ການລະບາດຂອງໄວຣັສ COVID-19 ຢູ່ລັດ ເທັກຊັສ ແມ່ນສູງເກືອບເທົ່າກັບລະດັບສູງສຸດຂອງເດືອນມັງກອນທີ່ຜ່ານມາ, ເຊິ່ງມີສາເຫດມາຈາກສາຍພັນ ແດລຕ້າ ທີ່ສາມາດຕິດແປດໄດ້ເປັນຢ່າງສູງ ພ້ອມກັບປະຊາຊົນທີ່ບໍ່ພາກັນໄປສັກຢາ.
ການບໍ່ໄປສັກຢາຂອງປະຊາຊົນແມ່ນໄດ້ເປັນບັນຫາໃຫຍ່ຢູ່ບັນດາລັດພາກໃຕ້ ຂອງ ສະຫະລັດ ຍ້ອນການໂຄສະນາໃນທາງທີ່ຜິດ ແລະ ການຕໍ່ຕ້ານມາດຕະການ COVID-19 ຂອງນັກການເມືອງ ແລະ ຜູ້ປົກຄອງລັດຂອງເຂົາເຈົ້າ. ປັດຈຸບັນນີ້ຕຽງໃນຫ້ອງມໍລະສຸມໃນໂຮງໝໍຕ່າງໆຂອງລັດ ເທັກຊັສ ແມ່ນໃກ້ຈະໝົດແລ້ວ ແລະ ໄດ້ລັດກໍໄດ້ຂໍລົດບັນທຸກຕູ້ເກັບສົບ ຫຼືຈະເອີ້ນອີກຊື່ນຶ່ງວ່າ ໂຮງເຢັນເຄື່ອນທີ່ເພີ່ມເຕີມ, ຍ້ອນມີຜູ້ເສຍຊີວິດຈາກການຕິດເຊື້ອຈຳນວນຫຼາຍ.
ນາງ ໄດແອນນາ ຄົນເອເມຣິກັນເຊື້ອສາຍລາວທີ່ອາໄສຢູ່ໃນນະຄອນ ຮູສຕັນ ລັດ ເທັກຊັສ ຕອນນີ້ແມ່ນຕິດເຊື້ອມາໄດ້ສອງອາທິດແລ້ວ, ແລະ ລາວກໍບໍ່ໄດ້ສັກຢາກັນເຊື້ອໄວຮັສດັ່ງກ່າວເຊັ່ນກັນ. ນາງໄດ້ກ່າວຕໍ່ພວກເຮົາວ່າ:
“ສາຍພັນ ແດລຕ້າ ແມ່ນກຳລັງແຜ່ລະບາດແຮງໂດຍສະເພາະແມ່ນຢູ່ ຮູສຕັນ, ພວກເຮົາຫາກໍຕິດຄືກັນເປັນໄຂ້ທິດສອງທິດມາແລ້ວ. ມັນບໍ່ມ່ວນເລີຍ. ແມ່ພວກ ເຮົາກະບໍ່ຢາກໃຫ້ລາວເປັນໄຂ້. ດຽວນີ້ ເພິ່ນກະເປັນໄຂ້ອີກລະ. ເຮົາຄິດວ່າເຮົາ ກະເປັນຄືກັນ. ປວດຕົນປວດໂຕ ຫາກບໍ່ເປັນຮ້າຍຄືກັນ ຄລາໂອເດຍ (ພັນລະຍາ) ກັບ ແມ່. ພວກເຮົາວ່າຊິໄດ້ໄປໂຮງໝໍຢູ່ ຫາກມີໝູ່ວ່າເຂົາມີໂຄວິດ ນຶ່ງຫຼືສອງເດືອນທີ່ຜ່ານມາ. ລະເຂົາມີເຄື່ອງຊ່ວຍຫາຍໃຈ ລະມີຢານຳ. ເຂົາເຈົ້າໄດ້ຊ່ວຍພວກເຮົາ. ເຂົາເຈົ້າວ່າ ເຮົາຢືມໄປໃຊ້ກະໄດ້. ສະນັ້ນໃຫ້ ຄາໂອເດຍ ຢືມຢາ ແລະ ມັນກໍຊ່ວຍໄດ້. ລະໃຫ້ເພິ່ນຫັນໃຈດີຫັ້ນນະ. ມັນຈະຊ່ອຍໃຫ້ເຮົາປະຢັດເງິນແດ່. ເຂົາເຈົ້າເວົ້າວ່າມັນແພງ 4,000, 5,000 ໂດລາພຸ້ນນະຖ້າໄປໂຮງໝໍ.”
ໃນວັນອັງຄານທີ່ຜ່ານມາ, ຜູ້ປົກຄອງລັດ ເທັກຊັສ ທ່ານ ເກຣັກ ແອບບັອດ ຖືກກວດພົບເປັນຜົນບວກສຳລັບ COVID-19. ແຕ່ທ່ານແມ່ນບໍ່ມີອາການຫຍັງ ແລະ ໄດ້ສັກຢາຄົບແລ້ວ.
ທ່ານ ແອບບັອດ ແມ່ນຜູ້ທີ່ປະຕິເສດມາດຕະການຫ້າມໂຣກລະບາດ COVID-19.