ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາທຶນ Fulbright ຈາກ ລາວ ມີຄວາມເປັນຫ່ວງ ກ່ຽວກັບ COVID-19 ຫຼາຍ ຫຼັງຈາກໄດ້ປະເຊີນກັບ ສະຖານະການທີ່ເປັນຕາຢ້ານ


ພະຍາບານຄົນນຶ່ງສັກຢາວັກຊີນ COVID-19 ຂອງບໍລິສັດ Moderna ໃນລະຫວ່າງການລະບາດຂອງໄວຣັສໂຄໂຣນາ, ເມືອງ ພາຊາເດນາ.
ພະຍາບານຄົນນຶ່ງສັກຢາວັກຊີນ COVID-19 ຂອງບໍລິສັດ Moderna ໃນລະຫວ່າງການລະບາດຂອງໄວຣັສໂຄໂຣນາ, ເມືອງ ພາຊາເດນາ.

ມີລາຍງານຜູ້ຕິດເຊື້ອໄວຣັສໂຄໂຣນາລາຍໃໝ່ 230,476 ກໍລະນີ ແລະ ເສຍຊີວິດຢ່າງໜ້ອຍ 4,406 ຄົນໃນ ສະຫະລັດ ໃນວັນທີ 12 ມັງກອນທີ່ຜ່ານມາອີງຕາມຂໍ້ມູນໜັງສືພິມ New York Times.

ໃນລັດ ນິວ ແຮມເຊີ ເມື່ອວັນທີ 12 ມັງກອນແລ້ວນີ້ ມີຜູ້ຕິດ COVID-19 ລາຍໃໝ່ 842 ກໍລະນີ ແລະ ເສຍຊີວິດ 9 ຄົນ.

ໃນເມືອງ ແມນເຊັສເຕີ ຂອງລັດດັ່ງກ່າວ ມີຄົນ ລາວ ຄົນນຶ່ງທີ່ກຳລັງສຶກສາ ຢູ່ມະຫາວິທະຍາໄລ Southern New Hampshire. ລາວເວົ້າວ່າ ລາວມີ ຄວາມເປັນຫ່ວງ ແລະ ຢ້ານຫຼາຍ ກ່ຽວກັບ COVID-19. ນາງ ວຽງສະຫວັນ ໄຊຈະເລີນ ນັກສຶກສາ ລາວ ເວົ້າວ່າ “ຖືວ່າເປັນຫ່ວງ ໂດຍສະ ເພາະແມ່ນຊ່ວງແລກໆບໍ່ຮູ້ຊິເຮັດຈັ່ງໃດເນາະ ຖືວ່າຢ້ານຫຼາຍ. ແຕ່ສ່ວນໂຕແລ້ວນ້ອງປະສົບເຫດ ການທີ່ວ່າມີຄົນທີ່ຢູ່ໃນບ້ານດຽວກັນຕິດໂຄວິດ. ລະຕອນນັ້ນກະຖືວ່າຢ້ານຫຼາຍເລີຍແຫຼະ ບໍ່ຮູ້ວ່າເຮົາຊິຕິດຈັ່ງໃດເພາະວ່າເຮົາເບິ່ງບໍ່ເຫັນວ່າໄວຣັສ ມັນມືຫຼືມັນບໍ່ມີບ່ອນໃດຫັ້ນນະ. ຕອນນັ້ນກະຖືວ່າ Stress (ຕຶງຄຽດ) ລະກະໜັກເຕີບ.”

ເພື່ອນທີ່ອາໄສຢູ່ບ້ານຮ່ວມກັບ ນາງ ວຽງສະຫວັນ ແມ່ນຄົນທີ່ມາຈາກທະວີບ ອາຟຣິກາ, ນາງເວົ້າວ່າລາວໄດ້ຕິດເຊື້ອເວລາທີ່ໄປເຮັດວຽກເສີມຢູ່ສະຖານທີ່ແຫ່ງນຶ່ງ. ລາວວ່າລາວຢ້ານຕິດເຊື້ອຍ້ອນໄດ້ລົມກັບເພື່ອນຄົນນັ້ນ ກ່ອນລາວຖືກກວດຕິດເຊື້ອ. ແຕ່ວ່ານາງ ວຽງສະວັນ ເວົ້າວ່າລາວບໍ່ໄດ້ມີອາການຂອງ ໄວຣັສ ແລະ ກໍບໍ່ໄດ້ໄປກວດເຊື້ອໂຣກ.

ນາງ ວຽງສະຫວັນ ເວົ້າວ່າລາວເປັນນັກສຶກສາທຶນ Fulbright ຂອງ ສະຫະລັດ. ທາງທຶນ ກໍມີປະ ກັນສຸຂະພາບໃຫ້, ຖ້າຫາກວ່າບໍ່ສະບາຍ ຫຼື ມີອາການ ຂອງໄວຣັສລາວກໍສາມາດໄປກວດໄດ້ ແລະ ປະກັນໄພກໍຈະຄຸ້ມຄອງຄ່າກວດ ແລະ ການປິ່ນປົວ ແຕ່ລາວກໍບໍ່ແນ່ໃຈວ່າປະກັນໄຟຈະຄຸ້ມຄອງຄ່າປິ່ນປົວຫຼາຍຊໍ່າໃດ.

XS
SM
MD
LG