ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກທຸລະກິດຍິງ ລາວ ອາເມຣິກັນ ເປີດຮ້ານເລັບ ໃນເມືອງແອລ ປາໂຊ ລັດເທັກຊັດ ຫຼັງຈາກຂາຍຮ້ານເລັບເກົ່າ ໃນຊ່ວງການລະບາດຂອງໂຄວິດ


ຮ້ານເລັບຊື່ວ່າ Elite Nail and Spa ໃນເມືອງແອລ ປາໂຊ ລັດເທັກຊັສ ທີ່ທ່ານນາງ ນິກກີ້ ວົງກົດ ເປັນເຈົ້າຂອງເປີດບໍລິການ ມາໄດ້ 7 ເດືອນໃນລະຫວ່າງມີການລະບາດຂອງພະຍາດໂຄວິດ-19.
ຮ້ານເລັບຊື່ວ່າ Elite Nail and Spa ໃນເມືອງແອລ ປາໂຊ ລັດເທັກຊັສ ທີ່ທ່ານນາງ ນິກກີ້ ວົງກົດ ເປັນເຈົ້າຂອງເປີດບໍລິການ ມາໄດ້ 7 ເດືອນໃນລະຫວ່າງມີການລະບາດຂອງພະຍາດໂຄວິດ-19.

ທ່ານນາງນິກກີ້ ວົງກົດ ອາຍຸ 45 ປີ ຜູ້ປະກອບການທຸລະກິດເຮັດເລັບມາເປັນເວລາຫລາຍກວ່າ 20 ປີ, ນາງໄດ້ເປີດຮ້ານແຕ່ງແຕ້ມເລັບມືແລະຕັດເລັບຕີນມາໄດ້ໄລຍະນຶ່ງ ແລ້ວກໍຂາຍທຸລະກິດອອກ ແລະໄປເປີດຮ້ານໃໝ່. ທ່ານນາງກ່າວວ່າ ໄດ້ຂາຍຮ້ານເລັບຮ້ານນຶ່ງຂອງນາງຢູ່ໃນນະຄອນ ລາສ ເວກັສ ລັດເນວາດາ ບໍ່ດົນກ່ອນໂຣກລະບາດໄວຣັສໂຄໂຣນາ ໄດ້ເຂົ້າມາໃນສະ ຫະລັດ ຊຶ່ງທ່ານນາງ ກ່າວສູ່ວີໂອເອຟັງວ່າ:

ໃນຊ່ວງໄລຍະໂຣກລະບາດກຳລັງຕິດແປດຢ່າງໜັກ ອຳນາດການປົກຄອງທ້ອງຖິ່ນໄດ້ສັ່ງໃຫ້ປິດທຸລະກິດແລະຫຼັງຈາກນັ້ນສັ່ງໃຫ້ເປີດ ເມື່ອມີການເພີ່ມຂື້ນໃນກໍລະນີຕິດພະຍາດ Covid-19 ພວກເຂົາກໍຈະສັ່ງໃຫ້ທຸລະກິດທັງຫຼາຍປິດອີກຄັ້ງນຶ່ງ.

ການບັງຄັບໃຊ້ມາດຕະການດັ່ງກ່າວ ເຮັດໃຫ້ທຸລະກິດຂອງທ່ານນາງນິກກີ້ສູນເສຍລູກຄ້າແລະຂາດລາຍໄດ້ ຊຶ່ງທ່ານນາງກ່າວເຖິງເລື້ອງນີ້ວ່າ:

ທ່ານນາງກ່າວອີກວ່າ ຍ້ອນມີລູກຄ້າປະຈຳ ທີ່ມາໃຊ້ບໍລິການເປັນປົກກະຕິ, ທ່ານນາງຈຶ່ງສາມາດປະຄັບປະຄອງດຳເນີນທຸລະກິດມາໄດ້ຈົນເຖິງປັດຈຸ ບັນນີ້ ໃນຂະນະດຽວກັນ ພົນລະເມືອງແອລ ປາໂຊ ໄດ້ພາກັນໄປສັກຢາວັກຊີນກັນພະຍາດໂຄວິດ-19 ຫຼາຍຂຶ້ນນັບມື້ ແລະ ໃກ້ຈະເຂົ້າເຖິງລະດູຮ້ອນໃນມໍ່ໆນີ້ ພວກຄົນກໍພາກັນອອກມາໃຊ້ບໍລິການຮ້ານເລັບຫຼາຍຂຶ້ນນັບມື້ເຊັ່ນກັນ ຊຶ່ງທ່ານນາງກ່າວວ່າ ທຸລະກິດຮ້ານເລັບຂອງທ່ານນາງ ກໍເລີ້ມດີຂຶ້ນເລື້ອຍໆ.

XS
SM
MD
LG