ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະນັກກົດໝາຍ ດ້ານສິດທິມະນຸດຄົນນຶ່ງ ໃນຮົງກົງ ໄດ້ຖືກຈັບກຸມອີກຄັ້ງ


ແຟ້ມຮູບພາບ - ນາງ ເຊົາ ຮັງ ຖັງ ຮອງປະທານກຸ່ມ ຮົງກົງອາລລາຍ (Hong Kong Alliance) ທີ່ສະໜັບສະໜຸນຂະບວນການຮັກຊາດໃນລະບອບປະຊາທິປະໄຕຂອງຈີນ, ອອກຈາກສະຖານີຕໍາຫລວດໃນຮົງກົງ, ໃນວັນທີ 5 ມິຖຸນາ, ປີ 2021.
ແຟ້ມຮູບພາບ - ນາງ ເຊົາ ຮັງ ຖັງ ຮອງປະທານກຸ່ມ ຮົງກົງອາລລາຍ (Hong Kong Alliance) ທີ່ສະໜັບສະໜຸນຂະບວນການຮັກຊາດໃນລະບອບປະຊາທິປະໄຕຂອງຈີນ, ອອກຈາກສະຖານີຕໍາຫລວດໃນຮົງກົງ, ໃນວັນທີ 5 ມິຖຸນາ, ປີ 2021.

ນັກເຄື່ອນໄຫວເພື່ອປະຊາທິປະໄຕໃນຮົງກົງ ແລະນັກກົດໝາຍດ້ານສິດທິມະນຸດຄົນນຶ່ງໄດ້ຖືກຈັບເປັນຄັ້ງທີ່ສອງ ໃນວັນພຸດວານນີ້ ພາຍໃນເວລາບໍ່ຮອດເດືອນ, ເຊິ່ງເປັນຂີດໝາຍຄົບຮອບປີທໍາອິດທີ່ຮົງກົງໄດ້ຢູ່ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ.

ນາງ ເຊົາ ຮັງ ຖັງ (Chow Hang Tung) ຮອງປະທານກຸ່ມພັນທະມິດຮົງກົງ ຫຼືຮົງກົງອາລລາຍ (Hong Kong Alliance) ເຊິ່ງເປັນອົງການທີ່ບໍ່ຫວັງຜົນກໍາໄລ, ໄດ້ຖືກຈັບໃນຂໍ້ຫາປຸກລະດົມໃຫ້ມີການຊຸມນຸມໂດຍຜິດກົດໝາຍ ເຊິ່ງມີກໍາໜົດຈະຈັດຂຶ້ນໃນວັນທີ 1 ກໍລະກົດມື້ນີ້, ແລະນາງ ກໍ່ເຄີຍຖືກຈັບກຸມ ໃນວັນທີ 4 ມິຖຸນາ ໃນກໍລະນີດຽວກັນ, ອີງຕາມຄໍາບອກເລົ່າ ຂອງທ່ານຣີຊາດ ຊອຍ (Richard Tsoi) ເລຂາທິການຂອງກຸ່ມດັ່ງກ່າວ.

ວັນຄົບຮອບໃນ ຮົງກົງ ເປັນເລື່ອງປົກກະຕິໃນຊ່ວງເວລານີ້ຂອງປີ, ວັນທີ 4 ມິຖຸນາຖືເປັນການປາບປາມຜູ້ປະທ້ວງຮຽກຮ້ອງປະຊາທິປະໄຕຂອງປັກກິ່ງທີ່ຈະຕຸລັດ ທຽນອັນເໝິນ (Tiananmen) ໃນປີ 1989, ໃນຂະນະທີ່ວັນທີ 1 ກໍລະກົດເປັນວັນຄົບຮອບການສົ່ງມອບຮົງກົງຈາກການປົກຄອງຂອງອັງກິດ ຄືນໃຫ້ແກ່ຈີນເມື່ອ 24 ປີທີ່ຜ່ານມາ. ວັນທີ 1 ກໍລະກົດ ຍັງເປັນວັນຄົບຮອບ ການສ້າງຕັ້ງພັກຄອມມູນິສຈີນນໍາດ້ວຍ.

ນາງ ເຊົາ ຖືກຈັບກຸມໃນຕົ້ນເດືອນມິຖຸນາ ເນື່ອງຈາກຖືກກ່າວຫາວ່າປຸກລະດົມໃຫ້ມີການໂຮມຊຸມນຸມໂດຍບໍ່ໄດ້ຮັບອະນຸຍາດ ເພື່ອລະລຶກເຖິງການປາບປາມທີ່ຈະຕຸລັດທຽນອັນເໝິນ ເຊິ່ງນາງໄດ້ຖືກປ່ອຍ ສອງມື້ຫລັງຈາກນັ້ນດ້ວຍການປະ ກັນໂຕ, ແຕ່ຕາມລາຍງານຂອງອົງການຂ່າວ ແຈ້ງວ່າ ຕໍາຫລວດໄດ້ຍົກເລີກການປະກັນໂຕຂອງນາງແລ້ວ.

ຜູ້ກໍາກັບການຕໍາຫລວດ ໄດ້ກ່າວກັບສື່ມວນຊົນໃນທ້ອງຖິ່ນວ່າການຈັບກຸມນັ້ນ “ເປັນໄປຕາມກົດໝາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG