ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິລະປິນຊັ້ນນຳຂອງລາວ ຈະເດີນທາງ ມາສະແດງຄອນເສີດ ເພື່ອເຜີຍແຜ່ວັດທະນະທຳຂອງລາວ ໃນລັດເທັກຊັສ


ບັນດາສິລະປິນຊັ້ນນຳຂອງລາວ ຈະເດີນທາງມາສະແດງໃນງານຄອນເສີດ ທີ່ສ້າງຂຶ້ນເພື່ອເດັກນ້ອຍຂອງພວກເຮົາ ຫຼື Lao Legends Music Conference ໃນລັດເທັກຊັສ.
ບັນດາສິລະປິນຊັ້ນນຳຂອງລາວ ຈະເດີນທາງມາສະແດງໃນງານຄອນເສີດ ທີ່ສ້າງຂຶ້ນເພື່ອເດັກນ້ອຍຂອງພວກເຮົາ ຫຼື Lao Legends Music Conference ໃນລັດເທັກຊັສ.

ອົງການທີ່ບໍ່ຫວັງຜົນກຳໄລ ຊື່ວ່າ Red Tape ໄດ້ຖືກສ້າງຕັ້ງຂຶ້ນມາໂດຍ ຍານາງ ສະເພັດ ຈຸນລະມະນີ ປັດຈຸບັນຢູ່ບ້ານຄົກເມືອດ ເມືອງໝື່ນ ແຂວງວຽງຈັນ ຊຶ່ງທ່ານນາງເປັນນັກທຸລະກິດ ລາວ ອາເມຣິກັນ ທີ່ໄດ້ລົງທຶນເຮັດຣີສອດບ້ານພັກ ຊື່ວ່າ American Allstar Resort ຢູ່ໃນບໍລິເວນບ້ານພັກຂອງຍານາງເອງ ທີ່ໄດ້ປະສົບຜົນສຳເລັດມາຫຼາຍປີແລ້ວ. ສ່ວນມູນນິທິ Red Tape ນັ້ນ ຍານາງ ບອກກັບວີໂອເອ ລາວ ວ່າ ແມ່ນມີຈຸດປະສົງເພື່ອຢາກເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:

“ເປັນຄວາມຕັ້ງໃຈທີ່ຢາກເຮັດກໍເພື່ອຢາກໃຫ້ມີການເຜີຍແຜ່ ຢາກໃຫ້ຄົນລາວທີ່ຢູ່ໃນທົ່ວ ບໍ່ແມ່ນແຕ່ປະເທດລາວ ຢູ່ໃສກະຢ່າ ທີ່ໄດ້ເຫັນວັດທະນະທຳຂອງເຮົາ ແລະຢາກໃຫ້ຄົນທີ່ບໍ່ຮູ້ວັດທະນະທຳລາວ ໂດຍສະເພາະກະຄົນລາວເຮົາເອງນີ້ແຫຼະ ຢາກໃຫ້ໄດ້ເຫັນໄດ້ຮັບຮູ້ ໄດ້ຊຶມສັບ ໄດ້ເຂົ້າໃຈ ໄດ້ປະຕິບັດພ້ອມເນາະວ່າ ວັດທະນະທຳລາວເຮົານີ້ ມີອັນໃດແນ່ທີ່ມີຄວາມຈົບງາມ ທີ່ເປັນເອກກະລັກຂອງເຮົາແທ້ໆເລີຍ.”

ຊຶ່ງການເຜີຍແຜ່ວັດທະນະທຳນັ້ນ ຈະເປັນແບບການສະແດງສິລະປະວັນນະຄະດີ ທີ່ຍານາງໄດ້ລິເລີ້ມໂຄງການເພື່ອນຳເອົາຄະນະບັນດາສິລະປິນຊັ້ນນຳຂອງລາວ ມາສະແດງໃຫ້ແກ່ພີ່ນ້ອງຊາວລາວຢູ່ໃນສະຫະລັດ ໂດຍສະເພາະຢູ່ໃນເມືອງເອີວິງ ລັດເທັກຊັສ ໃນງານທີ່ເອີ້ນວ່າ Lao Legends Music Conference ຢູ່ສະຖານທີ່ຈັດງານ Toyota Music Factory ໃນວັນທີ 26 ເມສາ 2024.

ຍານາງສະເພັດ ຍັງກ່າວອີກວ່າ ລາຍໄດ້ຈາກງານນີ້ ຈະເປັນທຶນເພື່ອສົ່ງເສີມມູນນິທິຕ່າງໆທີ່ເຜີຍແຜ່ວັດທະນະທຳຂອງຊາດລາວ.

ລິ້ງເວັບໄຊ: laolegends.com

XS
SM
MD
LG