກັດພັກຣີພັບບລິກັນມາແລ້ວຫລາຍຄົນ ກໍຕາມ. ທັງນີ້ກໍຍ້ອນວ່າ ທ່ານນາງ ເຫັນວ່າ ຢູ່ພາຍໃຕ້ການບໍລິຫານຂອງທ່ານທຣໍານັ້ນ ເສດຖະກິດ ແລະວຽກເຮັດງານທໍາ, ເລື້ອງການຮັກສາດູສຸຂະພາບ, ເລື້ອງຄົນເຂົ້າເມືອງ ຕະຫລອດທັງ ຄວາມເມດຕາ, ຄວາມເຫັນອົກເຫັນໃຈຕໍ່ປະຊາຊົນທົ່ວໄປ ແມ່ນບໍ່ຫລາຍປານໃດ ເມື່ອທຽບໃສ່ກັບ ທ່ານ ໂຈ ໄບເດັນ ດັ່ງທີ່ທ່ານນາງ ໃຫ້ສໍາພາດກັບວີໂອເອລາວວ່າ:

ທ່ານນາງເພັນສີ ຍັງໃຫ້ເຫດຜົນອີກວ່າ ຄົນລາວເປັນຄົນທີ່ດຸໝັ່ນ, ໜັກເອົາເບົາສູ້ ແລະພາກັນອົບພະຍົບມາຕັ້ງຖິ່ນຖານໃນສະຫະລັດ ກໍເພື່ອເສລີພາບ ແລະສ້າງ ເສດຖະກິດ, ສ້າງຖານະຄອບຄົວ. ສະນັ້ນ ເຂົາເຈົ້າຕ້ອງການ ການສະໜັບສະໜຸນທາງເສດຖະກິດ ແລະການດູ ແລສຸຂະພາບຫລາຍທີ່ສຸດ ແລະລັດຖະບານສະຫະລັດທີ່ຢູ່ພາຍໃຕ້ການນຳພາຂອງທ່ານທຣໍາແມ່ນບໍ່ ບໍ່ຄືກັບປະທານາທິບໍດີຄົນອື່ນໃນເມື່ອກ່ອນ ທີ່ມາຈາກທັງ ພັກຣີພັບບລິກັນ ແລະພັກເດໂມແຄຣັດເລີຍ, ອີງຕາມທ່ານນາງເພັນສີ ຜູ້ໄດ້ມາອາໄສ ຢູ່ໃນສະຫະລັດ 40 ປີແລ້ວ.

XS
SM
MD
LG